ຊຸດຝຶກອົບຮົມເຂັ້ມ “ດໍາເນີນການວິເຄາະ SWOT” ໃຫ້ 6 ແຂວງເປົ້າໝາຍ, ໄດ້ຈັດຂຶ້ນໃນວັນທີ 29-31 ຕຸລາ 2024 ທີ່ ໂຮງແຮມທະວີສຸກ, ເມືອງວັງວຽງ. ມີຜູ້ເຂົ້າຮ່ວມຈາກ ແຂວງ ຜົ້ງສາລີ, ອຸດົມໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ເຊກອງ. ແຕ່ລະແຂວງຈະມີຜູ້ເຂົ້າຮ່ວມຈາກ 4 ພະແນກຫຼັກ ແລະ ໃນນັ້ນມີ 1 ທ່ານ ມາຈາກແຕ່ລະຂະແໜງການ ຄື: ແຜນການ ແລະ ການລົງທຶນ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ແລະ ສຶກສາທິການ ແລະ ກິລາ.
ການຜັນຂະຫຍາຍໂຄງການ NIPN ລົງສູ່ຂັ້ນທ້ອງຖິ່ນມີເປົ້າໝາຍ ເພື່ອເສີມສ້າງຄວາມອາດສາມາດຂອງ 6 ແຂວງເປົ້າໝາຍ ໃນການຕິດຕາມ ແລະ ວິເຄາະບັນຫາ ແລະ ອຸປະສັກດ້ານໂພຊະນາການ ພ້ອມທັງ ເພື່ອສະໜັບສະໜູນການວາງແຜນດ້ານໂພຊະນາການໂດຍອີງໃສ່ຫຼັກຖານ. ຫວ່າງບໍ່ດົນມານີ້ 6 ແຂວງພວກເຮົາ ກໍໄດ້ຮັບການຝຶກອົບຮົມຂັ້ນພື້ນຖານກ່ຽວກັບ ການວິເຄາະດ້ານໂພຊະນາການ, ຕົວຊີ້ວັດດ້ານໂພຊະນາການ, ການວິເຄາະຂໍ້ມູນ ແລະ ການວາງແຜນໂດຍອີງໃສ່ຫຼັກຖານ ເພື່ອເພີ່ມທະວີຄວາມອາດສາມາດໃຫ້ສູງຂຶ້ນ. ກອງປະຊຸມຄັ້ງນີ້ ມີເປົ້າໝາຍທີ່ຈະໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ການວິເຄາະ SWOT ເພື່ອຈະຊ່ວຍໃນການພັດທະນາຄວາມຮູ້ ແລະ ການວິເຄາະສະພາບການຂອງຕົນເອງ. ກອງປະຊຸມຄັ້ງນີ້ຈະເປັນການແນະນໍາໃຫ້ທີມງານຂັ້ນແຂວງກ່ຽວກັບ ຄວາມໝາຍຂອງການວິເຄາະ SWOT ແລະ ຊ່ວຍໃຫ້ການວິເຄາະນັ້ນໃຊ້ງານໄດ້ແນວໃດ. ນັກສຳມະນາກອນຈະໄດ້ຮຽນຮູ້ ແລະ ແບ່ງປັນປະສົບການ ຈາກສິ່ງທີ່ສັງເກດເຫັນຢູ່ໃນແຂວງຂອງຕົນກ່ຽວກັບຕາຕະລາງທີ່ຈະສະໜອງໃຫ້. ບັນດາຂໍ້ມູນທີ່ປ້ອນເຂົ້ານີ້ຈະຖືກວິເຄາະໂດຍທີມງານສູນກາງ ແລະ ນໍາໄປໃຊ້ເພື່ອສະໜອງຂໍ້ມູນໃຫ້ແກ່ການກໍານົດນະໂຍບາຍ ແລະ ການວາງແຜນດ້ານໂພຊະນາການ.