ຊຸດຝຶກອົບຮົມເຂັ້ມສໍາລັບ ໜ່ວຍງານວິເຄາະນະໂຍບາຍ ໄດ້ຈັດຂຶ້ນຢູ່ ໂຮງແຮມທະວີສຸກ, ເມືອງວັງວຽງ, ແຂວງວຽງຈັນ ຄັ້ງວັນທີ 21 ເຖິງ 24 ພຶດສະພາ 2024. ຊຸດຝຶກອົບຮົມ 4 ວັນນີ້ ແນະນຳໃຫ້ນັກສໍາມະນາກອນໄດ້ຮຽນຮູ້ເຖິງການຄິດເຊີງຄຸນນະພາບ ແລະ ວິທີການຄົ້ນຄວ້າດ້ານຄຸນນະພາບ ພ້ອມທັງກຽມຄວາມພ້ອມໃຫ້ນັກສໍາມະນາກອນ ມີຄວາມຮູ້ຄວາມສາມາດໃນການວາງແຜນ ແລະ ດຳເນີນການຄັດເລືອກເອົາວິທີການຄົ້ນຄວ້າດ້ານຄຸນນະພາບ.
ເມື່ອນັກສໍາມະນາກອນໄດ້ຜ່ານການຝຶກອົບຮົມຄັ້ງນີ້ແລ້ວ, ພວກເຂົາເຈົ້າໄດ້ຮຽນຮູ້ ເພື່ອໃຫ້ມີຄວາມເຂົ້າໃຈ ແລະ ອະທິບາຍສົມມຸດຕິຖານທາງທິດສະດີ ແລະ ວິທີການທີ່ເປັນພື້ນຖານຂອງການຄົ້ນຄວ້າດ້ານຄຸນນະພາບ, ການຈໍາແນກລະຫວ່າງວິທີການຄົ້ນຄວ້າ ແລະ ຂໍ້ມູນ ທາງດ້ານປະລິມານ ແລະ ຄຸນນະພາບ, ການສ້າງຄຳຖາມການຄົ້ນຄ້ວາດ້ານຄຸນນະພາບ ແລະ ຮັບຮູ້ວ່າຄວນຈະນໍາໃຊ້ວິທີການຄົ້ນຄວ້າດ້ານຄຸນນະພາບ ເມື່ອໃດ ແລະ ຢູ່ໃສ ເປັນຕົ້ນ.
ການຕິດຕາມຜົນຊຸດຝຶກອົບຮົມ ເຊິ່ງນັກສໍາມະນາກອນຈະໄດ້ຮຽນຮູ້ວິທີການຕັດສິນໃຈເຊີງປະຕິບັດ ແລະ ເຊີງໂລຈິສຕິກ (ໂດຍບຸກຄົນ ຫຼື ອົງການຈັດຕັ້ງ) ໃນການກະກຽມສໍາລັບການດໍາເນີນການຄົ້ນຄ້ວາດ້ານຄຸນນະພາບ, ການພັດທະນາ ແລະ ການນໍາໃຊ້ເຄື່ອງມືການສຶກສາຂັ້ນພື້ນຖານ ໃນການເກັບກໍາຂໍ້ມູນດ້ານຄຸນນະພາບ ທີ່ຈະໄດ້ວາງແຜນໃນທ້າຍປີນີ້.


