ຝຶກອົບຮົມເຂັ້ມໃຫ້ແກ່ເເຂວງສາລະວັນ ເເລະ ເຊກອງ

ກ.ພ. 19, 2024

ກອງປະຂຸມຝຶກອົບຮົມເຂັ້ມໄດ້ຈັດຂຶ້ນໃນວັນທີ 16 – 18 ມັງກອນ 2023 ທີ່ຜ່ານມາ ທີ່ແຂວງສາລະວັນ ແລະ ເຊກອງ. ການຝຶກອົບຮົມດັ່ງກ່າວໄດ້ດຳເນີນໄປເປັນເວລາ 3 ວັນ ເຊິ່ງນຳໂດຍໜ່ວຍງານວິເຄາະຂໍ້ມູນ ເພື່ອຈັດການຝຶກອົບຮົມໃຫ້ແກ່ສະມາຊິກທີມງານຂອງໂຄງການ NIPN ຈາກທັງສອງແຂວງ. ການຝຶກອົບຮົມດັ່ງກ່າວໃຫ້ກຽດກ່າວເປີດຢ່າງເປັນທາງການໂດຍ ທ່ານ ປອ ສິດທິຣົດ ຣາຊະພົນ ຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ໂພສີ ແກ້ວສີພັນດອນ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງສາລະວັນ.

ການຝຶກອົບຮົມຄັ້ງນີ້ ເປັນການສືບຕໍ່ຄວາມພະຍາຍາມໃນການສ້າງຂີດຄວາມສາມາດຢູ່ຂັ້ນແຂວງ, ໂດຍອີງຕາມການປະເມີນຄວາມຕ້ອງການດ້ານການສ້າງຄວາມອາດສາມາດໃນຕົ້ນປີ 2023 ທີ່ຜ່ານມາ. ການຝຶກອົບຮົມແມ່ນສຸມໃສ່ການແນະນໍາເບື້ອງຕົ້ນທາງດ້ານສະຖິຕິ, ການວິເຄາະຂໍ້ມູນ ແລະ ຄວາມຮູ້ພື້ນຖານກ່ຽວກັບການຂາດສານອາຫານ.