Laosis ເປັນຖານຂໍ້ມູນລວມສູນທີ່ເກັບກຳ ເເລະ ຄຸ້ມຄອງໂດຍສູນສະຖິຕິແຫ່ງຊາດ ສູນຂໍ້ມູນດັ່ງກ່າວເປັນບ່ອນເກັບຂໍ້ມູນສະຖິຕິທັງໝົດກ່ຽວກັບ ສປປ ລາວ ເຊິ່ງກວມເອົາຫຼາຍກວ່າ 24 ໝວດໝູ່ໃນທຸກຂະແໜງການເຊັ່ນ: ຂໍ້ມູນທາງດ້ານປະຊາກອນສາດ, ເສດຖະກິດ, ກະສິກຳ, ການສຶກສາ, ສາທາລະນະສຸກ, ການພັດທະນາ ເເລະ ດ້ານອື່ນໆ
ບັນດາຂໍ້ມູນໃນຖານຂໍ້ມູນ Laosis ສາມາດເຂົ້າເບິ່ງໄດ້ຫຼາຍຮູບແບບ, ລວມທັງແບບກຣາຟ, ຕາຕະລາງ, ແລະ ແຜນທີ່. ເຮັດໃຫ້ຜູ້ໃຊ້ສາມາດວິເຄາະ ແລະ ຕີຄວາມຫມາຍຂໍ້ມູນໃຫ້ເຫມາະສົມກັບຄວາມຕ້ອງການຂອງຕົນ. ຖານຂໍ້ມູນດັ່ງກ່າວນີ້ເປັນສູນລວມຂໍ້ມູນທີ່ເປັນປະໂຫຍດໃຫ້ແກ່ນັກຄົ້ນຄວ້າ, ຜູ້ວາງນະໂຍບາຍ, ແລະ ບຸກຄົນທົ່ວໄປ ໃຫ້ເຂົ້າເຖິງຂໍ້ມູນໄດ້ງ່າຍຂຶ້ນ. ຖານຂໍ້ມູນນີ້ສາມາດເຂົ້າເບິ່ງໄດ້ທີ່: https://laosis.lsb.gov.la



