ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ໄດ້ຈັດກອງປະຊຸມຝຶກອົບຮົມຄູຝຶກຮ່ວມ ກ່ຽວກັບການວິເຄາະຂໍ້ມູນ ແລະ ນະໂຍບາຍ, ໃນລະຫວ່າງວັນທີ 18-20 ກັນຍາ 2024 ທີ່ ໂຮງແຮມເອພີເອັສ, ເມືອງວັງວຽງ, ແຂວງວຽງຈັນ. ກອງປະຊຸມດັ່ງກ່າວດໍາເນີນໄປເປັນເວລາ 3 ວັນ, ໂດຍການເປັນປະທານຂອງ ທ່ານ ລາດຊະວົງ ບຸນສີພົມ, ຮອງຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ (ສຄນສ), ສະຖາບັນວິທະຍາສາດ ເສດຖະກິດ ເເລະ ສັງຄົມແຫ່ງຊາດ (ສວສສຊ), ເພື່ອແນໃສ່ກະກຽມຄູຝຶກ ໃນການສ້າງຄວາມອາດສາມາດໃຫ້ແກ່ທີມ NIPN ຂັ້ນທ້ອງຖິ່ນ.
ຊຸດອົບຮົມຄູຝຶກດັ່ງກ່າວ ໄດ້ລວບລວມເອົາບັນດາຫົວຂໍ້ທີ່ສຳຄັນ ລວມມີ: ເປົ້າໝາຍ ແລະ ຈຸດປະສົງຂອງໂຄງການ, ພາລະບົດບາດຂອງຜູ້ມີສ່ວນຮ່ວມ, ການຕິດຕາມ ແລະ ການປະເມີນຜົນ, ການຄຸ້ມຄອງຂໍ້ມູນ ແລະ ການວິເຄາະ, ແລະ ການພັດທະນາແຜນປະຕິບັດງານ ທີ່ມີຫຼັກຖານ ແລະ ແຜນການສື່ສານ-ການສະໜັບສະໜູນ. ທີມງານຈາກໜ່ວຍງານວິເຄາະຂໍ້ມູນ ແລະ ໜ່ວຍງານວິເຄາະນະໂຍບາຍ ໄດ້ເຂົ້າຮ່ວມເພື່ອກະກຽມການເປັນຄູຝຶກ. ຊຸດຝຶກອົບຮົມໃນຄັ້ງນີ້ ຖືເປັນບາດກ້າວອັນສຳຄັນໃນຄວາມພະຍາຍາມຂອງໂຄງການ NIPN ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການປັບປຸງທາງດ້ານນະໂຍບາຍ ແລະ ການຈັດຕັ້ງປະຕິບັດແຜນງານດ້ານໂພຊະນາການ ໃນ ຂັ້ນທ້ອງຖິ່ນໃຫ້ດີຂຶ້ນ.
ຊຸດຝຶກອົບຮົມດັ່ງກ່າວ ໄດ້ບັນລຸຜົນສຳເລັດຕາມຈຸດປະສົງ ເເລະ ຄາດໝາຍ, ເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈ ແລະ ມີທັກສະຄວາມສາມາດທີ່ດີຂຶ້ນ ເພື່ອຈະຜັນຂະຫຍາຍບັນດາບົດຮຽນດັ່ງກ່າວ ໃນການດຳເນີນຊຸດຝຶກອົບຮົມໃຫ້ແກ່ຂັ້ນທ້ອງຖິ່ນ ໃນແຂວງເປົ້າໝາຍຂອງ NIPN ຢ່າງມີປະສິດທິຜົນ. ເຊິ່ງຜົນສຳເລັດດັ່ງກ່າວສະແດງໃຫ້ເຫັນເຖິງຂີດໝາຍອັນສຳຄັນຂອງໂຄງການ NIPN ໃນການເສີມສ້າງຄວາມອາດສາມາດທາງດ້ານໂພຊະນາການໃນ ສປປ ລາວ, ເຊິ່ງຈະເປັນການນຳໄປສູ່ການສ້າງນະໂຍບາຍ ແລະ ແຜນງານດ້ານໂພຊະນາການ ໃຫ້ມີປະສິດທິຜົນຫຼາຍຂຶ້ນໃນອະນາຄົດ.