ການຝຶກອົບຮົມຮ່ວມກັບຂະເເໜງການຂອງໜ່ວຍງານວິເຄາະນະໂຍບາຍ 2022 ໄດ້ຈັດຂຶ້ນທີ່ໂຮງແຮມທະວີສຸກ ເມືອງວັງວຽງ ແຂວງວຽງຈັນ. ໃຫ້ກຽດເປັນປະທານໂດຍທ່ານ ທ່ານ ອູ່ສະຫວັນ ທ່ຽງເທບວົງສາ, ຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ (ສສພ). ຜູ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ແມ່ນບັນດາສະມາຊິກໜ່ວຍງານວິເຄາະນະໂຍບາຍທີ່ມາຈາກຂະເເໜງການທີ່ກ່ຽວຂ້ອງ. ການຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນເປັນເວລາ 4 ວັນ ນັບແຕ່ວັນທີ 12-15 ທັນວາ 2022, ການຝຶກອົບຮົມແມ່ນໄດ້ສຸມໃສ່ວິທີການຄົ້ນຄວ້າ, ການກະກຽມການຄົ້ນຄວ້າ ແລະ ສຳຫຼວດປະເພດຕ່າງໆ, ການອອກແບບແບບສອບຖາມ, ການເກັບກຳຂໍ້ມູນ ແລະ ຫົວຂໍ້ອື່ນໆທີ່ກ່ຽວຂ້ອງ. ຜູ້ເຂົ້າຮ່ວມຍັງໄດ້ສໍາເລັດການເຮັດບົດຝຶກຫັດແບບບຸກຄົນແລະເປັນກຸ່ມເພື່ອສ້າງຄວາມເຂົ້າໃຈໃຫ້ເເກ່ເຂົາເຈົ້າກ່ຽວກັບອຸປະກອນການຝຶກອົບຮົມ.


