ຈົດໝາຍຂ່າວໂຄງການສ້າງຖານຂໍ້ມູນຂ່າວສານເເຫ່ງຊາດດ້ານໂພຊະນາການ (NIPN) ສະບັບທີ 2 ນີ້ໄດ້ຍົກໃຫ້ເຫັນຄວາມພະຍາຍາມທີ່ສຳຄັນທັງໃນລະດັບຊາດ ແລະ ຂັ້ນເເຂວງ ເພື່ອປັບປຸງຜົນໄດ້ຮັບດ້ານໂພຊະນາການຢູ່ ສປປ ລາວ.
ຈຸດເດັ່ນຂອງເນື້ອໃນສະບັບນີ້ແມ່ນກອງປະຊຸມເວທີປຶກສາຫາລືວຽກງານໂພຊະນາການແຫ່ງຊາດຄັ້ງທີ 10 ແລະ ກອງປະຊຸມປະຈຳປີຂອງຄະນະກຳມະການໂພຊະນາການແຫ່ງຊາດ ປະຈຳປີ 2024, ຈັດຂຶ້ນໃນວັນທີ 18 ມີນາ 2025. ກິດຈະກຳດັ່ງກ່າວມີຜູ້ເຂົ້າຮ່ວມຫຼາຍກວ່າ 350 ຄົນ, ລວມທັງບັນດາຜູ້ວາງນະໂຍບາຍ, ຄູ່ຮ່ວມພັດທະນາ ແລະ ທີ່ປຶກສາ, ເພື່ອຢືນຢັນຄືນຄວາມມຸ່ງໝັ້ນຂອງປະເທດໃນການແກ້ໄຂບັນຫາການຂາດສານອາຫານ. ທ່ານ ຮອງນາຍົກລັດຖະມົນຕີ ພະນະທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ ໄດ້ເນັ້ນຢ້ຳເຖິງຄວາມສຳຄັນຂອງການລົງທຶນໃສ່ໂພຊະນາການເພື່ອການພັດທະນາຊາດແບບຍືນຍົງ.
ນອກຈາກນີ້, ຈົດໝາຍຂ່າວສະບັບນີ້ຍັງໄດ້ລາຍງານກ່ຽວກັບການເຜີຍແຜ່ຜົນການຄົ້ນຄວ້າຂອງໂຄງການ NIPN ຕໍ່ສະມາຊິກສະພາປະຈຳແຂວງ, ເຊິ່ງຜູ້ມີສ່ວນຮ່ວມໄດ້ກຳນົດບຸລິມະສິດທີ່ສາມາດຈັດຕັ້ງປະຕິບັດໄດ້ ເພື່ອແກ້ໄຂບັນຫາການຂາດອາຫານຊໍາເຮື້ອ, ການຂາດສານອາຫານກະທັນຫັນ ເເລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂັ້ນເເຂວງ, ໂຄງການ NIPN ຍັງໄດ້ຈັດຝຶກອົບຮົມຂັ້ນສູນກາງກ່ຽວກັບການຂຽນບົດຄົ້ນຄວ້າ, ໂດຍສຸມໃສ່ການນຳໃຊ້ວິທີການທີ່ມີຫຼັກຖານທາງວິຊາການ ແລະ ຄວາມຖືກຕ້ອງຊັດເຈນ.
ສຳລັບແຜນໃນຕໍ່ໜ້າຂອງໂຄງການ ເເມ່ນກຳລັງຢູ່ໃນຂັ້ນຕອນການປຶກສາຫາລືກັນກ່ຽວກັບແຜນຍຸດທະສາດເພື່ອຄວາມຍືນຍົງຂອງ ໂຄງການ NIPN, ເພື່ອສຳຫຼວດທາງເລືອກຮູບແບບຕ່າງໆໃນການຮັບປະກັນການຈັດຕັ້ງປະຕິບັດໃນໄລຍະຍາວພາຍຫຼັງປີ 2025. ພ້ອມດຽວກັນນີ້, ໃນຂັ້ນແຂວງ, ໂຄງການ NIPN ຍັງສືບຕໍ່ສະໜັບສະໜູນບັນດາແຂວງໃນການເກັບກຳຂໍ້ມູນ, ການວາງແຜນງົບປະມານ ແລະ ການສ້າງຂອບວຽກຕິດຕາມກວດກາ ເພື່ອເສີມສ້າງການຄຸ້ມຄອງດ້ານໂພຊະນາການ.
ທັງໝົດນີ້, ແມ່ນໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການນຳໃຊ້ນະໂຍບາຍທີ່ອີງໃສ່ຫຼັກຖານ ແລະ ການປະສານງານລະຫວ່າງຂະເເໜງການທີ່ກ່ຽວຂ້ອງເພື່ອໂພຊະນາການທີ່ດີຂຶ້ນຂອງເດັກ.
ດາວໂຫຼດຈົດໝາຍຂ່າວ


