ຝຶກອົບຮົມການນຳໃຊ້ໂປຣແກມ STATA ຂັ້ນພື້ນຖານ

​ພ.ຈ. 19, 2020

ພຶດສະພາ 2020

ໂດຍອີງຕາມຄວາມຮຽກຮ້ອງຕ້ອງການໃນການສ້າງຄວາມອາດສາມາດ ໃນບົດປະເມີນຄວາມອາດສາມາດຂອງຂະແໜງການທີ່ກ່ຽວຂ້ອງ ທີ່ໄດ້ຈັດທຳຂຶ້ນພາຍໃຕ້ໂຄງການສ້າງຖານຂໍ້ມູນແຫ່ງຊາດ ທາງດ້ານໂພຊະນາການ, ໃນເດືອນພຶດສະພາ 2020 ທີ່ຜ່ານມາ, ໜ່ວຍງານວິເຄາະຂໍ້ມູນໄດ້ຈັດການຝຶກອົບຮົມໃນຫົວຂໍ້ ການນຳໃຊ້ໂປຣແກມ STATA ຂັ້ນພື້ນຖານ ຂຶ້ນທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການຝຶກອົບຮົມດັ່ງກ່າວໄດ້ເຊີນເອົາບັນດາຜູ້ປະຕິບັດວຽກຕົວຈິງ ທີ່ນຳໃຊ້ໂປຣແກມ STATA ຈາກຂະແໜງການຕ່າງໆທີ່ກ່ຽວຂ້ອງ ເຊິ່ງພາຍຫຼັງຈາກການຝຶກອົບຮົມໃນຄັ້ງນີ້ ຈະຊ່ວຍໃຫ້ຜູ້ເຂົ້າຮ່ວມສາມາດນໍາໃຊ້ໂປແກຣມ STATA ເຂົ້າໃນການວິເຄາະຂໍ້ມູນຂັ້ນພື້ນຖານໄດ້.