> ກິດຈະກຳ, ຂ່າວການເຄື່ອນໄຫວ > ບົດສະຫຼຸບຫຍໍ້ຂອງ ກອງປະຊຸມຄະນະຊີ້ນໍາລວມໂຄງການ NIPN
ບົດສະຫຼຸບຫຍໍ້ຂອງ ກອງປະຊຸມຄະນະຊີ້ນໍາລວມໂຄງການ NIPN
ກິດຈະກຳ, ຂ່າວການເຄື່ອນໄຫວ | 27/11/2025

ກອງປະຊຸມຄະນະຊີ້ນໍາລວມໂຄງການ NIPN ໄດ້ຈັດຂຶ້ນໃນວັນທີ່ 25 ພະຈິກ 2025 ທີ່ ໂຮງແຮມຄຣາວພລາຊາ ໂດຍການເປັນປະທານຂອງ ທ່ານ ປອ. ນາງ ແກ້ວວິວອນ ອຸທະຈັກ, ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ-ສັງຄົມແຫ່ງຊາດ (ສວສສຊ). ເປັນກອງປະຊຸມແບບເຊິ່ງໜ້າ ແລະ ທາງໄກ ເຊິ່ງມີຜູ້ຕາງໜ້າຈາກ ບັນດາກະຊວງທີ່ກ່ຽວຂ້ອງ, ຄະນະກໍາມະການຊີ້ນໍາລວມໂຄງການ NIPN, ຄະນະກໍາມະການກອງເລຂາໂຄງການ NIPN, ໜ່ວຍງານວິເຄາະນະໂຍບາຍ (PAU), ໜ່ວຍງານວິເຄາະຂໍ້ມູນ (DAU), ອໍານາດການປົກຄອງຂັ້ນແຂວງ, EU, UNICEF ແລະ ຄູ່ຮ່ວມການອື່ນໆ. ກອງປະຊຸມດັ່ງກ່າວແມ່ນດໍາເນີນການໂດຍ ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ (ສຄນສ) ທີ່ຂຶ້ນກັບ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໂດຍການຮ່ວມມືກັບ NIPN PAU, DAU ແລະ UNICEF.

ໃນບົດກ່າວເປີດກອງປະຊຸມ, ທ່ານປະທານໄດ້ເນັ້ນໃຫ້ເຫັນວ່າ ລະບົບຂໍ້ມູນຂ່າວສານຂອງ NIPN ສະແດງໃຫ້ເຫັນ ຄຸນຄ່າໃນການສົ່ງເສີມການນໍາໃຊ້ຂໍ້ມູນທີ່ມີຢູ່ແລ້ວ ສໍາລັບດ້ານນະໂຍບາຍ ແລະ ການຕັດສິນໃຈ. ທ່ານໄດ້ກ່າວວ່າແຜນການພັດທະນາແບບຍືນຍົງຂອງ NIPN ຈະເປັນແນວທາງໃນການຈັດຕັ້ງປະຕິບັດໃນອະນາຄົດ ເມື່ອສະຖາບັນຂອງພາກລັດຈະສືບຕໍ່ວຽກງານນີ້ ພາຍຫຼັງສິ້ນສຸດການສະໜັບສະໜູນຈາກພາຍນອກ. ທ່ານຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງບົດບາດທີ່ຊັດເຈນ, ການຈັດຕັ້ງງຂອງສະຖາບັນ ແລະ ການຈັດສັນຊັບພະຍາກອນທີ່ພຽງພໍ, ໂດຍສະເພາະໃນສະພາບການທີ່ກໍາລັງດໍາເນີນການປັບປຸງໂຄງສ້າງຂອງລັດຖະບານ.

ບົດນຳສະເໜີຫຼັກ ປະກອບມີຜົນສຳເລັດທີ່ສຳຄັນຂອງ NIPN, ແຜນຄວາມຍືນຍົງຂອງ NIPN ແລະ ຄຳໝັ້ນສັນຍາຂອງກະຊວງ ແລະ ສະຖາບັນຕ່າງໆ ໃນການປະກອບສ່ວນທາງດ້ານການເງິນ, ວັດຖຸ, ວິຊາການ ແລະ ສະຖາບັນໃຫ້ແກ່ NIPN, ລວມມີ ກະຊວງການເງິນ (ກົມນະໂຍບາຍເສດຖະກິດ ແລະ ການເງິນ, ສູນສະຖິຕິແຫ່ງຊາດ), ກະຊວງສາທາລະນະສຸກ (ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກົມແຜນການ ແລະ ການເງິນ, ແລະ ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ), ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກົມແຜນການ ແລະ ການຮ່ວມມື), ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສຄນສ).

ຜູ້ເຂົ້າຮ່ວມໄດ້ເນັ້ນໜັກເຖິງຄວາມຈໍາເປັນໃນຄວາມເປັນເຈົ້າການຂອງລັດຖະບານທີ່ເຂັ້ມແຂງ, ການຈັດລະບົບຂອງສະຖາບັນທີ່ຊັດເຈນ, ການຈັດສັນດ້ານການເງິນແບບຍືນຍົງ ແລະ ການຮັບຮອງຢ່າງເປັນທາງການ ແລະ ການຈັດຕັ້ງປະຕິບັດແຜນຄວາມຍືນຍົງພາຍຫຼັງປີ 2025.

ທ່ານປະທານສະຫຼຸບກອງປະຊຸມໂດຍຂໍ້ຄວາມສໍາຄັນດັ່ງກໍ່ໄປນີ້:

  1. ຮັບຮອງແຜນຄວາມຍືນຍົງຂອງ NIPN
  2. ຮັບຮູ້ເຖິງສະຖຽນລະພາບທາງດ້ານການເງິນເປັນສິ່ງຈຳເປັນ ແລະ ເລີ່ມຈັດສັນຊັບພະຍາກອນຈາກງົບປະມານທີ່ມີຢູ່.
  3. ຊຸກຍູ້ການສະໜັບສະໜູນຍຸດທະສາດຈາກຄູ່ຮ່ວມງານຢ່າງຕໍ່ເນື່ອງ, ໂດຍສະເພາະແມ່ນການສ້າງຄວາມອາດສາມາດ ແລະ ການວິເຄາະ.
  4. ຮັກສາການວິເຄາະຂໍ້ມູນ ແລະ ການວິເຄາະນະໂຍບາຍ ໃຫ້ເປັນໜ້າທີ່ຫຼັກຂອງ
  5. ຢັ້ງຢືນວ່າ ກົມນະໂຍບາຍເສດຖະກິດ ແລະ ການເງິນ ເປັນໜ່ວຍງານຫຼັກໃນດ້ານຂໍ້ມູນ ແລະ ການສ້າງຄວາມອາດສາມາດ ໂດຍໄດ້ຮັບການສະໜັບສະໜູນດ້ານການຄົ້ນຄວ້າ ແລະ ການປະສານງານຈາກ ສະຖາບັນວິທະຍາສາດ ເສດຖະກິດ-ສັງຄົມແຫ່ງຊາດ (ສວສສຊ) / ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສຄນສ) ເພື່ອຮັບປະກັນວ່າລະບົບດັ່ງກ່າວຈະສ້າງຫຼັກຖານທີ່ໜັກແໜ້ນຕໍ່ໄປ.

ກອງປະຊຸມໄດ້ສິ້ນສຸດລົງດ້ວຍການຮຽກຮ້ອງໃຫ້ມີການຮ່ວມມື ແລະ ການປຶກສາຫາລືຢ່າງຕໍ່ເນື່ອງ ກ່ຽວກັບແຜນປະຕິບັດງານ ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນຄວາມຍືນຍົງຢ່າງມີປະສິດທິຜົນ.

ຕິດຕໍ່ສອບຖາມ

ໜ່ວຍງານວິເຄາະຂໍ້ມູນ
ກົມນະໂຍບາຍເສດຖະກິດ ເເລະ ການເງິນ

ໂທລະສັບ: +856 21 254826
ອີເມລ: contact.cdrlaos@gmail.com

ຂ່າວທີ່ກ່ຽວຂ້ອງ