ສູນສະຖິຕິແຫ່ງຊາດ ຮ່ວມກັບ ສະຫະພາບເອີຣົບ (EU) ແລະ ອົງການສະຫະປະຊາຊາດສຳລັບເດັກ (UNICEF) ໄດ້ລົງເຜີຍແຜ່ຜົນການສຳຫຼວດຄົວເຮືອນຂັ້ນແຂວງ ທີ່ແຂວງບໍ່ແກ້ວ ໃນວັນທີ 1 ກຸມພາ 2024 ທີ່ຜ່ານມາ ໂດຍໃຫ້ກຽດເປັນເຈົ້າພາບໂດຍ ຮອງເຈົ້າແຂວງ ແຂວງບໍ່ແກ້ວ. ການສຳຫຼວດດັ່ງກ່າວ ເປັນສ່ວນສຳຄັນຂອງແຜນງານລິເລີ່ມທີ່ຄອບຄຸມຫຼາຍຂຶ້ນ ກ່ຽວກັບການວິເຄາະຄວາມເປັນຢູ່ຂອງຄົວເຮືອນ ເພື່ອສ້າງຄວາມເຂົ້າໃຈໃໝ່ກ່ຽວກັບ ປັດໄຈທີ່ສົ່ງຜົນກະທົບຕໍ່ໂພຊະນາການ, ສຸຂະພາບ ແລະ ສະຫວັດດີການຂອງເດັກນ້ອຍໃນແຂວງບໍ່ແກ້ວ.
ທ່ານ ນາງ ພອນສະຫຼີ ສຸກສະຫວັດ, ຫົວໜ້າສູນສະຖິຕິແຫ່ງຊາດ, ໄດ້ເນັ້ນໜັກຄວາມສຳຄັນຂອງການສຳຫຼວດ ແລະ ໃຫ້ຄຳເຫັນວ່າ: ຜົນການສຳຫຼວດເຫຼົ່ານີ້ ໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງພວກເຮົາ ໃນການທຳຄວາມເຂົ້າໃຈບໍລິບົດທີ່ຊັບຊ້ອນທາງເສດຖະກິດ-ສັງຄົມຂອງແຂວງບໍ່ແກ້ວ. ຂໍ້ມູນທີ່ໄດ້ຮັບມາມີຄວາມຈຳເປັນຫຼາຍໃນການປຶກສາຫາລື ກ່ຽວກັບວິທີການແຊກແຊງທີ່ເໝາະສົມ ເພື່ອຕອບສະໜອງຄວາມຕ້ອງການທີ່ແຕກຕ່າງກັນໃນແຕ່ລະແຂວງ.
ການສຳຫຼວດຖືກຈັດຕັ້ງປະຕິບັດ ໂດຍຄອບຄຸມຫຼາກຫຼາຍຄົວເຮືອນ, ບ້ານ ແລະ ເມືອງພາຍໃນແຂວງ ເພື່ອໃຫ້ເຫັນເຖິງສະພາບການທາງໂພຊະນາການທີ່ແທ້ຈິງໃນແຂວງບໍ່ແກ້ວ. ພ້ອມກັນນັ້ນ, ຍັງໃຫ້ຮູ້ອີກວ່າການຂາດສານອາຫານຂອງເດັກນ້ອຍໃນແຕ່ລະເມືອງຂອງແຂວງບໍ່ແກ້ວມີຄວາມແຕກຕ່າງກັນ. ດັ່ງນັ້ນ, ການແກ້ໄຂບັນຫາ ປັດໄຈການຂາດສານອາຫານໃນແຕ່ລະເມືອງກໍຄວນມີຄວາມແຕກຕ່າງກັນ.
ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ໄດ້ຮັບຮູ້ເຖິງບົດບາດສຳຄັນຂອງການສຳຫຼວດ ແລະ ກ່າວວ່າ: ຜົນການສຳຫຼວດເຫຼົ່ານີ້ ບໍ່ໄດ້ເປັນພຽງແຕ່ຈຸດຂໍ້ມູນເທົ່ານັ້ນ, ແຕ່ຍັງສ່ອງແສງເຖິງບາດກ້າວທີ່ສຳຄັນໃນການເພີ່ມຄວາມເຂົ້າໃຈດ້ານສາທາລະນະສຸກ ແລະ ໂພຊະນາການພາຍໃນຊຸມຊົນຂອງພວກເຮົາ. ພວກມັນເປັນເຄື່ອງມືທີ່ຊ່ວຍກຳນົດວິທີແກ້ໄຂບັນຫາທີ່ມີປະສິດທິພາບ ແລະ ເພີ່ມທະວີທ່າແຮງຂອງພວກເຮົາໃນການພັດທະນາເດັກນ້ອຍໃນ ສປປ ລາວ.
ຄາດວ່າຜົນຂອງການສຳຫຼວດຈະຊ່ວຍຊຸກຍູ້ປັບປຸງ ວິທີການແກ້ໄຂບັນຫາ ໂດຍສະເພາະໃນດ້ານການເປັນຢູ່ ແລະ ການພັດທະນາເດັກນ້ອຍ ເຊິ່ງເປັນບາດກ້າວສຳຄັນສູ່ການບໍລິຫານ ໂດຍອີງໃສ່ຂໍ້ມູນ. ຄວາມສຳເລັດຂອງການສຳຫຼວດນີ້ ແມ່ນຍ້ອນໄດ້ຮັບການຊ່ວຍເຫຼືອຈາກ ໂຄງການສາ້ງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN), ສະໜັບສະໜຸນໂດຍສະຫະພາບເອີຣົບ (EU) ແລະ ອົງການສະຫະປະຊາຊາດສຳລັບເດັກ (UNICEF), ທີ່ໄດ້ຊ່ວຍເຫຼືອດ້ານການວິເຄາະຂໍ້ມູນສຳລັບການແກ້ໄຂບັນຫາ ແລະ ການກຳນົດນະໂຍບາຍທີ່ເໝາະສົມ, ແລະ ຍັງເປັນການເຊື່ອມໂຍງກັບຫຼັກຖານ ແລະ ການຈັດຕັ້ງປະຕິບັດອື່ນໆໃນການແກ້ໄຂບັນຫາການຂາດສານອາຫານອີກດ້ວຍ.
ທ່ານ ນາງ ອີນາ ມາຈູລໍນິແຕ, ເອກອັກຄະລັດຖະທູດ ສະຫະພາບເອີຣົບ (EU) ປະຈຳ ສປປ ລາວ, ໄດ້ກ່າວເຖິງຄວາມພະຍາຍາມຮ່ວມກັນຈາກຫຼາຍພາກສ່ວນວ່າ: ການສຳຫຼວດຄັ້ງນີ້ເປັນຕົວພິສູດໃຫ້ເຫັນເຖິງຄວາມພະຍາຍາມຮ່ວມກັນຂອງພວກເຮົາ ໃນການປັບປຸງຊີວິດການເປັນຢູ່ຂອງເດັກນ້ອຍໃນ ສປປ ລາວ. ຜ່ານການຄົ້ນຄວ້າຢ່າງລະອຽດ, ພວກເຮົາມຸ່ງຫວັງທີ່ຈະສ້າງຜົນກະທົບທີ່ຈັບຕ້ອງໄດ້ຕໍ່ກັບ ຊີວິດຂອງກຸ່ມຄົນທີ່ອ່ອນແອ. ເນື່ອງຈາກແຂວງບໍ່ແກ້ວ ແລະ ຂະແໜງການທີ່ກ່ຽວຂ້ອງມີຄວາມມຸ່ງໝັ້ນທີ່ຈະພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະເດັກນ້ອຍ, ການສຳຫຼວດຄັ້ງນີ້ຈຶ່ງເປັນບາດກ້າວສຳຄັນໃນການແກ້ໄຂສິ່ງທ້າທາຍທີ່ແຕກຕ່າງກັນໃນແຕ່ລະເມືອງ.
ດຣ ເພຍ ຣີເບລໂລ ບຣິດໂຕ, ຜູ້ຕາງໜ້າອົງການສະຫະປະຊາຊາດສຳລັບເດັກ (UNICEF), ໄດ້ເນັ້ນຢ້ຳຄວາມສຳຄັນຂອງການຮ່ວມມືກັນ ພ້ອມກ່າວວ່າ: ການສຳຫຼວດຄັ້ງນີ້ໄດ້ເປັນແບບຢ່າງຂອງຄວາມສຳເລັດ ທີ່ເປັນໄປໄດ້ຍ້ອນການຮ່ວມມືຈາກຫຼາຍພາກສ່ວນ. ມັນໄດ້ໃຫ້ຂໍ້ມູນທີ່ລ້ຳຄ່າກ່ຽວກັບສິ່ງທ້າທາຍຕ່າງໆໃນຄົວເຮືອນທີ່ແຂວງບໍ່ແກ້ວ ເຊິ່ງຊ່ວຍຊຸກຍູ້ໄປສູ່ຍຸດທະສາດການພັດທະນາ ແລະ ປັບປຸງຊີວິດການເປັນຢູ່ຂອງເດັກນ້ອຍຢ່າງມີປະສິດທິພາບ.
ແຜນງານດ້ານໂພຊະນາການໃນ ສປປ ລາວ ແມ່ນເປັນໄປຕາມແຜນຍຸດທະສາດແຫ່ງຊາດ ດ້ານໂພຊະນາການ (NNS) ປີ 2016-2025 ແລະ ແຜນຈັດຕັ້ງປະຕິບັດວຽກງານແຫ່ງຊາດດ້ານໂພຊະນາການຄັ້ງທີ 2 (NPAN) ປີ 2021-2025. ແຜນງານເຫຼົ່ານີ້ ໄດ້ສົ່ງເສີມການຮ່ວມມືຈາກຫຼາຍຂະແໜງການ ບໍ່ວ່າຈະເປັນຂະແໜງການກະສິກຳ, ສາທາລະນະສຸກ, ການສຶກສາ ໂດຍມີເປົ້າໝາຍເພື່ອແກ້ໄຂບັນຫາດ້ານໂພຊະນາການຢ່າງກວ້າງຂວງ ແລະ ຄອບຄຸມ.