ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ (NIPN) ໄດ້ຈັດພິທີເປີດຊຸດຝຶກອົບຮົມ ເພື່ອເປັນຄູຝຶກ (TOT) ໃນຫົວຂໍ້: “ການວິເຄາະຂໍ້ມູນໂພຊະນາການ ເພື່ອການສ້າງນະໂຍບາຍ” ຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 27-29 ຕຸລາ 2025 ເປັນເວລາ 3 ວັນເຕັມ ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາຂະເເໜງການທີ່ກ່ຽວຂ້ອງຈາກທັງສອງໜ່ວຍງານຂອງໂຄງການ.
ພິທີເປີດການຝຶກອົບຮົມດັ່ງກ່າວ ໄດ້ຮັບກຽດຈາກ ທ່ານ ປອ ນາງ ແສງໄພວັນ ແສງອາພອນ ຮອງຫົວໜ້າກົມນະໂຍບາຍເສດຖະກິດ ເເລະ ການເງິນ, ຕາງໜ້າຄະນະຮັບຜິດຊອບໂຄງການ NIPN, ເປັນປະທານ. ທ່ານໄດ້ກ່າວເນັ້ນໜັກວ່າ ວຽກງານການສ້າງຄວາມອາດສາມາດ ໂດຍສະເພາະທາງດ້ານສະຖິຕິ ແລະ ການວິເຄາະຂໍ້ມູນ ແມ່ນບູລິມະສິດສຳຄັນທີ່ສຸດຂອງໂຄງການ NIPN.
ການຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງຜູ້ເຂົ້າຮ່ວມໃຫ້ກາຍເປັນຄູຝຶກ, ເພື່ອນຳເອົາຄວາມຮູ້ທີ່ໄດ້ໄປຜັນຂະຫຍາຍ ແລະ ຖ່າຍທອດຕໍ່ໃຫ້ຂະແໜງການຂອງຕົນເອງ, ເຊິ່ງເປັນການສອດຄ່ອງກັບແຜນຄວາມຍືນຍົງຂອງໂຄງການ.
ໂຄງການ NIPN ໄດ້ສຸມໃສ່ການຝຶກອົບຮົມຢ່າງຕໍ່ເນື່ອງໃນທຸກໆໄຕມາດ, ໂດຍໄດ້ເລີ່ມຈາກພື້ນຖານທິດສະດີສະຖິຕິໃນໄລຍະຜ່ານມາ, ແລະ ສືບຕໍ່ຍົກລະດັບຂຶ້ນໃນປີ 2024 ແລະ ຕົ້ນປີ 2025 ໂດຍເນັ້ນໃສ່:
- ການປະຕິບັດຕົວຈິງຫຼາຍຂຶ້ນ.
- ການນຳໃຊ້ຂໍ້ມູນຕົວຈິງປະສົມປະສານກັບທິດສະດີ.
- ການສ້າງຄວາມເຂັ້ມແຂງໃນດ້ານວິທີການວິເຄາະຂໍ້ມູນ ແລະ ການແປຜົນການວິເຄາະ.
- ການຝຶກປະຕິບັດຕົວຈິງເປັນກຸ່ມ ເພື່ອສ້າງບົດຄົ້ນຄວ້ານ້ອຍຂອງຕົນເອງ.
ພາຍຫຼັງສຳເລັດການຝຶກອົບຮົມເປັນເວລາ 3 ວັນ, ໄດ້ມີພິທີມອບໃບຢັ້ງຢືນການເປັນຄູຝຶກໃຫ້ແກ່ຜູ້ເຂົ້າຮ່ວມທຸກໆທ່ານ ເພື່ອຮັບຮອງຄວາມສາມາດໃນການເປັນຄູຝຶກ (TOT) ດ້ານການວິເຄາະຂໍ້ມູນດ້ານໂພຊະນາການ, ເຊິ່ງເປັນການສ້າງພື້ນຖານທີ່ສໍາຄັນໃຫ້ແກ່ການຖ່າຍທອດຄວາມຮູ້ໃນອະນາຄົດ.


