
ນະຄອນຫລວງວຽງຈັນ, ວັນທີ 9 ທັນວາ 2019 – ຂໍ້ມູນໃໝ່ກ່ຽວກັບຄວາມຄືບໜ້າຂອງສະຖານະພາບດ້ານໂພຊະນາການຂອງເດັກນ້ອຍ ໄດ້ຮັບການເຜີຍແຜ່ໃນມື້ນີ້ທີ່ນະຄອນຫຼວງວຽງຈັນໂດຍຜ່ານ ເວທີຂໍ້ມູນຂ່າວ ສານແຫ່ງ ຊາດ ດ້ານໂພຊະນາການ (NIPN), ແນໃສ່ສ້າງຄວາມເຂັ້ມແຂງໃຫ້ລະບົບຂໍ້ມູນຂ່າວສານ ດ້ານໂພຊະນາການເພື່ອປ້ອງກັນການຂາດສານອາຫານແລະຜົນສະທ້ອນທີ່ຕາມມາ, ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມຄືບໜ້າໃນການປະຕິ ບັດຍຸດທະສາດແຫ່ງ ຊາດດ້ານໂພຊະນາການ. ນີ້ແມ່ນການລິເລີ່ມສາກົນໂດຍສະຫະພາບເອີຣົບຜ່ານການ ສະໜັບສະໜູນຈາກກົມພັດທະນາສາກົນແຫ່ງສະຫະລາດຊະອານາຈັກ (DFID) ແລະ ມູນນິທິບິລ ແລະ ມິລິນດາເກດ (Bill and Melinda Gates Foundation) ເພື່ອຈັດຕັ້ງປະຕິບັດໃນສປປລາວໂດຍອົງການ UNICEF.
ກອງປະຊຸມໂຄສະນາເຜີຍແຜ່ລະດັບຊາດຄັ້ງນີ້ແມ່ນເປັນຄັ້ງທຳອິດທີ່ໄດ້ຮັບການຈັດຂຶ້ນນັບແຕ່ NIPN ໄດ້ຮັບການ ຈັດຕັ້ງປະຕິບັດມາເກືອບໜຶ່ງປີທີ່ຜ່ານມາ ແລະ ມີຜູ້ຕາງໜ້າຈາກບັນດາກະຊວງ, ພະແນກການຕ່າງໆທີ່ກ່ຽວຂ້ອງ ພ້ອມທັງພະນັກງານຈາກບັນດາແຂວງເຂົ້າຮ່ວມ.
ທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ກ່າວວ່າ: “ການປະເມີນ ແລະ ການວິເຄາະຂໍ້ມູນທີ່ມີຢູ່ແລ້ວ ລວມເຖິງຂໍ້ສະເໜີແນະຕ່າງໆ ແມ່ນມີຄວາມຈຳເປັນແລະສຳຄັນຢ່າງຍິ່ງສຳລັບລັດຖະບານຂອງ ສປປ ລາວ ເນື່ອງຈາກສາມາດຊ່ວຍໃຫ້ພວກເຮົາເຂົ້າໃຈກ່ຽວກັບຂໍ້ມູນທາງດ້ານໂພຊະນະການ ແລະ ນະໂຍ ບາຍໄດ້ດີຂຶ້ນກວ່າເກົ່າ. ໃນຂະນະທີ່ພວກເຮົາກຳລັງກະກຽມແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດ ຄັ້ງທີ 9 ແລະ ແຜນພັດທະນາ ຂອງຂະແໜງການອື່ນໆ, ການນຳໃຊ້ຂໍ້ມູນ ແລະ ຫລັກຖານໃໝ່ແມ່ນມີຄວາມສຳຄັນຢ່າງຍິ່ງ ໃນການກຳນົດ ເປົ້າໝາຍ ທີ່ມີຄວາມເປັນຈິງ ແລະ ອອກແບບແຜນງານ ທີ່ສາມາດຕອບສະໜອງຕາມຄວາມຕ້ອງການແລະຈຳເປັນຂອງລາວເຮົາ”. ທ່ານຍັງກ່າວຕື່ມອີກວ່າ, ແນວຄວາມຄິດລິເລີ່ມກ່ຽວກັບສູນຂໍ້ມູນແຫ່ງຊາດດ້ານໂພ ຊະນາການ (NIPN) ແມ່ນມີບົດບາດສຳຄັນຫຼາຍໃນການນຳໃຊ້ຫຼັກຖານແລະຂໍ້ມູນທີ່ດີກວ່າເກົ່າໃນການອອກແບບ ແລະ ປະຕິບັດນະໂຍບາຍແລະແຜນງານທີ່ກ່ຽວຂ້ອງກັບໂພຊະນາການ.
ຈາກການປະເມີນຜົນພົບວ່າ ສປປ ລາວ ມີນະໂຍບາຍລະດັບຊາດ ແລະ ລະດັບທ້ອງຖິ່ນທີ່ເຂັ້ມແຂງ ລວມເຖິງຍຸດທະສາດທີ່ສະໜັບສະໜູນການດຳເນີນມາດຕະການປ້ອງກັນດ້ານໂພຊະນະການທີ່ດີ. ໂດຍສິ່ງດັ່ງກ່າວນີ້ແມ່ນ ໄດ້ຮັບການສະໜັບສະໜູນ ຈາກກົນໄກການປະສານງານ ດ້ານໂພຊະນາການທີ່ມີການຈັດການເປັນຢ່າງດີໃນລະດັບປະເທດ ແລະ ລະດັບທ້ອງຖິ່ນ. ນອກຈາກນີ້, ຍັງມີລະບົບຂໍ້ມູນຂ່າວສານຫລາຍແຫ່ງໃນຂະແໜງການຕ່າງໆ ສະໜັບສະໜູນການເຝົ້າລະວັງ ແລະ ຕິດຕາມໂພຊະນາການຢ່າງເປັນປົກກະຕິອີກດ້ວຍ.
ລະບົບຂໍ້ມູນຂ່າວສານດ້ານໂພຊະນາການນີ້ ຈະສະໜອງຂໍ້ມູນທີ່ມີຄຸນນະພາບໃນການດຳເນີນການວິເຄາະ, ການຕິດ ຕາມຄວາມຄືບໜ້າ ແລະ ການນຳໃຊ້ຂໍ້ມູນສຳລັບການວາງນະໂຍບາຍ ທີ່ເອື້້ອອຳນວຍຕໍ່ການຂະຫຍາຍ ແລະ ການປັບປຸງ ຂະໜາດຂອງແຜນງານຂອງລັດຖະບານໄດ້ຢ່າງມີປະສິດທິພາບ, ລວມທັງການຈັດສັນກ່ຽວກັບງົບປະມານເພື່ອ ສະໜັບສະໜູນກິດຈະກຳທີ່ກ່ຽວຂ້ອງກັບໂພຊະນາການອີກດ້ວຍ.ຍ້ອນການມີສູນຂໍ້ມູນດັ່ງກ່າວນີ້ຈະເຮັດໃຫ້ ເດັກນ້ອຍໄດ້ຮັບຜົນປະໂຫຍດທີ່ຫລາຍຂຶ້ນກວ່າເກົ່າ.
ທ່ານ ອອກຕາເວຍ ບີໂວລ, ຜູ້ຕາງໜ້າຈາກອົງການ UNICEF ປະຈໍາລາວ ກ່າວວ່າ: “ພວກເຮົາອີງໃສ່ການນຳໃຊ້ຂໍ້ມູນນັບມື້ນັບຫຼາຍຂື້ນສຳລັບການວາງແຜນ ແລະ ການຂຽນແຜນງານໂດຍອີງໃສ່ຫຼັກຖານ ເຊິ່ງມັນເປັນວິທີດຽວທີ່ພວກເຮົາສາມາດຮັບປະກັນການນຳໃຊ້ຊັບພະຍາກອນທີ່ມີຢູ່ຢ່າງຈຳກັດໄດ້ຢ່າງມີປະສິດທິພາບ; ໂດຍມຸ້ງເນັ້ນທີ່ຜົນໄດ້ຮັບເປັນຫຼັກ ແລະ ສາມາດເຂົ້າເຖິງຜູ້ທີ່ຕ້ອງການໆສະໜັບສະໜູນ ຈາກພວກເຮົາໃຫ້ໄດ້ຫລາຍທີ່ສຸດ,”“ຂໍ້ມູນເປັນຕົວກຳນົດທີ່ສຳຄັນຕໍ່ກັບວິທີທີ່ພວກເຮົາວາງແຜນ ແລະ ປະເມີນຜົນຂອງຄວາມພະຍາຍາມຢ່າງຕັ້ງໜ້າຂອງພວກເຮົາ. ການປະຕິບັດ ໂຄງການການລິເລີ່ມ NIPN ເຮັດໃຫ້ພວກເຮົາມີໂອກາດທີ່ດີເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການສ້າງຂໍ້ມູນ, ການວິເຄາະ ແລະ ການນຳໃຊ້ຂໍ້ມູນຂອງໜ່ວຍງານທີ່ກ່ຽວຂ້ອງເພື່ອໃຫ້ສົ່ງຜົນຕໍ່ນະໂຍບາຍແລະການຕັດສິນໃຈໃນ ສປປ ລາວ”.
ເປົ້າໝາຍລວມຂອງໂຄງການ NIPN ແມ່ນເພື່ອປະກອບສ່ວນເຂົ້າໃນການຫຼຸດຜ່ອນອັດຕາການຂາດສານອາຫານ ຊໍາເຮື້ອແບບເຕ້ຍ ຂອງໂລກ (ການຂາດສານອາຫານຊໍາເຮື້ອ) ເພື່ອໃຫ້ສອດຄ່ອງກັບເປົ້າໝາຍດ້ານສຸຂະພາບຂອງສະພາສຸຂະພາບໂລກ 2025. ໂດຍສະເພາະ, ການລິເລີ່ມ NIPN ນີ້ຈະຊ່ວຍເສີມສ້າງຂີດຄວາມສາມາດໃນ ສປປລາວ ເພື່ອຕິດຕາມຄວາມຄືບໜ້າໃນການຫຼຸດຜ່ອນການຂາດ ໂພຊະນາການ, ປະກອບສ່ວນເຂົ້າໃນການປະຕິບັດນະໂຍບາຍທີ່ມີປະສິດທິພາບດ້ານການນຳໃຊ້ງົບປະມານ ໂດຍອີງໃສ່ຫຼັກຖານຂໍ້ມູນຕົວຈິງ.
ທ່ານລີໂອຟີເບີ, ເອກອັກຄະລັດຖະທູດຂອງສະຫະພາບເອີຣົບ ປະຈາລາວ ກ່າວວ່າ: “ເດັກທີ່ຂາດສານອາຫານ ນັ້ນເຊື່ອມໂຍງກັບລະດັບຄວາມສຳເລັດທາງດ້ານການສຶກສາ ແລະ ຜະລິດຕະພາບໃນການດຳລົງຊີວິດທີ່ຫລຸດລົງໃນພາຍ ຫລັງ. ນີ້ເປັນເລື່ອງທີ່ໜ້າກັງວົນສຳລັບ ສປປ ລາວ ທີ່ຈະບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030. ການປິດຊ່ອງຫວ່າງທາງດ້ານຊັບພະຍາກອນ ລະຫວ່າງເດັກນ້ອຍທີ່ຂາດສານອາຫານ ແລະ ເດັກນ້ອຍທີ່ບໍ່ໄດ້ຮັບການສຶກສາແມ່ນສິ່ງທີ່ສຳຄັນທີ່ສຸດ ແລະ ຮຽກຮ້ອງໃຫ້ລັດຖະບານແລະຄູ່ຮ່ວມພັດທະນາພິຈາລະນາທົບທວນນະໂຍບາຍແລະຍຸດທະສາດດ້ານໂພຊະນາການທີ່ມີຢູ່ເພື່ອຮັບປະກັນວ່າ ນະໂຍບາຍ ແລະ ຍຸດທະສາດເຫຼົ່ານັ້ນ ສາມາດແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານສຸຂະພາບ ແລະ ໂພຊະນາການທີ່ເດັກນ້ອຍກຳລັງປະເຊີນຢູ່ໃນປະເທດລາວໃນປັດຈຸບັນ”.
ການລິເລີ່ມ NIPN ນີ້ຈະເປັນສ່ວນໜຶ່ງຂອງແຜນງານດ້ານໂພຊະນາການຂອງລັດຖະບານ, ເຊິ່ງໄດ້ຮັບການສະໜັບສະໜູນແລະຈັດຕັ້ງປະຕິບັດຮ່ວມກັນລະຫວ່າງຜູ້ແທນຈາກ EU ແລະ ອົງການ UNICEF ພາຍໃຕ້ເງື່ອນໄຂການເປັນຄູ່ຮ່ວມງານເພື່ອປັບປຸງວຽກງານໂພຊະນາການໃນ ສປປລາວ ໂດຍການສະໜັບສະໜູນຍຸດທະສາດແຫ່ງຊາດດ້ານໂພຊະນາການຮອດປີ 2025 ແລະ ແຜນງານແຫ່ງຊາດປີ 2016-2020.