ການຝຶກອົບຮົມຄັ້ງທີ 2 ປະຈຳໄຕມາດທີ 2, ປີ 2024 ຂອງໜ່ວຍວິເຄາະຂໍ້ມູນ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 28 ພຶດສະພາ ຫາ 31 ພຶດສະພາ 2024 ທີ່ໂຮງແຮມ ຝຶກປະຕິບັດ, ເມືອງວັງວຽງ, ແຂວງວຽງຈັນ. ການຝຶກອົບຮົມຄັ້ງນີ້ ໄດ້ເນັ້ນໃສ່ການປະຕິບັດຕົວຈິງ, ໂດຍສະເພາະແມ່ນການເນັ້ນໜັກເຖິງຂະບວນການດຳເນີນການຄົ້ນຄວ້າ. ຜູ້ເຂົ້າຮ່ວມໄດ້ແບ່ງອອກເປັນກຸ່ມເຊິ່ງປະກອບດ້ວຍຜູ້ເຂົ້າຮ່ວມຈາກຂະແໜງການຕ່າງໆ ເພື່ອຊຸກຍູ້ການຮ່ວມມືທາງດ້ານວິຊາການ. ໂດຍແຕ່ລະກຸ່ມແມ່ນນໍາພາໂດຍຫົວໜ້າກຸ່ມ, ທີ່ໄດ້ຮັບການຄັດເລືອກເພື່ອເປັນຄູຝຶກສໍາລັບການຝຶກອົບຮົມຂັ້ນເເຂວງໃນອະນາຄົດ.
ການຝຶກອົບຮົມໄດ້ສຸມໃສ່ວິທີການດຳເນີນການຄົ້ນຄ້ວາ, ການສ້າງຄໍາຖາມ, ການທົບທວນທິດສະດີ, ແລະການຄັດເລືອກຊຸດຂໍ້ມູນ. ແຕ່ລະກຸ່ມໄດ້ຖືກມອບຫມາຍໃຫ້ດຳເນີນການກຳນົດຫົວຂໍ້ການຄົ້ນຄວ້າຂອງຕົນເອງ. ໃນການຝຶກອົບຮົມຄັ້ງຕໍ່ໄປ, ແມ່ນຈະໄດ້ດຳການວິເຄາະຂໍ້ມູນແລະນໍາສະເຫນີຜົນໄດ້ຮັບ. ເຊິ່ງບາງຫົວຂໍ້ທີ່ໜ້າສົນໃຈອາດຈະຖືກຄັດເລືອກໄປນຳສະເໜີໃນກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າ.
ທ່ານ ວຽງຄອນ ບົວພະຈັນ, ຫົວໜ້າພະແນກ ຄົ້ນຄວ້ານະໂຍບາຍສັງຄົມ ແລະ ຫຼຸດຜ່ອນຄວາມທຸກຍາກ, ແລະ ທ່ານ ດຣ ນາງ Nelofar Akthar Shiek, ທີ່ປຶກສາການວິເຄາະຂໍ້ມູນຂອງ ໂຄງການ NIPN ໄດ້ເປັນປະທານຮ່ວມໃນການເປີດກອງປະຊຸມຝຶກອົບຮົມ. ພ້ອມດຽວກັນນີ້ ໃນພິທີປິດກອງປະຊຸມ, ທ່ານ ປອ ສິດທິຣົດ ຣາຊະພົນ, ຫົວໜ້າສະຖາບັນຄົ້ນຄວ້າວິໄຈການການພັດທະນາ,ກະຊວງແຜນການເເລະການລົງທຶນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຝຶກອົບຮົມເຊິ່ງບໍ່ພຽງແຕ່ເປັນການເສີມຂະຫຍາຍຄວາມອາດສາມາດຂອງຜູ້ເຂົ້າຮ່ວມເທົ່ານັ້ນ, ແຕ່ຍັງເປັນການກະກຽມຄວາມພ້ອມຂອງຫົວໜ້າກຸ່ມເພື່ອກ້າວໄປເຖິງພາລະບົດບາດຂອງຕົນທີ່ຈະກ້າວໄປເປັນຄູຝຶກຂັ້ນເເຂວງໃນອະນາຄົດ.