ໜ່ວຍງານວິເຄາະຂໍ້ມູນຂອງໂຄງການ NIPN– ທີ່ຂຶ້້້ນກັບສະຖາບັນຄົ້ນຄວ້າວິໄຈການພັດທະນາ (DRI), ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດຝຶກອົບຮົມການວິເຄາະຂໍ້ມູນຮ່ວມກັບຂະເເໜງການ ເປັນເວລາ 4 ວັນ ຄືແຕ່ວັນທີ 4-7 ເມສາ 2023 ທີ່ເມືອງວັງວຽງ ແຂວງວຽງຈັນ, ສປປ ລາວ. ເຂົ້າຮ່ວມການຝຶກອົບຮົມຄັ້ງນີ້ ມີຜູ້ເຂົ້າຮ່ວມຈາກບັນດາຂະແໜງການ ແລະ ກະຊວງຕ່າງໆ ຈໍານວນ 20 ກວ່າທ່ານ,ເຊິ່ງປະກອບໄປດ້ວຍ: ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ກະຊວງກະສິກໍາ ແລະ ປ່າໄມ້, ແລະ ສູນສະຖິຕິແຫ່ງຊາດ.
ການຝຶກອົບຮົມແມ່ນສຸມໃສ່ການທົບທວນຄືນສະຖິຕິພື້ນຖານແລະແນວຄວາມຄິດດ້ານໂພຊະນາການເພື່ອກະກຽມຜູ້ເຂົ້າຮ່ວມສໍາລັບ ການວິເຄາະຂັ້ນສູງໃນການຝຶກອົບຮົມໃນອະນາຄົດ. ຜູ້ເຂົ້າຮ່ວມຍັງໄດ້ຮຽນຮູ້ວິທີການນໍາໃຊ້ໂປຣເເກມ STATA ແລະ Excel ສໍາລັບການວິເຄາະຂໍ້ມູນແລະໄດ້ເຮັດບົດຝຶກຫັດໃນຫ້ອງຮຽນເພື່ອຝຶກຄວາມຮູ້ກ່ຽວກັບສະຖິຕິແລະຫົວຂໍ້ທີ່ກ່ຽວຂ້ອງກັບໂພຊະນາການ. ນອກຈາກນັ້ນ, ການຝຶກອົບຮົມດັ່ງກ່າວ ຍັງເປັນການກະກຽມໃຫ້ແກ່ນັກສຳມະນາກອນຈຳນວນໜຶ່ງ ເພື່ອເປັນຄູຝຶກໃຫ້ແກ່ບັນດານັກຝຶກອົບຮົມຂັ້ນແຂວງ.
ການຝຶກອົບຮົມດັ່ງກ່າວໄດ້ຈົບລົງດ້ວຍການກ່າວປິດທ້າຍຂອງ ທ່ານ ປອ ສິດທິຣົດ ຣາຊະພົນ ຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ ທີ່ໄດ້ສະແດງຄວາມຊົມເຊີຍກັບທີມງານທີ່ປະສົບຜົນສຳເລັດໃນການຝຶກອົບຮົມ ແລະ ຊຸກຍູ້ໃຫ້ນັກສຳມະນາກອນໄດ້ສືບຕໍ່ຝຶກຝົນຫຼໍ່ຫຼອມ ແລະ ນຳໃຊ້ຄວາມຮູ້ເພື່ອກະກຽມຄວາມພ້ອມໃຫ້ແກ່ການເຝິກອົບຮົມໃນຕໍ່ໜ້າໃນປີ 2023. ພ້ອມທັງໄດ້ຮຽກຮ້ອງໃຫ້ ຜູ້ເຂົ້າຮ່ວມຝຶກອົບຮົມຮຽນຮູ້ໃຫ້ຫລາຍຂຶ້ນ ແລະ ກະກຽມຕົນເອງໃນການເປັນຄູຝຶກໃຫ້ແກ່ການຝຶກອົບຮົມໃນຂັ້ນແຂວງ.