ຜົນໄດ້ຮັບຂອງການຄົ້ນຄວ້າຄັ້ງຫຼ້າສຸດ ຂອງສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ ແລະ ອົງການສະຫະປະຊາຊາດສໍາລັບເດັກ (UNICEF) ພົບວ່າ ພາກປະຕິບັດການໃຫ້ອາຫານເສີມທີ່ບໍ່ໄດ້ດີ ເປັນປັດໄຈຂອງພາວະການຂາດສານອາຫານລວງສູງບໍ່ໄດ້ມາດຕະຖານຂອງເດັກນ້ອຍໃນ ສປປ ລາວ. ເພື່ອຍຸດຕິພາວະການຂາດສານອາຫານ, ພວກເຮົາຕ້ອງສຸມໃສ່ການປັບປຸງການບໍລິໂພກອາຫານຂອງເດັກນ້ອຍ.
ເຖິງວ່າຈະມີການລິເລີ່ມຢ່າງຕໍ່ເນື່ອງ, ແຕ່ການຂາດແຄນຄວາມຫຼາກຫຼາຍຂອງອາຫານເສີມ ແລະ ຄວາມຖີ່ໃນການບໍລິໂພກອາຫານຂັ້ນຕໍ່າຍັງຄົງເປັນບັນຫາຢູ່. ເດັກນ້ອຍທີ່ມີຄວາມສ່ຽງທີ່ສຸດທີ່ຈະປະສົບກັບການໄດ້ຮັບອາຫານທີ່ບໍ່ໄດ້ດີໄດ້ແກ່ ເດັກນ້ອຍທີ່ມາຈາກເຂດຊົນນະບົດ ແລະ ຜູ້ທີ່ມີແມ່ເຊິ່ງມີລະດັບການສຶກສາຕໍ່າ. ສະຖານະພາບການລ້ຽງລູກດ້ວຍນົມແມ່ ຍັງເປັນປັດໄຈທີ່ສໍາຄັນໃນບັນລຸຕາມພາກປະຕິບັດການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ (IYCF).
ເດັກນ້ອຍທີ່ໄດ້ບໍລິໂພກອາຫານທີ່ເໝາະສົມຢ່າງພຽງພໍ, ໃນເວລາທີ່ເໝາະສົມ ຕໍ່ພັດທະນາການຂອງພວກເຂົາ, ມີແນວໂນ້ມທີ່ຈະຢູ່ລອດ, ເຕີບໃຫຍ່, ພັດທະນາ ແລະ ຮຽນຮູ້ ໄດ້ຫຼາຍຂຶ້ນ.
ທ່ານສາມາດຊອກຫາຜົນໄດ້ຮັບການຄົ້ນຄ້ວາທີ່ໄດ້ພິມເຜີຍແຜ່ຂອງພວກເຮົາໄດ້ທີ່ນີ້ here.
ທ່ານສາມາດອ່ານບົດສະຫຼຸບໂດຍຫຍໍ້ກ່ຽວກັບບັນຫາ, ນະໂຍບາຍທາງເລືອກ ແລະ ຂໍ້ສະເໜີແນະໄດ້ທີ່ນີ້ here.