ກອງປະຊຸມຝຶກອົບຮົມຄັ້ງສຸດທ້າຍໃນຊຸດອົບຮົມດ້ານການວິເຄາະຂໍ້ມູນເເລະຂຽນບົດຄົ້ນຄວ້າປະຈຳປີ 2024 ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ. ເຊິ່ງການຝຶກອົບຮົມໄດ້ເລີ່ມແຕ່ວັນທີ 13-15 ພຶດສະພາ 2025 ທີ່ເມືອງວັງວຽງ, ແຂວງວຽງຈັນ. ກອງປະຊຸມຄັ້ງນີ້ເປັນການລິເລີ່ມການສ້າງຄວາມອາດສາມາດໃນໄລຍະໜຶ່ງປີທີ່ຜ່ານມາໂດຍເນັ້ນໃສ່ “ການວິເຄາະຂໍ້ມູນແລະການຂຽນບົດລາຍງານຜົນຂອງການຄົ້ນຄວ້າ”
ໂດຍພິທີການເປີດການຝຶກອົບຮົມເເມ່ນເປັນປະທານໂດຍ ທ່ານ ວຽງຄອນ ບົວພະຈັນ, ຮອງຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ ເເລະ ສູນຝຶກອົບຮົມ. ເຊິ່ງຂັ້ນຕອນນີ້ ເປັນຂັ້ນຕອນສຸດທ້າຍທີ່ໄດ້ສຸມໃສ່ການຊ່ວຍເຫຼືອຜູ້ເຂົ້າຮ່ວມໃນການແປຜົນການວິເຄາະຂໍ້ມູນຂອງເຂົາເຈົ້າເຂົ້າໄປໃນບົດລາຍງານການຄົ້ນຄວ້າໃຫ້ມີຄວາມຈະແຈ້ງ, ມີໂຄງສ້າງທີ່ເໝາະສົມ, ເຊິ່ງນໍາພາການຝຶກອົບຮົມໂດຍທີ່ປຶກສາສາກົນຂອງໜ່ວຍງານວີເຄາະຂໍ້ມູນ.
ຜູ້ເຂົ້າຮ່ວມການຝຶກອົບຮົມໄດ້ແບ່ງອອກເປັນ 4 ກຸ່ມ ໂດຍອີງໃສ່ຫົວຂໍ້ການຄົ້ນຄວ້າທີ່ໄດ້ຮັບການຄັດເລືອກໃນການຝຶກອົບຮົມຄັ້ງກ່ອນ, ເຊິ່ງລວມມີ: (1) ຜົນກະທົບຂອງການແຕ່ງງານກ່ອນໄວອັນຄວນຕໍ່ກັບການຂາດສານອາຫານລວງສູງບໍ່ໄດ້ມາດຕະຖານເດັກໃນຊ່ວງອາຍຸ 6-59 ເດືອນຂອງ ສປປ ລາວ ກໍລະນິສຶກສາ 4 ແຂວງ: ແຂວງບໍ່ແກ້ວ, ຜົ້ງສາລີ, ຫົວພັນ ແລະ ສາລະວັນສຳລັບກຸ່ມທີ 1; (2) ສຶກສາປັດໄຈທີ່ເຮັດໃຫ້ເດັກນ້ອຍ ອາຍຸ 6 ຫາ 59 ເດືອນ ມີລວງສູງໄດ້ມາດຕະຖານຕາມເກນອາຍຸ “ກໍລະນີສຶກສາ ໃນ ແຂວງບໍແກ້ວ”. ສໍາລັບກຸ່ມ 2; (3) ກສາປັດໄຈທີ່ສົ່ງຜົນຕໍ່ການໄດ້ຮັບວິຕາມິນອາຂອງເດັກນ້ອຍໃນ ສປປ ລາວ ອາຍຸ 6 – 59 ເດືອນ ລະຫວ່າງລະດູແລ້ງ ແລະ ລະດູຝົນ ສໍາລັບກຸ່ມ 3; ແລະ (4) ສຶກສາປັດໄຈທີ່ສົ່ງຜົນຕໍ່ການຂາດສານອາຫານແບບນ້ຳໜັກຫຼຸດມາດຕະຖານ ໃນເດັກອາຍຸ 6 – 23 ເດືອນ ໃນແຂວງຫົວພັນ ສໍາລັບກຸ່ມ 4. ຜູ້ທີ່ເຂົ້າຮ່ວມການຝຶກອົບຮົມໃໝ່ໄດ້ຖືກລວມເຂົ້າກັບສະມາຊິກຂອງກຸ່ມອື່ນທີ່ມີຢູ່ເເລ້ວ. ພ້ອມດຽວກັນນີ້, ເພື່ອສະຫນັບສະໜູນການສ້າງຂໍ້ສະເໜີເເນະທາງດ້ານນະໂຍບາຍທີ່ມີປະສິດທິພາບ, ທີ່ປຶກສາຈາກຫນ່ວຍງານວິເຄາະນະໂຍບາຍຂອງສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດສັງຄົມ (SPRI) ໄດ້ຖືກເຊື້ອເຊີນເຂົ້າຮ່ວມໃນການໃຫ້ຄໍາແນະນໍາດ້ານວິຊາການກ່ຽວກັບການຂຽນຂໍ້ສະເໜີເເນະທາງດ້ານນະໂຍບາຍດັ່ງກ່າວອີກດ້ວຍ.
ຫົວຂໍ້ທີ່ໄດ້ນຳມາສິດສອນໃນການຝຶກອົບຮົມຄັ້ງນີ້ເເມ່ນລວມມີ:
1) ການກະກຽມພາກຫນ້າປົກ, ຫົວຂໍ້ ແລະ ການຂຽນບົດຄັດຫຍໍ້
2) ການຂຽນບົດແນະນໍາ ແລະ ວິທີວິທະຍາ
3) ການຂຽນຜົນໄດ້ຮັບແລະການສົນທະນາ
4) ການຂຽນຂໍ້ສະເໜີແນະທາງດ້ານນະໂຍບາຍໂດຍອີງໃສ່ຜົນການຄົ້ນຄວ້າ
ຕະຫຼອດໄລຍະເວລາສາມວັນຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮ່ວມກັນເຮັດວຽກເປັນກຸ່ມຢ່າງເຂັ້ມຂຸ້ນໃນການຂຽນຮ່າງບົດລາຍງານຂອງເຂົາເຈົ້າ. ໃນມື້ສຸດທ້າຍ, ແຕ່ລະກຸ່ມໄດ້ສະເໜີຜົນການຄົ້ນຄວ້າຂອງເຂົາເຈົ້າ ແລະ ຄວາມຄືບໜ້າຂອງຜົນໄດ້ຮັບທີ່ໄດ້ຮ່ວມກັນຂຽນໃນລະຫວ່າງການຝຶກອົບຮົມ.
ກອງປະຊຸມຝຶກອົບຮົມດັ່ງກ່າວນີ້ໃນພິທີການສະຫຼຸບ ແລະ ປິດການຝຶກອົບຮົມເເມ່ນໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ ສິດທິຣົດ ຣາຊະພົນ, ຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ ເເລະ ສູນຝຶກອົບຮົມ, ເຊິ່ງໄດ້ຊົມເຊີຍຄວາມພະຍາຍາມຂອງຜູ້ເຂົ້າຮ່ວມໃນການສ້າງບົດຄົ້ນຄວ້າຂອງຕົນ ແລະ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການສ້າງນະໂຍບາຍໂດຍອີງໃສ່ຫຼັກຖານ ໂດຍຜ່ານການວິເຄາະຂໍ້ມູນ.


