ໂຄງການ NIPN ແຂວງສະຫວັນນະເຂດ
ພາບລວມແຂວງສະຫວັນນະເຂດ:
ທີ່ຕັ້ງ: ພາກກາງຂອງປະເທດລາວ
ເນື້ອທີ່ທັງໝົດ: 21,774 ຕາຕະລາງກິໂລແມັດ
ປະຊາກອນ: 1,102,000 (2024)
ປະກອບມີ 15 ຕົວເມືອງ:: ໄກສອນ ພົມວິຫານ, ອຸທຸມພອນ, ອາດສະພັງທອງ, ພີນ, ເຊໂປນ, ນອງ, ທ່າປາງທອງ, ສອງຄອນ, ຈຳພອນ, ຊົນບູລີ, ໄຊບູລີ, ວິລະບູລີ, ອາດສະພອນ, ໄຊພູທອງ ແລະ ທ່າພະລານໄຊ
ເມືອງເອກຂອງແຂວງ: ໄກສອນ ພົມວິຫານ
ຂ່າວກ່ຽວກັບໂຄງການ NIPN ແຂວງສະຫວັນນະເຂດ
ໂຄງການ NIPN ໃນຂັ້ນແຂວງ
ກອງປະຊຸມວິຊາການຮ່ວມຂອງໂຄງການ NIPN-NIS ແຂວງສະຫວັນນະເຂດ
ກອງປະຊຸມວິຊາການຮ່ວມໂຄງການ NIPN-NIS ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 5-6 ທັນວາ 2024 ທີ່ຜ່ານມາ ທີ່ພະແນກແຜນການ ແລະ ການລົງທຶນ ແຂວງສະຫວັນນະເຂດ. ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ສິດທິຣົດ ຣາຊະພົນ, ຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ ກະຊວງແຜນການ ແລະ ການລົງທຶນ, ແລະ ທ່ານ...
ຊຸດຝຶກອົບຮົມເຂັ້ມ “ດໍາເນີນການວິເຄາະ SWOT” ໃຫ້ 6 ແຂວງເປົ້າໝາຍ
ຊຸດຝຶກອົບຮົມເຂັ້ມ “ດໍາເນີນການວິເຄາະ SWOT” ໃຫ້ 6 ແຂວງເປົ້າໝາຍ, ໄດ້ຈັດຂຶ້ນໃນວັນທີ 29-31 ຕຸລາ 2024 ທີ່ ໂຮງແຮມທະວີສຸກ, ເມືອງວັງວຽງ. ມີຜູ້ເຂົ້າຮ່ວມຈາກ ແຂວງ ຜົ້ງສາລີ, ອຸດົມໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ເຊກອງ. ແຕ່ລະແຂວງຈະມີຜູ້ເຂົ້າຮ່ວມຈາກ 4 ພະແນກຫຼັກ ແລະ ໃນນັ້ນມີ 1...
NIPN ສົ່ງເສີມການສ້າງຄວາມອາດສາມາດຂັ້ນແຂວງໃນການວິເຄາະຂໍ້ມູນ ແລະ ນະໂຍບາຍທາງດ້ານໂພຊະນາການໃນເຂດພາກກາງ
ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ໄດ້ດໍາເນີນການຝຶກອົບຮົມເຂັ້ມ ກ່ຽວກັບການວິເຄາະຂໍ້ມູນ ແລະ ການວິເຄາະນະໂຍບາຍໃຫ້ເເກ່ແຂວງຄໍາມ່ວນ ແລະ ສະຫວັນນະເຂດ ໃນລະຫວ່າງວັນທີ 7-11 ຕຸລາ 2024. ໂດຍໄດ້ຈັດຂຶ້ນທີ່ພະແນກແຜນການ ແລະ ການລົງທຶນ ແຂວງຄຳມ່ວນ,...
ການປັບປຸງແຜນທີ່ຂໍ້ມູນໂພຊະນາການແຫ່ງຊາດ (data mapping updates)
ໜ່ວຍງານວິເຄາະຂໍ້ມູນຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ໄດ້ດຳເນີນການປັບປຸງເເຜນທີ່ຂໍ້ມູນ ໃນລະຫວ່າງວັນທີ 9 - 11 ກໍລະກົດ 2024, ເພື່ອເພີ່ມການເຂົ້າເຖິງບັນດາຖານຂໍ້ມູນ ເເລະ ຕົວຊີ້ວັດທາງດ້ານສຸຂະພາບ ແລະ ໂພຊະນາການໃນທຸກຂະແໜງການ....
ຫ້ອງການກອງເລຂາຂອງໂຄງການ ສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ປະຈຳເເຂວງສະຫວັນນະເຂດເເມ່ນຕັ້ງຢູ່ຂະເເໜງຮ່ວມມືສາກົນ, ພະເເນກແຜນການ ເເລະ ການລົງທຶນ.
ຫົວໜ້າກອງເລຂາ: ທ່ານ ພາດີ ໂອລິຍະວົງ
ດາວໂຫຼດໂຄງຮ່າງການຈັດຕັ້ງ NIPN ແຂວງສະຫວັນນະເຂດ
ສະພາບໂພຊະນາການ
ການຂາດອາຫານຊຳເຮື້ອໃນແຕ່ລະເມືອງ
ການຂາດສານອາຫານກະທັນຫັນໃນແຕ່ລະເມືອງ
ພາວະນ້ຳໜັກຫຼຸດມາດຕະຖານໃນແຕ່ລະເມືອງ
ນ້ຳໜັກຕອນເກີດຕ່ຳໃນແຕ່ລະເມືອງ
ສຸຂະພາບແມ່
ອັດຕາການລົງທະບຽນຝາກທ້ອງ
ເເມ່ຍິງຖືພາທີ່ໄດ້ຮັບທາດເຫຼັກຢ່າງໜ້ອຍ 90 ເມັດ
ແຫຼ່ງຂໍ້ມູນ: DHIS2 (ມັງກອນ – ມິຖຸນາ 2024)
ຂະແໜງສຶກສາ
ເປີເຊັນຂອງໂຮງຮຽນອະນຸບານທີ່ມີນ້ຳໃຊ້
ເປີເຊັນຂອງໂຮງຮຽນອະນຸບານທີ່ມີນ້ຳດື່ມສະອາດ ແລະ ປອດໄພ
ເປີເຊັນຂອງໂຮງຮຽນອະນຸບານທີ່ມີວິດຖ່າຍ ແລະ ບ່ອນທຳຄວາມສະອາດຮ່າງກາຍ
ຕົວຊີ້ວັດດ້ານສະພາບແວດລ້ອມໃນໂຮງຮຽນ
ຕົວຊີ້ວັດດ້ານອະນາໄມສ່ວນບຸກຄົນ
ເປີເຊັນຂອງການໃຫ້ຢາຂ້າແມ່ທ້ອງ ແລະ ວິຕາມິນອາໃນຊັ້ນອະນຸບານ
ແຫຼ່ງຂໍ້ມູນ: ຖານຂໍ້ມູນສາມດາວຂອງການສຶກສາກ່ອນໄວຮຽນ ຈາກພະແນກສຶກສາ ແລະ ກິລາ ແຂວງສະຫວັນນະເຂດ
ຂະແໜງກະສິກຳ
ຜົນຜະລິດເຂົ້ານາແຊງຕົວຈິງ ທຽບໃສ່ແຜນປີ 2024 (ໂຕນ)
ຜົນຜະລິດທາດຊີ້ນຕົວຈິງ ທຽບໃສ່ແຜນປີ 2024 (ໂຕນ)
ຈຳນວນຝູງສັດຕົວຈິງ (ງົວ, ຄວາຍ, ໝູ, ແບ້ ແລະ ສັດປີກ) ທຽບໃສ່ແຜນປີ 2024
ເປີເຊັນຂອງຜົນຜະລິດເຂົ້ານາປີທີ່ບັນລຸ ເມື່ອທຽບໃສ່ແຜນໃນປີ 2023 (%)
ແຫຼ່ງຂໍ້ມູນ: ພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ