ຊຸດຝຶກອົບຮົມເຂັ້ມຄັ້ງທີ 2 ຂອງໜ່ວຍງານວິເຄາະນະໂຍບາຍ ໃນປີ 2023 ໄດ້ຈັດຂຶ້ນທີ່ໂຮງແຮມ ເເກຣນ, ເມືອງວັງວຽງ, ແຂວງວຽງຈັນ. ໂດຍທ່ານ ປອ. ວິໄລວອນ ພົມມະຈັນ, ຮອງຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ ໃຫ້ກຽດເປັນປະທານໃນກອງປະຊຸມຝຶກອົບຮົມດັ່ງກ່າວ, ເຊິ່ງຜູ້ເຂົ້າຮ່ວມແມ່ນມາຈາກບັນດາກະຊວງ/ຂະເເໜງການຕ່າງໆທີ່ກ່ຽວຂ້ອງ ທີ່ເປັນສະມາຊິກພາຍໃນໜ່ວຍງານວິເຄາະນະໂຍບາຍ.
ການຝຶກອົບຮົມດັ່ງກ່າວໄດ້ດຳເນີນເປັນເວລາ 4 ວັນ, ເຊິ່ງເລີ່ມແຕ່ວັນທີ 20 ຫາ 23 ມິຖຸນາ 2023, ໂດຍແມ່ນຫົວຂໍ້ກ່ຽວກັບ “ກ່ອງເຄື່ອງມືການວິເຄາະນະໂຍບາຍພາກທີ 1 – ການສ້າງຄວາມເຂົ້າໃຈຕໍ່ບັນຫາເພື່ອສະເໜີແນະທາງເລືອກດ້ານນະໂຍບາຍ”. ການຝຶກອົບຮົມຍັງໄດ້ເນັ້ນໃສ່ການຝຶກປະຕິບັດຕົວຈິງ ແລະ ການເຮັດວຽກແບບເປັນກຸ່ມ ເພື່ອອຳນວຍຄວາມສະດວກ ແລະ ສ້າງເວທີເເລກປ່ຽນໃຫ້ແກ່ການຮຽນຮູ້ຂອງຜູ້ເຂົ້າຮ່ວມການຝຶກອົບຮົມໃນແຕ່ລະວັນ. ນອກຈາກນີ້ຜູ້ເຂົ້າຮ່ວມແຕ່ລະຄົນຍັງໄດ້ຮັບໃບຢັ້ງຢືນການເຂົ້າຮ່ວມໃນຕອນທ້າຍຂອງການຝຶກອົບຮົມອີກດ້ວຍ.