ໜ້າເວັບນີ້ສະເເດງຂໍ້ມູນໂດຍຫຍໍ້ກ່ຽວກັບຖານຂໍ້ມູນຂອງບັນດາຂະແໜງການຕ່າງໆທີ່ກ່ຽວຂ້ອງເຊັ່ນ: ຂະແໜງສາທາລະນະສຸກ, ການສຶກສາ, ແຜນການ, ກະສິກຳເເລະປ່າໄມ້. ແຕ່ລະຖານຂໍ້ມູນປະກອບດ້ວຍຊຸດຕົວຊີ້ວັດທີ່ກ່ຽວຂ້ອງກັບຂະແຫນງການຂອງຕົນລວມທັງຂໍ້ມູນທີ່ກ່ຽວຂ້ອງກັບໂພຊະນາການ. ຖານຂໍ້ມູນເຫຼົ່ານີ້ໄດ້ຊີ້ໃຫ້ເຫັນເຖິງຄວາມເຂົ້າໃຈຕໍ່ຂໍ້ມູນສະຖິຕິທາງດ້ານສາທາລະນະສຸກ, ຕົວຊີ້ວັດດ້ານການສຶກສາ, ແລະຕົວຊີ້ວັດການພັດທະນາ. ເຊິ່ງເປັນຖານຂໍ້ມູນທີ່ຫຼາກຫຼາຍເພື່ອສະຫນັບສະຫນູນການຕັດສິນໃຈໂດຍອີງໃສ່ຫຼັກຖານ, ການຄົ້ນຄວ້າ, ແລະການສ້າງນະໂຍບາຍໃນທົ່ວອົງການຈັດຕັ້ງຂອງລັດຖະບານແລະອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງໆ.
ຖານຂໍ້ມູນ Laosis
Laosis ເປັນຖານຂໍ້ມູນລວມສູນທີ່ເກັບກຳ ເເລະ ຄຸ້ມຄອງໂດຍສູນສະຖິຕິແຫ່ງຊາດ ສູນຂໍ້ມູນດັ່ງກ່າວເປັນບ່ອນເກັບຂໍ້ມູນສະຖິຕິທັງໝົດກ່ຽວກັບ ສປປ ລາວ ເຊິ່ງກວມເອົາຫຼາຍກວ່າ 24 ໝວດໝູ່ໃນທຸກຂະແໜງການເຊັ່ນ: ຂໍ້ມູນທາງດ້ານປະຊາກອນສາດ, ເສດຖະກິດ, ກະສິກຳ, ການສຶກສາ, ສາທາລະນະສຸກ, ການພັດທະນາ ເເລະ...


