ການຝຶກອົບຮົມ Intensive training III ປະຈຳປີ 2021

ກ.ຍ. 15, 2021

ໂດຍສືບຕໍ່ຈາກການຝຶກອົບຮົມ Intensive training II ໃນເດືອນສິງຫາທີ່ຜ່ານມາ, ໜ່ວຍງານວິເຄາະຂໍ້ມູນໄດ້ຈັດການຝຶກອົບ ຮົມຄັ້ງທີ 3 ຂຶ້ນຢ່າງເປັນທາງການເປັນເວລາສາມວັນຕິດຕໍ່ກັນ (ວັນທີ 8 ຫາ 10 ກັນຍາ 2021) ເຊິ່ງການຝຶກອົບຮົມຄັ້ງທີ 3 ແມ່ນຈະເນັ້ນໃສ່ການເຮັດບົດຝຶກຫັດແລະການຕອບຄຳຖາມເພື່ອເຮັດໃຫ້ຜູ້ເຂົ້າຮ່ວມສາມາດຮຽນຮູ້ວິທີການວິເຄາະຂໍ້ມູນທາງສະຖິຕິດ້ວຍຕົນເອງ ແລະ ສາມາດນຳສະເໜີຜົນຂອງການວິເຄາະຂອງຕົນເອງໄດ້. ວັດຖຸປະສົງຫຼັກຂອງການ ຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອຍົກລະດັບຄວາມອາດສາມາດຂອງພະນັກງານລັດຖະກອນຈາກຂະແໜງການທີ່ກ່ຽວຂ້ອງເປັນຕົ້ນແມ່ນ: ສູນສະຕິຖິແຫ່ງຊາດ, ຂະແໜງກະສິກຳ, ຂະແໜງການສຶກສາ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ແລະ ສູນຄົ້ນຄວ້ານະໂຍບາຍການພັດທະນາ, ກຜທ. ເຊິ່ງການຝຶກອົບຮົມດັ່ງກ່າວແມ່ນຈັດຂຶ້ນ ຢູ່ທີ່ໂຮງແຮມເດີ ທາດຫຼວງດໍ ນະຄອນຫຼວງວຽງຈັນ.

Related posts