ການຝຶກອົບຮົມIntensive training II ປະຈຳປີ 2021

ສ.ຫ. 3, 2021

ໂດຍສືບຕໍ່ຈາກການຝຶກອົບຮົມ Intensive training I ໃນເດືອນມິຖຸນາທີ່ຜ່ານມາ, ໜ່ວຍງານວິເຄາະຂໍ້ມູນໄດ້ຈັດການຝຶກອົບ ຮົມຄັ້ງທີ 2 ຂຶ້ນຢ່າງເປັນທາງການເປັນເວລາສາມວັນຕິດຕໍ່ກັນ ໂດຍເນັ້ນໃສ່ການປະຕິບັດຕົວຈິງ ແລະນຳໃຊ້ຂໍ້ມູນຕົວຈິງເຂົ້າໃນການຄິດໄລ່. ເຊິ່ງວັດຖຸປະສົງຫຼັກຂອງການ ຝຶກອົບຮົມແມ່ນເພື່ອຍົກລະດັບຄວາມອາດສາມາດຂອງພະນັກງານລັດຖະກອນຈາກຂະແໜງການຕ່າງໆເປັນຕົ້ນແມ່ນ: ສູນສະຕິຖິແຫ່ງຊາດ, ຂະແໜງກະສິກຳ, ຂະແໜງການສຶກສາ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ແລະ ສູນຄົ້ນຄວ້ານະໂຍບາຍການພັດທະນາ, ກຜທ. ເຊິ່ງການຝຶກອົບຮົມດັ່ງກ່າວແມ່ນຈັດຂຶ້ນ ຢູ່ທີ່ໂຮງແຮມທະວີສຸກ, ເມືອງວັງວຽງ ແຂວງວຽງຈັນ.