ການຝຶກອົບຮົມ Intensive training IV ປະຈຳປີ 2021

ທ.ວ. 1, 2021

ໂດຍສືບຕໍ່ຈາກການຝຶກອົບຮົມ Intensive training III ໃນເດືອນກັນຍາທີ່ຜ່ານມາ, ໜ່ວຍງານວິເຄາະຂໍ້ມູນໄດ້ຈັດການຝຶກອົບ ຮົມຄັ້ງທີ 4 ຂຶ້ນຢ່າງເປັນທາງການເປັນເວລາສີ່ວັນຕິດຕໍ່ກັນ (ວັນທີ 16 ຫາ 19 ພະຈິກ 2021) ເຊິ່ງການຝຶກອົບຮົມຄັ້ງທີ 4 ແມ່ນຈະເນັ້ນໃສ່ການວິເຄາະຂໍ້ມູນຂັ້ຂສູງໂດຍການເຮັດວຽກກັບຂໍ້ມູນຕົວຈິງແລະການສ້າງບົດລາຍງານຂອງຜົນການຄົ້ນຄວ້າ ແລະ ນຳສະເໜີຜົນຂອງການວິເຄາະຂອງຕົນເອງ ເຊິ່ງຜູ້ເຂົ້າຮ່ວມໄດ້ຖືກເເບ່ງອອກເປັນກຸ່ມແລະເຮັດບົດວິເຄາະຈາກຫົວຂໍ້ຄົ້ນຄວ້າຂອງຕົນເອງໂດຍນຳໃຊ້ບົດຮຽນທີ່ຮຽນມາເເຕ່ການຝຶກອົບຮົມຄັ້ງທີ 1 ຫາຄັ້ງທີ 4 ແລະໃນຕອນທ້າຍຂອງການຝຶກອົບຮົມແມ່ນໄດ້ນຳສະເໜີບົດຂອງຕົນເອງຂອງແຕ່ລະກຸ່ມ. ວັດຖຸປະສົງຫຼັກຂອງການ ຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອຍົກລະດັບຄວາມອາດສາມາດຂອງພະນັກງານລັດຖະກອນຈາກຂະແໜງການທີ່ກ່ຽວຂ້ອງເປັນຕົ້ນແມ່ນ: ສູນສະຕິຖິແຫ່ງຊາດ, ຂະແໜງກະສິກຳ, ຂະແໜງການສຶກສາ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ແລະ ສູນຄົ້ນຄວ້ານະໂຍບາຍການພັດທະນາ, ກຜທ. ເຊິ່ງການຝຶກອົບຮົມດັ່ງກ່າວແມ່ນຈັດຂຶ້ນ ຢູ່ທີ່ໂຮງແຮມເດີ ທາດຫຼວງດໍ ນະຄອນຫຼວງວຽງຈັນ.

Related posts