> ຄຳມ່ວນ > ຝຶກອົບຮົມການວິເຄາະຂໍ້ມູນ ແລະ ການວາງແຜນ
ຝຶກອົບຮົມການວິເຄາະຂໍ້ມູນ ແລະ ການວາງແຜນ
ຄຳມ່ວນ | ເມສາ 30, 2026

ບົດຂ່າວ

ໃນວັນທີ່ 27/4/2026 ຜ່ານມານີ້ ຢູ່ທີ່ ກະຊວງການເງີນ ໄດ້ມີການຈັດກອງປະຊຸມຝຶກອົບຮົມຫົວຂໍ້ ການວິເຄາະຂໍ້ມູນ ແລະ ການວາງແຜນ ຂື້ນໂດຍມີຈຸດປະສົ່ງເພື່ອພັດທະນາທັກສະ ແລະ ຍົກລະດັບຄວາມຮູ້ໃຫ້ແກ່ພະນັກງານ ແລະ ຜູ້ເຂົ້າຮ່ວມ ໃນການໃຊ້ຂໍ້ມູນໃຫ້ເກິດປະໂຫຍດສູງສຸງ

ການຝຶກອົບຮົມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ປະກອບມີ ພະນັກງານພາກລັດ, ອົງກອນ ແລະ ຜູ້ກ່ຽວຂ້ອງ ຈຳນວນ … ຄົນ. ໃນກອງປະຊຸມໄດ້ມີການນຳສະເໜີຫົວຂໍ້ສຳຄັນ ເຊັ່ນ ວິທີການເກັບກຳ ແລະ ຈັດການຂໍ້ມູນ, ການວິເຄາະຂໍ້ມູນດ້ວຍເຄື່ອງມືທັນສະໄໝ, ການແປຜົນຂໍ້ມູນ ແລະ ນຳໄປໃຊ້ໃນການວາງແຜນງານຢ່າງມີປະສິດທິຜົນ.

ນອກຈາກນັ້ນ ຍັງມີການແບ່ງກຸ່ມຝຶກປະຕິບັດ ແລະ ການຖົມຖຽງແລກປ່ຽນປະສົບການ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈແທ້ ແລະ ສາມາດນຳໄປນຳໃຊ້ໃນວຽກງານຈິງ. ບັນດາວິທະຍາກອນ ໄດ້ໃຫ້ຄຳແນະນຳຢ່າງໃກ້ຊິດ ແລະ ແບ່ງປັນເທັກນິກການວິເຄາະຂໍ້ມູນທີ່ທັນສະໄໝ.

ການຈັດກອງປະຊຸມໃນຄັ້ງນີ້ ຖືວ່າເປັນການສ້າງໂອກາດສຳຄັນ ໃຫ້ແກ່ຜູ້ເຂົ້າຮ່ວມ ໃນການພັດທະນາຄວາມສາມາດ ທັງດ້ານວິຊາການ ແລະ ການນຳໄປປະຍຸກໃຊ້ງານ ເພື່ອສົ່ງເສີມວຽກງານໃຫ້ມີຄຸນນະພາບ ແລະ ບັນລຸເປົ້າໝາຍຕາມແຜນທີ່ວາງໄວ້.

ຕິດຕໍ່ສອບຖາມ

ໜ່ວຍງານວິເຄາະຂໍ້ມູນ
ກົມນະໂຍບາຍເສດຖະກິດ ເເລະ ການເງິນ

ໂທລະສັບ: +856 21 254826
ອີເມລ: contact.cdrlaos@gmail.com

ຂ່າວທີ່ກ່ຽວຂ້ອງ