ເພື່ອເປັນສ່ວນໜຶ່ງໃນການປະຕິບັດຄຳໝັ້ນສັນຍາ ຂອງແຜນຄວາມຍືນຍົງຂອງໂຄງການ NIPN, ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ ເເລະ ສັງຄົມ (SPRI), ພາຍໃຕ້ການຊີ້ນຳຂອງ ສະຖາບັັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES) ໄດ້ຈັດຊຸດຝຶກອົບຮົມທີ່ໄດ້ຮັບທຶນສະໜັບສະໜູນຈາກລັດຖະບານ ເປັນເວລາ 03 ວັນ, ລະຫວ່າງວັນທີ 17–19 ທັນວາ 2025, ໂດຍການເປັນປະທານຂອງ ທ່ານ ປອ. ນ ແກ້ວວິວອນ ອຸດທະຈັກ, ຮອງປະທານ LASES.
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ ໃນການສ້າງ ແລະ ນຳໃຊ້ຂໍ້ມູນຫຼັກຖານ ເຂົ້າໃນການວາງແຜນ ແລະ ນະໂຍບາຍດ້ານໂພຊະນາການ. ເນື້ອໃນການຝຶກອົບຮົມແມ່ນສຸມໃສ່: “ລະບຽບວິທີການຄົ້ນຄວ້າ, ການນຳໃຊ້ຕົວຊີ້ວັດໂພຊະນາການ ເຂົ້າໃນນະໂຍບາຍ ແລະ ແຜນງານ, ການພັດທະນາບົດສະເໜີແນວຄວາມຄິດ (Concept notes) ທີ່ເອື້ອອຳນວຍຕໍ່ໂພຊະນາການ ໃນຂະແໜງກະສິກຳ, ການປົກປ້ອງທາງສັງຄົມ ແລະ ການສຶກສາ, ການວາງແຜນການໂຄສະນາປຸກລະດົມໂດຍອີງໃສ່ຫຼັກຖານ ແລະ ການຂຽນບົດສະຫຼຸບຫຍໍ້ດ້ານນະໂຍບາຍ (Policy Brief)”.
ຜູ້ເຂົ້າຮ່ວມການຝຶກອົບຮົມປະກອບມີ ພະນັກງານວິຊາການຈາກກະຊວງ ແລະ ກົມກອງຕ່າງໆ ເຊັ່ນ: ບັນດາສະຖາບັນພາຍໃນ SPRI, ໜ່ວຍງານວິເຄາະນະໂຍບາຍ (PAU) ຂອງກະຊວງທີ່ກ່ຽວຂ້ອງ (ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ກະຊວງກະສິກຳ ແລະ ສິ່ງເເວດລ້ອມ, ແລະ ສະພາແຫ່ງຊາດ). ນອກຈາກນີ້ ຍັງມີບັນດາສະຖາບັນຄົ້ນຄວ້າອື່ນໆ ພາຍໃນ LASES ເຂົ້າຮ່ວມ ລວມມີ: ພະແນກຄົ້ນຄວ້ານະໂຍບາຍການພັດທະນາເສດຖະກິດ, ພະແນກຄົ້ນຄວ້ານະໂຍບາຍການພັດທະນາສັງຄົມ, ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ, ສະຖາບັນຄົ້ນຄວ້າການເມືອງ ແລະ ສະຖາບັນຄົ້ນຄວ້າສັງຄົມວິທະຍາ.
ຜົນໄດ້ຮັບທີ່ສຳຄັນຈາກການຝຶກອົບຮົມ ປະກອບມີ: ຄວາມສາມາດໃນການຄົ້ນຄວ້າ ແລະ ວິເຄາະທີ່ດີຂຶ້ນ, ຮ່າງບົດສະຫຼຸບຫຍໍ້ດ້ານນະໂຍບາຍ, ບົດສະເໜີແນວຄວາມຄິດທີ່ເອື້ອອຳນວຍຕໍ່ໂພຊະນາການ ແລະ ແຜນປະຕິບັດງານການໂຄສະນາປຸກລະດົມ. ສິ່ງເຫຼົ່ານີ້ ຖືເປັນການເສີມສ້າງຄວາມເປັນເຈົ້າການຂອງລັດຖະບານ ແລະ ຄວາມຍືນຍົງໃນໄລຍະຍາວຂອງວຽກງານ NIPN ໃນ ສປປ ລາວ.


