> ຂ່າວການເຄື່ອນໄຫວ > ການຝຶກອົບຮົມເຂັ້ມຄັ້ງທີ່ 4 ຂອງໜ່ວຍງານວິເຄາະນະໂຍບາຍ
ການຝຶກອົບຮົມເຂັ້ມຄັ້ງທີ່ 4 ຂອງໜ່ວຍງານວິເຄາະນະໂຍບາຍ
ຂ່າວການເຄື່ອນໄຫວ | 08/12/2023

ກອງປະຊຸມຝຶກອົບຮົມຄັ້ງທີ່ 4 ພາຍໃຕ້ຫົວຂໍ້ “ຄວາມເຂົ້າໃຈ ເຄື່ອງມືການວິເຄາະນະໂຍບາຍພາກທີ 3” ຂອງໜ່ວຍງານວິເຄາະນະໂຍບາຍໄດ້ຈັດຂຶ້ນຢູ່ທີ່ເມືອງວັງວຽງ ແຂວງວຽງຈັນ ເລີ່ມແຕ່ວັນທີ 21 – 24 ພະຈິກ 2023. ກອງປະຊຸມຄັ້ງນີ້ ເປັນການສືບຕໍ່ຈາກການຝຶກອົບຮົມແບບເຂັ້ມຄັ້ງທີ 3 “ວິທີການດຳເນີນການວິເຄາະນະໂຍບາຍພາກທີ II.”

ຈຸດປະສົງຫຼັກຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອສ້າງໃຫ້ຜູ້ເຂົ້າຮ່ວມມີຄວາມສາມາດໃນການສ້າງທາງເລືອກທາງດ້ານນະໂຍບາຍ ແລະ ສະໜອງເຄື່ອງມືຕ່າງໆໃຫ້ເຂົາເຈົ້າໃນການສ້າງ ເເລະ ພັດທະນານະໂຍບາຍດ້ານຕ່າງໆ. ການຝຶກອົບຮົມແມ່ນປະກອບດ້ວຍ​ການ​ກວດກາ​ຄືນ​ເຕັກນິກ​ການ​ກຳນົດ​ບັນຫາ, ​ການ​ຄົ້ນຄວ້າ​ວິທີ​ການ​ປະ​ເມີນ​, ການວາງ​ແຜນ​ງານ ​ແລະ ສະພາບ​ການ​ທີ່​ກ່ຽວຂ້ອງ, ​ການ​ວັດ​ແທກ ​ແລະ ປະ​ເມີນ​ຜົນ​ແລະ​ອື່ນໆ.

ຕິດຕໍ່ສອບຖາມ

ໜ່ວຍງານວິເຄາະຂໍ້ມູນ
ກົມນະໂຍບາຍເສດຖະກິດ ເເລະ ການເງິນ

ໂທລະສັບ: +856 21 254826
ອີເມລ: contact.cdrlaos@gmail.com

ຂ່າວທີ່ກ່ຽວຂ້ອງ