> ຂ່າວການເຄື່ອນໄຫວ > ການຝຶກອົບຮົມເຂັ້ມປະຈຳໄຕມາດທີ 1 ປະຈຳປີ 2024 ຂອງໜ່ວຍງານວິເຄາະຂໍ້ມູນ
ການຝຶກອົບຮົມເຂັ້ມປະຈຳໄຕມາດທີ 1 ປະຈຳປີ 2024 ຂອງໜ່ວຍງານວິເຄາະຂໍ້ມູນ
ຂ່າວການເຄື່ອນໄຫວ | 18/03/2024
ການຝຶກອົບຮົມເຂັ້ມປະຈຳໄຕມາດທີ 1 ປະຈຳປີ 2024 ຂອງໜ່ວຍງານວິເຄາະຂໍ້ມູນໄດ້ຈັດຂຶ້ນໃນລະຫວ່າງວັນທີ 12 ຫາ 15 ມີນາ 2024 ທີ່ຜ່ານມາ ທີ່ໂຮງເເຮມທະວີສຸກ ເມືອງວັງວຽງ ເເຂວງວຽງຈັນ, ກອງປະຊຸມຝຶກອົບຮົມດັ່ງກ່າວແມ່ນກ່າວເປີດໂດຍ ທ່ານ ວຽງຄອນ ບົວພະຈັນ, ຫົວໜ້າພະເເນກ ຈາກສະຖາບັນຄົ້ນຄວ້າວິໄຈການພັດທະນາ ກະຊວງແຜນການ ເເລະ ການລົງທຶນ.
ວັດຖຸປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດທັກສະທາງດ້ານການວິເຄາະຂໍ້ມູນຂອງຜູ້ເຂົ້າຮ່ວມ ໂດຍສະເພາະເເມ່ນການວິເຄາະທາງດ້ານສະຖິຕິອະນຸມານ (correlation, chi2 simple multiple regression ເເລະ logistic regression).

ຕິດຕໍ່ສອບຖາມ

ໜ່ວຍງານວິເຄາະຂໍ້ມູນ
ກົມນະໂຍບາຍເສດຖະກິດ ເເລະ ການເງິນ

ໂທລະສັບ: +856 21 254826
ອີເມລ: contact.cdrlaos@gmail.com

ຂ່າວທີ່ກ່ຽວຂ້ອງ