ເພື່ອເປັນການຍົກລະດັບຄວາມອາດສາມາດ ແລະ ລະບົບຄວາມປອດໄພຂອງ ສູນສະຖິຕິແຫ່ງຊາດ ໂດຍໄດ້ຮັບການສະໜັບສະໜູນທາງດ້ານງົບປະມານ ຈາກໂຄງການ NIPN ກົມບໍລິການສະຖິຕິ ຮ່ວມກັບ ສະຖາບັນຄົ້ນຄວ້າວິໄຈການພັດທະນາ, ກະຊວງເເຜນການ ເເລະ ການລົງທຶນ, ໄດ້ຈັດຝຶກອົບຮົມກ່ຽວກັບຄວາມປອດໄພຂອງລະບົບເຄືອຂ່າຍ ເເລະ ເວັບໄຊທ໌ ເປັນເວລາ 7 ວັນ ແຕ່ວັນທີ 7 ຫາ 15 ກໍລະກົດ 2022. ການຝຶກອົບຮົມດັ່ງກ່າວແມ່ນເພື່ອເປັນການຍົກລະດັບ ເເລະ ເສີມສ້າງທັກສະຄວາມປອດໄພຂອງພະນັກງານ ສູນສະຖິຕິແຫ່ງຊາດ, ໂດຍສະເພາະແມ່ນຜູ້ທີ່ຮັກສາແລະຕິດຕາມກວດກາເວັບໄຊທ໌ແລະລະບົບເຊີຟເວີເພື່ອຮັບປະກັນຄວາມປອດໄພຂອງລະບົບເຊີຟເວີ ແລະ ຫຼຸດຜ່ອນໄພຂົ່ມຂູ່ທາງອິນເຕີເນັດໃນທຸກຮູບແບບ.
ກອງປະຊຸມ ເຜີຍແຜ່ຜົນການຄົ້ນຄວ້າຂອງໂຄງການ NIPN ທີ່ເເຂວງສາລະວັນ
ກອງປະຊຸມ ເຜີຍແຜ່ຜົນການຄົ້ນຄວ້າຂອງໂຄງການ NIPN...