ຝຶກອົບຮົມການຂຽນບົດສະຫຼຸບຫຍໍ້ນະໂຍບາຍ/ບົດສະເໜີນະໂຍບາຍໂດຍສັງເຂບ

ທ.ວ. 25, 2020

ຕຸລາ 2020,

ພາຍໃຕ້ກອບ​ການ​ລິ​ເລີ່ມຂອງໂຄງການ NIPN ໃນ ສປປ ລາວ, ໄດ້ມີການປະເມີນຄວາມຕ້ອງການການອົບຮົມກັບບັນດາຂະແໜງການທີ່ກ່ຽວຂ້ອງກັບໂຄງການ NIPN.  ຈາກຜົນຂອງການປະເມີນຄວາມຕ້ອງການການອົບຮົມ, ແຜນປະຕິບັດການພັດທະນາຄວາມສາມາດໄດ້ຮັບການພັດທະນາຂຶ້ນ. ການຈັດຕັ້ງປະຕິບັດຕາມແຜນພັດທະນາຄວາມສາມາດ ເປັນໜຶ່ງໃນບັນດາບຸລິມະສິດຕົ້ນຕໍຂອງຂໍ້ລິເລີ່ມ NIPN ຢູ່ ສປປ ລາວ. ດັ່ງນັ້ນ, ໜ່ວຍງານວິເຄາະນະໂຍບາຍ ຈິ່ງໄດ້ຈັດຊຸດຝຶກອົບຮົມກ່ຽວກັບ ການຂຽນບົດສະຫຼຸບຫຍໍ້ນະໂຍບາຍ ໃຫ້ແກ່ບັນດາຂະແໜງການທີ່ກ່ຽວຂ້ອງຂອງໂຄງການ NIPN, ໂດຍພາຍຫລັງການເຂົ້າຮ່ວມການຝຶກອົບຮົມດັ່ງກ່າວ ຜູ້ເຂົ້າຮ່ວມຈະສາມາດຮ່າງບົດສະຫຼຸບຫຍໍ້ທາງດ້ານນະໂຍບາຍ ເພື່ອການສື່ສານທີ່ດີຂຶ້ນໃຫ້ເເກ່ຜູ້ມີອໍານາດໃນການຕັດສິນໃຈທາງດ້ານນະໂຍບາຍ ແລະ ສາທາລະນະຊົນທົ່ວໄປ.

Related posts