ໜ່ວຍງານວິເຄາະນະໂຍບາຍ (Policy Analysis Unit (PAU)) ຂອງໂຄງການສ້າງຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ (NIPN) ທີ່ເປັນສ່ວນໜຶ່ງຂອງນະໂຍບາຍທີ່ມີອິດທິພົນຂະບວນການ ແລະ ການສະໜັບສະໜູນທຶນສາທາລະນະສໍາລັບເດັກນ້ອຍ – ໂພຊະນາການ ໄດ້ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄ້ວາຢູ່ແຂວງຫຼວງພະບາງ, ຄັ້ງວັນທີ 19 ກໍລະກົດ 2022 ເພື່ອໃຫ້ມີການປຶກສາຫາລືກ່ຽວກັບຜົນການຄົ້ນຄວ້າທີ່ມີຢູ່ກ່ຽວກັບພາວະການຂາດອາຫານ.
ເປົ້າໝາຍຂອງກອງປະຊຸມແມ່ນເພື່ອແຈ້ງໃຫ້ບັນດາຜູ້ວາງນະໂຍບາຍເຊັ່ນ: ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາຂັ້ນແຂວງ, ບັນຫາພາວະການຂາດອາຫານທີ່ປະເຊີນກັບເດັກນ້ອຍ, ໄວໜຸ່ມ ແລະ ແມ່ຍິງ ພ້ອມທັງ ມີສ່ວນປະກອບເຂົ້າໃນການຈັດບູລິມະສິດອີງຕາມຫຼັກຖານ, ການວາງແຜນ ແລະ ການຈັດງົບປະມານໃນການບໍລິຫານຂອງລັດຖະບານທຸກຂັ້ນ.
ກອງປະຊຸມດັ່ງກ່າວໄດ້ຮ່ວມກັນເປີດໂດຍ ພະນະທ່ານ ປອ. ກິແກ້ວ ຈັນທະບູລີ, ຮອງປະທານສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ພ້ອມທັງເປັນອາດີດຄະນະຮັບຜິດຊອບຊີ້ນຳລວມໂຄງການ NIPN, ທ່ານ ວົງສະຫວັນ ເທບພະຈັນ, ປະທານສພາປະຊາຊົນແຂວງຫຼວງພະບາງ ແລະ ທ່ານ ດຣ. ນາງ Pia Britto, ຜູ້ຕາງໜ້າອົງການສະຫະປະຊາຊາດສໍາລັບເດັກ ປະຈໍາ ສປປ ລາວ.
ແຂກເຂົ້າຮ່ວມປະກອບດ້ວຍບັນດາຜູ້ວາງນະໂຍບາຍຂັ້ນສູງຈາກ 8 ແຂວງພາກເໜືອ (ແຂວງຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຫຼວງພະບາງ ແລະ ໄຊຍະບູລີ), ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກສາທາລະນະສຸກແຂວງຫຼວງພະບາງ ແລະ ຫ້ອງການສາທາລະນະສຸກເມືອງຫຼວງພະບາງ.
ຫຼັກຖານ ແລະ ບັນດາຜົນໄດ້ຮັບທີ່ເຜີຍແຜ່ໃຫ້ຜູ້ເຂົ້າຮ່ວມລວມແມ່ນ ການສຶກສາທີ່ດໍາເນີນໂດຍໜ່ວຍງານວິຄາະນະໂຍບາຍ (PAU) ຂອງສະຖາບັນຄົ້ນຄວ້າ ແລະ ນະໂຍບາຍເສດຖະກິດ-ສັງຄົມ (ສຄນສ) (Socio-Economic and Policy Research Institute (SPRI)) ມີ 4 ຫົວຂໍ້ ແລະ ໜ່ວຍງານວິເຄາະຂໍ້ມູນ (Data Analysis Unit (DAU)) ຂອງສະຖາບັນຄົ້ນຄວ້ານະໂຍບາຍການພັດທະນາ (Development Policy Research Institute (DRI)) ພາຍໃຕ້ການລິເລີ່ມ NIPN.
ການນໍາສະເໜີ 4 ຫົວຂໍ້ມີຄື: (1) ຜົນສະທ້ອນທາງດ້ານເສດຖະກິດຂອງພາວະການຂາດອາຫານໃນ ສປປ ລາວ, (2) ການປະເມີນດ້ານຄຸນນະພາບກ່ຽວກັບບັນດາປັດໃຈຂອງພາວະການຂາດອາຫານໃນ ສປປ ລາວ, (3) ການປະເມີນຜົນວິທີການ ແລະ ການປະສານງານດ້ານໂພຊະນາການແບບຫຼາຍຂະແໜງການຢູ່ 4 ແຂວງຂອງ ສປປ ລາວ, ແລະ (4) ບັນດາປັດໄຈຂອງການຂາດອາຫານຊໍາເຮື້ອລວງສູງບໍ່ໄດ້ມາດຕະຖານ ແລະ ການຂາດອາຫານກະທັນຫັນແບບຈ່ອຍຂອງເດັກນ້ອຍອາຍຸລຸ່ມ 5 ປີ ໃນ ສປປ ລາວ.
ແຂກເຂົ້າຮ່ວມຍັງໄດ້ຮັບການແນະນໍາໃຫ້ຮູ້ກ່ຽວກັບການຮ່ວມງານຂອງ ກະດານຂ່າວທາງເວັບໄຊ໌ ທີ່ໄດ້ໄດ້ຖືກສ້າງຂຶ້ນເພື່ອຊ່ວຍຕິດຕາມຜົນໄດ້ຮັບ ແລະ ການລົງທຶນດ້ານໂພຊະນາການໃນປະເທດ.
ກອງປະຊຸມເຜີຍແຜ່ເຮັດໃຫ້ຜູ້ວາງນະໂຍບາຍມີຄວາມເຂົ້າໃຈເລິກເຊິ່ງຂຶ້ນກ່ຽວກັບພາວະການຂາດອາຫານທີ່ເດັກນ້ອຍ, ໄວລຸ້ນ, ແລະ ແມ່ຍິງ ຕ້ອງປະເຊີນໜ້າ, ແລະ ຮຽກຮ້ອງໃຫ້ມີການສະໜັບສະໜູນໃນການແກ້ໄຂຄວາມບໍ່ເທົ່າທຽມເຫຼົ່ານີ້. ເຊິ່ງລວມເຖິງ ການສະໜັບສະໜູນການເພີ່ມທຶນຂອງລັດໃຫ້ແກ່ເດັກ, ໂດຍສະເພາະແມ່ນການປັບປຸງສະພາບໂພຊະນາການຂອງເດັກ ແລະ ແມ່ຍິງ.
ຄໍາຄິດຄໍາເຫັນ / ຄໍາເວົ້າຂອງແຂກເຂົ້າຮ່ວມ
- “ສະຖານະພາບການຫຼຸດພົ້ນຈາກຄວາມທຸກຍາກ ຈະມາພ້ອມກັບພາລະຫຼາຍຢ່າງທີ່ມີຜົນກະທົບດ້ານໂພຊະນາການ”
- “ພວກເຮົາຕ້ອງປ່ຽນທັດສະນະຄະຕິ/ພຶດຕິກໍາຕໍ່ອາຫານ – ລັດຖະບານຕ້ອງເຮັດການຄົ້ນຄວ້ານີ້ເພື່ອປ່ຽນທັດສະນະຄະຕິ/ພຶດຕິກໍາ.”
- “ໂພຊະນາການບໍ່ແມ່ນອາຫານ. ໂພຊະນາການແມ່ນອາຫານທີ່ມີຄຸນນະພາບ.”
- “ການຂໍການຊ່ວຍເຫຼືອທາງດ້ານການເງິນ/ການຊ່ວຍເຫຼືອລ້າຈາກໂຄງການໄປຫາບັນດາແຂວງ ອາດຈະບໍ່ມີຄຸນຄ່າຄືກັບການສຶກສາຫຼາຍຂຶ້ນ ແລະ ການຄົ້ນຄວ້າເລິກເຊິ່ງຂຶ້ນ”