
ໃນຄັ້ງວັນທີ 27-30 ເມສາ 2026 ທີ່ກະຊວງການເງິນ ໄດ້ຈັດຝຶກອົບຮົມການສ້າງຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ “NIPN” ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງໃນ 6 ແຂວງເປົ້າໝາຍຂອງໂຄງການ (ແຂວງຜົ້ງສາລີ, ອຸດົມໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ເຊກອງພາຍໄຕ້ການເປັນປະທານທ່ານ ປອ ສິດທິຣົດ ຣາຊະພົນ ຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ “ການວິເຄາະຂໍ້ມູນ ແລະ ການວາງແຜນ
ດັ່ງທີ່ບັນດາທ່ານໄດ້ຮັບຮູ້ນຳກັນແລ້ວວ່າ ວຽກງານການສ້າງຄວາມອາດສາມາດ ແມ່ນໜຶ່ງໃນບູລິມະ ສິດທີ່ສຳຄັນທີ່ສຸດຂອງໂຄງການ NIPN ໂດຍສະເພາະແມ່ນ ການສ້ງຄວາມອາດສາມາດທາງດ້ານສະຖິຕິ ແລະ ການວິເຄາະຂໍ້ມູນ, ຊຶ່ງໃນໄລຍະຜ່ານມາ ພວກເຮົາກໍ່ໄດ້ຈັດການຝຶກອົບຮົມຂຶ້ນຢ່າງເປັນປົກກະຕິມາໂດຍຕະຫຼອດ, ທັງຝຶກຢູ່ໃນຂັ້ນສູນກາງ ແລະ ຢູ່ໃນຂັ້ນທ້ອງຖິ່ນ ໂດຍຈະເນັ້ນໃສ່ໃນການນຳໃຊ້ຂໍ້ມູນຕົວຈິງທີ່ປະສົມປະສານກັບການຮຽນຮູ້ທາງດ້ານທິດສະດີ ແລະ ໃນດ້ານວິທີການວິເຄາະຂໍ້ມູນ, ການແປຜົນການວິເຄາະຂໍ້ມູນ ແລະ ອື່ນໆ ຊຶ່ງເປັນການຝຶກແບບຕໍ່ເນື່ອງ ພາຍຫຼັງທີ່ບັນດາທ່ານໄດ້ຮັບການຝຶກທາງດ້ານທິດສະດີພື້ນຖານດ້ານສະຖິຕິ ໃນໄລຍະຜ່ານມາ. ໃນປີ 2025 ຜ່ານມາ, ການຝຶກອົບຮົມຂອງພວກເຮົາ ແມ່ນໄດ້ຫັນເປັນການສ້າງໃຫ້ຂັ້ນທ້ອງຖິ່ນມີຄວາມເຂັ້ມແຂງຫຼາຍຂຶ້ນ ໂດຍໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມໃນຂັ້ນທ້ອງຖິ່ນໄດ້ຝຶກປະຕິບັດຕົວຈິງ ແລະ ຝຶກໃຫ້ຂັ້ນທ້ອງຖິ່ນກາຍເປັນຄູ່ຝຶກ ເພື່ອກັບໄປຝຶກໃນຂັ້ນທ້ອງຖິ່ນຂອງຕົນ.
ຜ່ານການຕິດຕາມ ແລະ ປະເມີນຂອງຄະນະຮັບຜິດຊອບ ໃນການຝຶກອົບຮົມໃນຄັ້ງຜ່ານມາ ສັງເກດເຫັນວ່າ ຄູ່ຝຶກໃນຂັ້ນແຂວງ ສາມາດຖ່າຍທອດຄວາມຮູ້ທີ່ໄດ້ຜ່ານການຝຶກໃນຂັ້ນສູນກາງ ລົງໄປຖ່າຍທອດຕໍ່ຢູ່ໃນຂັ້ນທ້ອງຖິ່ນຂອງຕົນໄດ້ເປັນຢ່າງດີ ຊຶ່ງເຫັນໄດ້ຈາກ ນັກສຳມະນາກອນຫຼາຍທ່ານແມ່ນມີຄວາມເຂົ້າໃຈທາງດ້ານຄວາມຮູ້ທາງດ້ານໂພຊະນາການ ແລະ ການວິເຄາະຂໍ້ມູນໂດຍພື້ນຖານເປັນຢ່າງດີ. ດັ່ງນັ້ນ, ເພື່ອເຮັດໃຫ້ການສ້າງຂີດຄວາມສາມາດສອດຄ່ອງກັບແຜນຄວາມຍືນຍົງຂອງໂຄງການ, ພ້ອມທັງ ເຮັດໃຫ້ບັນດາທ່ານມີຄວາມອາດສາມາດທີ່ຈະນຳເອົາຄວາມຮູ້ດັ່ງກ່າວ ໄປຜັນຂະຫຍາຍຕໍ່ໃຫ້ແກ່ຂະແໜງການຂອງບັນດາທ່ານຕໍ່ໄປ ຄະນະທີມງານຂອງພວກເຮົາ ຈຶ່ງເຫັນວ່າຄວນສືບຕໍ່ຈັດການຝຶກອົບຮົມແບບ TOT ໃນຄັ້ງນີ້ຂຶ້ນມາ ເພື່ອສ້າງໃຫ້ຜູ້ເຂົ້າຮ່ວມຈາກຄະນະຄູຝຶກທີມງານຂັ້ນແຂວງ ສືບຕໍ່ນຳເອົາບົດຮຽນໄປຝຶກຕໍ່ໃນຕໍ່ໜ້າເພີ່ມຕື່ມ ຊຶ່ງຫົວຂໍ້ໃນການຝຶກອົບຮົມໃນຄັ້ງນີ້ ພວກເຮົາຈະໄດ້ລົງເລິກໃນການຮຽນຮູ້ກ່ຽວກັບ
- ພື້ນຖານການຕິດຕາມ ແລະ ປະເມີນຜົນ ແລະ ການວິເຄາະຂໍ້ມູນໂພຊະນາການ;
- ການນຳໃຊ້ຫຼັກຖານໃນການວາງແຜນ ແລະ ການຕິດຕາມ ແລະ ວິທີການຂຽນບົດລາຍງານ;
- ເຄື່ອງໝາຍ/ທັດສະນະດ້ານໂພຊະນາການ
- ແລະ ໃນມື້ສຸດທ້າຍຂອງການຝຶກອົບຮົມ ແມ່ນພວກເຮົາຈະໄດ້ຮຽນຮູ້ການຄຸ້ມຄອງກະດານຂ່າວອອນໄລນ໌ ແລະ ວິທີການອັບເດດຂໍ້ມູນເຂົ້າໃນຖານຂໍ້ມູນຂອງແຂວງ.


