> ເລື່ອງເດັ່ນ > ການສ້າງຄວາມອາດສາມາດແຫ່ງຊາດດ້ານໂພຊະນາການ ໂດຍຜ່ານໂຄງການ NIPN ໃນ ສປປ ລາວ
ການສ້າງຄວາມອາດສາມາດແຫ່ງຊາດດ້ານໂພຊະນາການ ໂດຍຜ່ານໂຄງການ NIPN ໃນ ສປປ ລາວ
ເລື່ອງເດັ່ນ | ເມສາ 28, 2026

ໃນ ສປປ ລາວ, ບັນຫາການຂາດໂພຊະນາການຍັງຄົງເປັນສິ່ງທ້າທາຍທີ່ສຳຄັນຕໍ່ການພັດທະນາ ແຕ່ຄວາມພະຍາຍາມແມ່ນກຳລັງສ້າງການປ່ຽນແປງທີ່ມີຄວາມໝາຍ. ຫນຶ່ງໃນຂໍ້ລິເລີ່ມທີ່ມີຜົນກະທົບຫຼາຍທີ່ສຸດທີ່ປະກອບສ່ວນເຂົ້າໃນຄວາມຄືບໜ້ານີ້ແມ່ນ ໂຄງການສ້າງຖານຂໍ້ຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ເຊິ່ງເປັນໂຄງການທີ່ໄດ້ຮັບການສະໜັບສະໜູນຈາກ ສະຫະພາບເອີຣົບ, ໃນ ສປປ ລາວ, ໂຄງການ NIPN ເຄື່ອນໄຫວພາຍໃຕ້ຍຸດທະສາດໂພຊະນາການແຫ່ງຊາດ (2016-2025) ແລະ ແຜນປະຕິບັດງານແຫ່ງຊາດ (2016-2020) ຂອງລັດຖະບານ, ໂດຍຜ່ານການເປັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສະຫະພາບເອີຣົບ ແລະ ອົງການ UNICEF.

ເປົ້າໝາຍຕົ້ນຕໍຂອງໂຄງການ NIPN ແມ່ນເພື່ອສະໜັບສະໜູນການຫຼຸດຜ່ອນສະພາວະການຂາດສານອາຫານໂດຍການສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນໃນລະດັບຊາດ ໃນການເກັບກຳ, ວິເຄາະ ແລະ ນຳໃຊ້ຂໍ້ມູນທີ່ກ່ຽວຂ້ອງກັບໂພຊະນາການ ເພື່ອການຕັດສິນໃຈໂດຍອີງໃສ່ຫຼັກຖານ. ໃນ ສປປ ລາວ, ໂຄງການ NIPN ໄດ້ຖືກເຊື່ອມສານເຂົ້າກັບລະບົບແຫ່ງຊາດຢ່າງເຕັມສ່ວນ, ໂດຍມີໂຄງສ້າງການຄຸ້ມຄອງທີ່ເຂັ້ມແຂງ ເຊິ່ງນຳພາໂດຍ ຄະນະຊີ້ນຳລວມຂອງໂຄງການ ໂດຍແມ່ນທ່ານ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເປັນປະທານ. ຄະນະຊີ້ນຳລວມນີ້ ໄດ້ເຕົ້າໂຮມເອົສການນຳຂັ້ນສູງຈາກບັນດາກະຊວງທີ່ກ່ຽວຂ້ອງ ແລະ ຊີ້້ນຳວຽກງານຂອງ ໜ່ວຍວິເຄາະຂໍ້ມູນ ແລະ ນະໂຍບາຍ ເພື່ອຮັບປະກັນວ່ານະໂຍບາຍດ້ານໂພຊະນາການແມ່ນໄດ້ຮັບການຂັບເຄື່ອນໂດຍຂໍ້ມູນທີ່ເຊື່ອຖືໄດ້ ແລະ ການວິເຄາະທີ່ຖືກຕ້ອງ.

ຫນຶ່ງໃນຕົວຢ່າງທີ່ຊັດເຈນທີ່ສຸດ ແມ່ນເຫັນໄດ້ຈາກເລື່ອງລາວຂອງ ທ່ານ ບຸນພັນ ພິມມະຈັນ, ພະນັກງານວິຊາການ ຢູ່ກະຊວງສຶກສາທິການ ແລະ ກິລາ. ໃນນາມເປັນສ່ວນໜຶ່ງຂອງທີມງານໂຄງການ NIPN, ທ່ານໄດ້ເຂົ້າຮ່ວມໃນກິດຈະກຳສ້າງຂີດຄວາມສາມາດຫຼາຍຄັ້ງ ທີ່ແນໃສ່ຍົກລະດັບຄວາມຮູ້ດ້ານຂໍ້ມູນ ແລະ ຄວາມຮູ້ດ້ານໂພຊະນາການໃນທົ່ວຂະແໜງການ.

“ຂ້າພະເຈົ້າໄດ້ຮັບຜົນປະໂຫຍດຫຼາຍ, ໂດຍສະເພາະແມ່ນຜ່ານການສ້າງຄວາມອາດສາມາດ. ຕອນນີ້ຂ້າພະເຈົ້າສາມາດເຂົ້າໃຈການວິເຄາະຂໍ້ມູນ ແລະ ໄດ້ຮັບຄວາມຮູ້ກ່ຽວກັບໂພຊະນາການ,” ທ່ານ ບຸນພັນ ກ່າວ.

ປະສົບການເຫຼົ່ານັ້ນ ແມ່ນຕົວແທນຂອງການປ່ຽນແປງໃນວົງກວ້າງທີ່ກຳລັງເກີດຂຶ້ນໃນບັນດາສະຖາບັນຂອງລັດຖະບານ. ໂດຍຜ່ານການຝຶກອົບຮົມແບບປະຕິບັດຕົວຈິງ ແລະ ການຊ່ວຍເຫຼືອດ້ານວິຊາການທີ່ຈັດໂດຍ ໜ່ວຍວິເຄາະຂໍ້ມູນ (Data Analysis Unit) ພາຍໃຕ້ສະຖາບັນຄົ້ນຄວ້າ ວິໄຈການພັດທະນາ, ກະຊວງແຜນການ ແລະ ການລົງທຶນ, ແລະ ໜ່ວຍວິເຄາະນະໂຍບາຍ (Policy Analysis Unit) ພາຍໃຕ້ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ , ຜູ້ເຂົ້າຮ່ວມ ເຊັ່ນທ່ານ ບຸນພັນ ແມ່ນມີຄວາມພ້ອມທີ່ດີຂຶ້ນກວ່າເກົ່າ ໃນການນຳໃຊ້ຂໍ້ມູນເພື່ອເປັນບ່ອນອີງ ແລະ ສ້າງອິດທິພົນຕໍ່ຍຸດທະສາດໂພຊະນາການແຫ່ງຊາດ.

ເພື່ອເຮັດໃຫ້ NIPN ກາຍເປັນສ່ວນໜຶ່ງຂອງກົນໄກການປະສານງານດ້ານໂພຊະນາການທີ່ມີຢູ່ແລ້ວຂອງ ສປປ ລາວ ແລະ ການລົງທຶນໃສ່ບຸກຄະລາກອນຜູ້ທີ່ຂັບເຄື່ອນລະບົບເຫຼົ່ານັ້ນ, ແລະເຮັດໃຫ້ຄວາມຄືບໜ້າຢ່າງຕໍ່ເນື່ອງ ໄປສູ່ເປົ້າໝາຍໃນການຫຼຸດຜ່ອນການຂາດໂພຊະນາການໂດຍລວມ ເຊັ່ນດຽວກັບເລື່ອງລາວຂອງທ່ານ ບຸນພັນ ໄດ້ເນັ້ນໃຫ້ເຫັນວ່າ ການສ້າງຂີດຄວາມສາມາດພາຍໃນທ້ອງຖິ່ນ ສາມາດນຳໄປສູ່ການປັບປຸງດ້ານນະໂຍບາຍສາທາລະນະສຸກ ແລະ ຜົນໄດ້ຮັບທີ່ຍືນຍົງໃນໄລຍະຍາວ.

ຕິດຕໍ່ສອບຖາມ

ໜ່ວຍງານວິເຄາະຂໍ້ມູນ
ກົມນະໂຍບາຍເສດຖະກິດ ເເລະ ການເງິນ

ໂທລະສັບ: +856 21 254826
ອີເມລ: contact.cdrlaos@gmail.com

ຂ່າວທີ່ກ່ຽວຂ້ອງ