ຝຶກອົບຮົມຮ່ວມກັບຂະເເໜງການຄັ້ງທີ 4 (ໜ່ວຍງານວິເຄາະຂໍ້ມູນ)

ທ.ວ. 5, 2022

ໜ່ວຍງານວິເຄາະຂໍ້ມູນຂອງ ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ(NIPN) ພາຍໃຕ້ ສະຖາບັນຄົ້ນຄວ້າວິໄຈການພັດທະນາ (DRI), ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດຝຶກອົບຮົມເປັນເວລາ 4 ວັນ ນັບແຕ່ວັນທີ 28 ພະຈິກ ຫາ ວັນທີ 1 ທັນວາ  2022 ທີ່ເມືອງວັງວຽງ ແຂວງວຽງຈັນ, ສປປ ລາວ. ການຝຶກອົບຮົມດັ່ງກ່າວ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ.ສິດ ທິຣົດ ຣາຊະພົນ, ຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ(DRI) ແລະ ທ່ານ ດຣ.Nelofar Athar Sheikh ທີ່ປຶກສາການວິເຄາະຂໍ້ມູນ.

ການຝຶກອົບຮົມດັ່ງກ່າວມີຜູ້ເຂົ້າຮ່ວມຈາກຫຼາຍຂະແໜງການ ເຊິ່ງລວມມີຜູ້ເຂົ້າຮ່ວມຈາກກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ກະຊວງກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ ສັງຄົມ ແລະ ສູນສະຖິຕິແຫ່ງຊາດ.

ການຝຶກອົບຮົມຄັ້ງນີ້ ແມ່ນໄດ້ສຸມໃສ່ການນຳໃຊ້ໂປຣແກຣມ STATA ເພື່ອວິເຄາະຂໍ້ມູນ ແລະ ເປັນການເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ນຳໃຊ້ຊຸດຂໍ້ມູນຕົວຈິງ ໂດຍຜ່ານການເຮັດບົດຝຶກຫັດ. ສວ່ນບົດຮຽນແມ່ນກ່ຽວຂ້ອງກັບເຕັກນິກການວິເຄາະ inferential statistics ເຊັ່ນ: ການທົດສອບສົມມຸດຕິຖານ, ການຄິດໄລ່ຊ່ອງຫວ່າງຄວາມເຊື່ອໝັ້ນ, ການວິເຄາະ regression ແລະ ອື່ນໆ.

Related posts