ຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ມີເປົ້າໝາຍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລັດຖະບານລາວ ໃນການຄຸ້ມຄອງ ແລະ ວິເຄາະຂໍ້ມູນດ້ານໂພຊະນາການ ຈາກຫຼາຍຂະແໜງການ (ເຊັ່ນ: ສາທາລະນະສຸກ, ກະສິກຳ ແລະ ສຶກສາທິການ)….

ອ່ານເພີ່ມເຕີມ

ເປັນຫຍັງໂພຊະນາການຈຶ່ງສຳຄັນ?

ໂພຊະນາການແມ່ນພາກສ່ວນທີ່ສຳຄັນທີ່ສຸດຂອງສຸຂະພາບ ແລະ ການຈະເລີນເຕີບໂຕ. ການມີໂພຊະນາການທີ່ດີຂຶ້ນ ແມ່ນມີສ່ວນຊ່ວຍໃຫ້ສຸຂະພາບຂອງແມ່, ເດັກເກີດໃໝ່ ແລະ ເດັກນ້ອຍດີຂຶ້ນ, ເຮັດໃຫ້ລະບົບພູມຄຸ້ມກັນແຂງແຮງ, ຊ່ວຍໃຫ້ການຖືພາ ແລະ ການເກີດລູກມີຄວາມປອດໄພ, ຫຼຸດຜ່ອນຄວາມສ່ຽງຕໍ່ການເປັນພະຍາດຕິດຕໍ່ ແລະ ຊ່ວຍໃຫ້ອາຍຸຍືນ

ເດັກນ້ອຍທີ່ມີສຸຂະພາບແຂງແຮງຈະມີການຮຽນຮູ້ທີ່ດີກວ່າ. ສ່ວນຜູ້ທີ່ມີໂພຊະນາການທີ່ພຽງພໍ ຈະມີປະສິດທິພາບໃນການເຮັດວຽກສູງ ແລະ ສາມາດເປັນກຳລັງແຮງເພື່ອຄ່ອຍໆຢຸດຕິວົງຈອນຂອງຄວາມທຸກຍາກ ແລະ ຄວາມອຶດຫິວໄດ້.

ພາວະການຂາດສານອາຫານ ໃນທຸກຮູບແບບ ລ້ວນແຕ່ເປັນໄພຄຸກຄາມທີ່ຮ້າຍແຮງຕໍ່ສຸຂະພາບຂອງມະນຸດ. ໃນປັດຈຸບັນ, ໂລກກຳລັງຜະເຊີນກັບ "ພາລະສອງດ້ານ" ຂອງການຂາດໂພຊະນາການ ເຊິ່ງລວມມີທັງການຂາດສານອາຫານ ແລະ ພາວະນ້ຳໜັກເກີນ (ຕຸ້ຍ), ໂດຍສະເພາະແມ່ນໃນບັນດາປະເທດທີ່ມີລາຍຮັບຕ່ຳ ແລະ ປານກາງ. ພາວະຂາດໂພຊະນາການມີຫຼາຍຮູບແບບ, ລວມທັງການຈ່ອຍຜອມ ຫຼື ການເຕ້ຍ (ການຈະເລີນເຕີບໂຕບໍ່ເຕັມສ່ວນ)

ຕົ້ນທຶນຂອງພາວະການຂາດສານອາຫານ ໂດຍສະເພາະແມ່ນຂາດອາຫານຊໍາຮື້ອ ໃນ ສປປ ລາວ

ໃນປີ 2020, ຄາດຄະເນວ່າເດັກນ້ອຍທີ່ເກີດໃນ ສປປ ລາວ ຈະມີ ປະສິດທິພາບໃນການເຮັດວຽກຫຼຸດລົງ 54% ເມື່ອພວກເຂົາເຕີບໃຫຍ່ຂຶ້ນ ເມື່ອທຽບກັບເດັກນ້ອຍທີ່ໄດ້ຮັບການສຶກສາຢ່າງຄົບຖ້ວນ ແລະ ມີສຸຂະພາບທີ່ແຂງແຮງສົມບູນ.
ຜົນກະທົບທາງດ້ານເສດຖະກິດ ພາລະຂອງ ພາວະການຂາດສານອາຫານ ທີ່ມີຕໍ່ລະບົບເສດຖະກິດ ຄາດວ່າມີມູນຄ່າສູງເຖິງ 482 ລ້ານໂດລາສະຫະລັດຕໍ່ປີ (ຫຼື ເທົ່າກັບ 2.7% ຂອງ GDP).
ໃນມູນຄ່າດັ່ງກ່າວນີ້, ມີເຖິງ 212 ລ້ານໂດລາສະຫະລັດ (ຫຼື 1.2% ຂອງ GDP) ແມ່ນມີສາເຫດມາຈາກ ພາວະເດັກເຕ້ຍ ແລະ ພາວະເລືອດຈາງ.
ແຫຼ່ງຂໍ້ມູນ: ທະນາຄານໂລກ (2024). ບົດບັນທຶກນະໂຍບາຍກ່ຽວກັບ ປັດໄຈກຳນົດພາວະການຂາດສານອາຫານຂອງເດັກໃນ ສປປ ລາວ

ສະພາບລວມຂອງໂພຊະນາການໃນທົ່ວປະເທດ

ຄູ່ຮ່ວມງານທີ່ສຳຄັນ

NIPN ໃນຂັ້ນແຂວງ

ດາວໂຫຼດຂໍ້ມູນດິບ

File Name Size Action

Loading files...

ບົດຄົ້ນຄວ້າຫຼ້າສຸດ

ເຄື່ອງມືທາງດ້ານສຸຂະພາບ NIPN

ເຄື່ອງມືດ້ານສຸຂະພາບ ແລະ ໂພຊະນາການ ຂອງ NIPN

NIPN ມີເຄື່ອງມືແບບໂຕ້ຕອບເພື່ອສະໜັບສະໜູນການເບິ່ງແຍງສຸຂະພາບ ແລະ ໂພຊະນາການຂອງທ່ານ. ທ່ານສາມາດນຳໃຊ້ເຄື່ອງຄິດໄລ່ດັດຊະນີມວນກາຍ (BMI) ເພື່ອປະເມີນຮ່າງກາຍຂອງທ່ານ ແລະ ຄົ້ນຄວ້າຂໍ້ມູນດ້ານໂພຊະນາການທີ່ຫຼາກຫຼາຍກ່ຽວກັບ ສປປ ລາວ. ລະບົບປັນຍາປະດິດ (AI Agent) ຂອງ NIPN ຖືກອອກແບບມາເພື່ອຊ່ວຍເຫຼືອຜູ້ຊົມໃຊ້—ນັບຕັ້ງແຕ່ຜູ້ກຳນົດນະໂຍບາຍ, ຊ່ຽວຊານດ້ານສາທາລະນະສຸກ ຈົນເຖິງບຸກຄົນທົ່ວໄປ—ໃຫ້ສາມາດເຂົ້າເຖິງຂໍ້ມູນສຳຄັນ, ຕົວຊີ້ບອກ ແລະ ຂໍ້ສະເໜີແນະທີ່ອີງຕາມຫຼັກຖານທາງວິທະຍາສາດ ກ່ຽວກັບໂພຊະນາການ ແລະ ສາທາລະນະສຸກໃນປະເທດລາວ ໄດ້ຢ່າງວ່ອງໄວ. ບໍ່ວ່າທ່ານຈະຕ້ອງການຂໍ້ມູນແບບສັງເຂບ, ບົດສະຫຼຸບຂໍ້ມູນແບບເຈາະເລິກ ຫຼື ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດວຽກງານໂພຊະນາການ, AI ຂອງພວກເຮົາກໍພ້ອມທີ່ຈະໃຫ້ຂໍ້ມູນທີ່ໜ້າເຊື່ອຖືໄດ້ທັນທີ. ພຽງແຕ່ພິມຄຳຖາມຂອງທ່ານ ແລ້ວທ່ານຈະໄດ້ຮັບຄຳຕອບທີ່ຊັດເຈນ ແລະ ວ່ອງໄວ—ໄດ້ທຸກເວລາ.

0.0
-
Enter your height and weight to calculate your BMI

ເລື່ອງເດັ່ນ

ການສ້າງຄວາມອາດສາມາດແຫ່ງຊາດດ້ານໂພຊະນາການ ໂດຍຜ່ານໂຄງການ NIPN ໃນ ສປປ ລາວ

ການສ້າງຄວາມອາດສາມາດແຫ່ງຊາດດ້ານໂພຊະນາການ ໂດຍຜ່ານໂຄງການ NIPN ໃນ ສປປ ລາວ

ໃນ ສປປ ລາວ, ບັນຫາການຂາດໂພຊະນາການຍັງຄົງເປັນສິ່ງທ້າທາຍທີ່ສຳຄັນຕໍ່ການພັດທະນາ ແຕ່ຄວາມພະຍາຍາມແມ່ນກຳລັງສ້າງການປ່ຽນແປງທີ່ມີຄວາມໝາຍ. ຫນຶ່ງໃນຂໍ້ລິເລີ່ມທີ່ມີຜົນກະທົບຫຼາຍທີ່ສຸດທີ່ປະກອບສ່ວນເຂົ້າໃນຄວາມຄືບໜ້ານີ້ແມ່ນ ໂຄງການສ້າງຖານຂໍ້ຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ເຊິ່ງເປັນໂຄງການທີ່ໄດ້ຮັບການສະໜັບສະໜູນຈາກ ສະຫະພາບເອີຣົບ, ໃນ ສປປ ລາວ, ໂຄງການ NIPN ເຄື່ອນໄຫວພາຍໃຕ້ຍຸດທະສາດໂພຊະນາການແຫ່ງຊາດ (2016-2025) ແລະ ແຜນປະຕິບັດງານແຫ່ງຊາດ (2016-2020) ຂອງລັດຖະບານ, ໂດຍຜ່ານການເປັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສະຫະພາບເອີຣົບ ແລະ ອົງການ UNICEF. ເປົ້າໝາຍຕົ້ນຕໍຂອງໂຄງການ NIPN ແມ່ນເພື່ອສະໜັບສະໜູນການຫຼຸດຜ່ອນສະພາວະການຂາດສານອາຫານໂດຍການສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນໃນລະດັບຊາດ ໃນການເກັບກຳ, […]

Read More