ຝືກອົບຮົມເຂັ້ມຄັ້ງທີ 1 ປະຈຳປີ 2025 ຂອງໜ່ວຍງານວິເຄາະຂໍ້ມູນ

ກ.ພ. 3, 2025

ໜ່ວຍງານວິເຄາະຂໍ້ມູນ ໄດ້ຈັດການຝຶກອົບຮົມເຂັ້ມຄັ້ງທີ 1 ປະຈຳປີ 2025 ຂຶ້ນ ໃນລະຫວ່າງວັນທີ 21-23 ມັງກອນນີ້ ຢູ່ທີ່ໂຮງແຮມທະວີສຸກ ເມືອງວັງວຽງ ແຂວງວຽງຈັນ. ໂດຍການເປັນປະທານ ເເລະນຳພາການຝຶກອົບຮົມຂອງ ທ່ານ ປອ ສິດທິຣົດ ຣາຊະພົນ, ຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ ກະຊວງແຜນການ ແລະ ການລົງທຶນ, ການຝຶກອົບຮົມຄັ້ງນີ້ ແມ່ນເນັ້ນໜັກດ້ານການສ້າງທັກສະດ້ານການນຳໃຊ້ວິທີວິທະຍາໃນການຄົ້ນຄວ້າ ແລະ ການວິເຄາະຂໍ້ມູນຈາກຄັ້ງທີ່ຜ່ານມາ

ການຝຶກອົບຮົມໃນຄັ້ງນີ້ແມ່ນສືບຕໍ່ຈາກການຝຶກອົບຮົມຄັ້ງທີສາມທີ່ຈັດຂຶ້ນໃນປີ 2024 , ເຊິ່ງໄດ້ສຸມໃສ່ການເຮັດວຽກຕົວຈິງກັບຂໍ້ມູນ ໂດຍສະເພາະແມ່ນແຕ່ລະກຸ່ມຂອງຜູ້ເຂົ້າຮ່ວມໄດ້ສືບຕໍ່ເຮັດວຽກໃນການປັບປຸງການຄົ້ນຄວ້າຂອງເຂົາເຈົ້າໃນເເຕ່ລະຫົວຂໍ້, ໃນພາກການວິເຄາະ ສະຖິຕິທາງດ້ານອະນຸມານ, ເພື່ອຮັບປະກັນຄວາມເຂົ້າໃຈທີ່ເລິກກ່ຽວກັບຫົວຂໍ້ຂອງເຂົາເຈົ້າ ເເລະຜົນການວິເຄາະທີ່ໄດ້ມາດຕະຖານ. ໃນຕອນທ້າຍຂອງການຝຶກອົບຮົມແຕ່ລະກຸ່ມໄດ້ນໍາສະເຫນີຜົນໄດ້ຮັບເບື້ອງຕົ້ນຂອງຕົນ ແລະ ທ່ານ ປອ ສິດທິຣົດ ຣາຊະພົນ ໄດ້ໃຫ້ຄໍາຄິດເຫັນຢ່າງລະອຽດກັບເເຕ່ລະກຸ່ມ ເພື່ອຊ່ວຍໃຫ້ຜູ້ເຂົ້າຮ່ວມໄດ້ກວດຄືນຜົນການຄົ້ນຄວ້າ, ປັບປຸງ ແລະ ກະກຽມໃຫ້ແກ່ການຝຶກອົບຮົມໃນຄັ້ງຕໍ່ໄປ ເຊິ່ງຈະໄດ້ລົງລາຍລະອຽດໃນການຂຽນບົດລາຍງານຜົນຂອງການຄົ້ນຄວ້າຂອງເເຕ່ລະກຸ່ມ.

ການຝຶກອົບຮົມຄັ້ງນີ້ເປັນສ່ວນໜຶ່ງຂອງຄວາມພະຍາຍາມຢ່າງຕໍ່ເນື່ອງຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ໃນການສ້າງຄວາມອາດສາມາດໃຫ້ແກ່ຂະເເໜງການທີ່ກ່ຽວຂ້ອງໃນວຽກງານທາງດ້ານໂພຊະນາການຂອງ ສປປ ລາວ.