ກອງປະຊຸມວິຊາການ ປະຈໍາ 2 ເດືອນ ຂອງໜ່ວຍງານວິເຄາະນະໂຍບາຍ (PAU) ໄດ້ຈັດຂຶ້ນໃນວັນທີ່ 9 ກໍລະກົດ 2025, ພາຍໃຕ້ການເປັນປະທານຂອງທ່ານ ອຸສະຫວັນ ທ່ຽງເທບວົງສາ, ຫົວໜ້າ ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ (ສຄນສ), ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ). ກອງປະຊຸມຄັ້ງນີ້ມີ ສະມາຊິກຂອງໜ່ວຍງານວິເຄາະນະໂຍບາຍທີ່ມາຈາກພະແນກທີ່ກ່ຽວຂ້ອງ, ຜູ້ຕາງໜ້າຈາກໜ່ວຍງານວິເຄາະຂໍ້ມູນ, EU ແລະ UNICEF ໄດ້ເຂົ້າຮ່ວມ. ພ້ອມກັນນັ້ນ, ທີມງານ NIPN ຂອງ ພະແນກແຜນການ ແລະ ການລົງທຶນ ຈາກ 6 ແຂວງກໍໄດ້ເຂົ້າຮ່ວມ. ມີຜູ້ເຂົ້າຮ່ວມທັງໝົດທີ່ມາຮ່ວມຕົວຈິງ ແລະ ເຂົ້າຮ່ວມທາງອອນໄລນ໌ ປະມານ 40 ທ່ານ.
ກອງປະຊຸມດັ່ງກ່າວໄດ້ຮັບການອຳນວຍຄວາມສະດວກໂດຍ ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ (ສຄນສ), ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ), ພ້ອມທັງ ທີມງານວິເຄາະນະໂຍບາຍ ແລະ ວິເຄາະຂໍ້ມູນ ຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN).
ໄດ້ມີການນໍາສະເໜີຫົວຂໍ້ດັ່ງຕໍ່ໄປນີ້ຕໍ່ກອງປະຊຸມ:
- ທ່ານ ນາງ ຈັນນາລີ ຈັນພະທອງ, ວ່າການຫົວໜ້າພະແນກ, ສຄນສ, ສວສສຊ ສະເໜີ ຜົນສໍາເລັດທີ່ສໍາຄັນ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ຈາກ Q2 2025 ເຊັ່ນ: ການສ້າງຄວາມອາດສາມາດ, ການສ້າງຂໍ້ມູນ ແລະ ຫຼັກຖານ, ການເຜີຍແຜ່ໃຫ້ບັນດາແຂວງພາກເໜືອ ແລະ ການສ້າງແຜນຄວາມຍືນຍົງຂອງ NIPN, ພ້ອມທັງ ແຜນບູລິມະສິດສໍາລັບ Q3 2025.
- ທ່ານ ຄຳນາງ ຄຸູນປາກດີ, ຮອງຫົວໜ້າພະແນກ, ສຄນສ, ສວສສຊ ໄດ້ແບ່ງປັນການຖອດຖອນບົດຮຽນ ກອງປະຊຸມເຜີຍແຜ່ NIPN ໃຫ້ແກ່ສະພາຜູ້ແທນປະຊາຊົນຂັ້ນແຂວງ ໃນພາກເໜືອ. ທ່ານໄດ້ເນັ້ນໃສ່ບົດສະຫຼຸບບັນຫາໂພຊະນາການຫຼັກ ແລະ ຂໍ້ສະເໜີແນະດ້ານນະໂຍບາຍຂອງແຂວງ, ກຳນົດແຜນປະຕິບັດງານຂອງແຂວງ ໂດຍອີງໃສ່ບັນຫາໂພຊະນາການຫຼັກ ແລະ ຂໍ້ສະເໜີແນະດ້ານນະໂຍບາຍຂອງແຕ່ລະແຂວງ, ບົດບາດຂອງຜູ້ແທນສະພາປະຊາຊົນຂັ້ນແຂວງ ພ້ອມທັງ ການຖອດຖອນບົດຮຽນ ແລະ ຂໍ້ສະເໜີແນະ ຂອງກອງປະຊຸມ.
- ທ່ານ Badar Uzaman, ທີ່ປຶກສາວິເຄາະນະໂຍບາຍ, UNICEF ນໍາສະເໜີ ຮ່າງແຜນຄວາມຍືນຍົງຂອງ NIPN. ທ່ານໄດ້ເນັ້ນໃສ່ ຕົວແບບຄວາມຍືນຍົງທີ່ໄດ້ສະເໜີ 4 ປະການຄື: ຕົວແບບຄວາມຍືນຍົງຂອງລັດຖະບານ, ຕົວແບບເຊື່ອມສານ NIPN ເປັນວຽກປົກກະຕິ, ຕົວແບບປະສົມທີ່ມີການຮ່ວມທຶນເທື່ອລະກ້າວ ແລະ ຕົວແບບການເສີມຂະຫຍາຍວຽກ NIPN; ເສົາຄໍ້າຍຸດທະສາດຫຼັກຂອງກອບແຜນຄວາມຍືນຍົງຂອງ NIPN, ບາດກ້າວຫຼັກ ແລະ ແຜນການດຳເນີນງານທີ່ສະເໜີ, ພ້ອມທັງ ສະເໜີຕົວແບບຍືນຍົງສຳລັບເວັບໄຊທ໌ຂອງ
- ທ່ານ ພຸດທະຈັນ ຕົ້ນແພງ, ຫົວໜ້າພະແນກ, ກະຊວງການເງິນ, ຕາງໜ້າໜ່ວຍງານ DAU ໄດ້ລາຍງານຄວາມຄືບໜ້າບົດຄົ້ນຄ້ວາ ແລະ ການສ້າງບົດຄົ້ນຄ້ວາ ພ້ອມທັງ ການສ້າງກະດານຂ່າວດ້ານໂພຊະນາການຂັ້ນແຂວງ. ທ່ານໄດ້ເນັ້ນໃສ່ ຜົນສໍາເລັດ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ ຂອງໜ່ວຍງານວິເຄາະຂໍ້ມູນຈາກ Q2 2025 ເຊັ່ນ: ປຶກສາຫາລືກ່ຽວກັບໜ້າຫຼັກ ແລະ ກະດານຂ່າວ NIPN, ຝຶກອົບຮົມການຂຽນບົດຄົ້ນຄວ້າໃນຂັ້ນສູນກາງ ແລະ ກອງປະຊຸມເຜີຍແຜ່ໃຫ້ຜູ້ແທນປະຊາຊົນແຂວງພາກເໜືອ. ພ້ອມທັງ ບາດກ້າວໃນຕໍ່ໜ້າສໍາັລັບ Q2 2025.
- ແຜນການຂັ້ນທ້ອງຖິ່ນ ແລະ ແຜນການສ້າງຄວາມອາດສາມາດ, ລວມທັງ ອົບຮົມຄູຝຶກ ທີ່ນໍາສະເໜີໂດຍ ທ່ານ ນາງ ສຸລິຕາ ວັນສີລາລົມ, UNICEF. ທ່ານໄດ້ລາຍງານຄວາມຄືບໜ້າ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ແຜນປະຕິບັດງານຂອງແຂວງປີ 2025. ຢູ່ໃນ 2 ແຂວງພາກເໜືອ ໄດ້ສໍາເລັດແຜນກິດຈະກໍາແລ້ວ ແລະ ອີກ 4 ແຂວງພາກກາງ ແລະ ພາກໃຕ້ຄວນສໍາເລັດແຜນໃນທ້າຍເດືອນ ກໍລະກົດ 2025.
ຫຼັງຈາກນັ້ນ, ອານຸຍາດໃຫ້ຜູ້ເຂົ້າຮ່ວມໄດ້ສົນທະນາ ແລະ ປະກອບຄໍາຄິດ-ເຫັນຢ່າງເປີດກ້ວາງ. ໂດຍທົ່ວໄປແລ້ວ, ມີຄວາມເປັນເອກະພາບກັບບົດທີ່ໄດ້ນໍາສະເໜີ ແລະ ໃນທ້າຍນີ້, ທ່ານປະທານໄດ້ສະຫຼຸບຜົນກອງປະຊຸມດັ່ງຕໍ່ໄປນີ້:
- ສະເໜີໃຫ້ທີມ DAU ແລະ PAU ປັບປຸງແຜນກິດຈະກໍາສໍາລັບໄຕມາດ 3 ຂອງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ. ພ້ອມທັງ ປັບປຸງເນື້ອໃນ ແລະ ແຜນຝຶກອົບຮົມ.
- ສືບຕໍ່ກໍານົດແຜນຈັດກອງປະຊຸມເຜີຍແຜ່ໃຫ້ຜູ້ແທນສະພາປະຊາຊົນຂັ້ນແຂວງ ຂອງເຂດພາກກາງ ແລະ ໃຕ້.
- ຊອກຫາວິທີການທີ່ເປັນໄປໄດ້ເພື່ອຮັບປະກັນວ່າ NIPN ສາມາດສືບຕໍ່ ແລະ ຍືນຍົງກັບ ໂດຍມີການຮ່ວມມືກັບສາກົນ.
- ໃຫ້ທີມງານ PAU ກະກຽມເອກະສານແຜນຄວາມຍືນຍົງຂອງ NIPN (ພິມ) ພ້ອມທັງ ຟາຍເອກະສານ (file) ເພື່ອໃຫ້ທຸກພາກສ່ວນປະກອບຄໍາເຫັນໃສ່ ກ່ອນທີ່ຈະຈັດກອງປະຊຸມເປີດກວ້າງໃນທ້າຍເດືອນ ກໍລະກົດ 2025.
- ສະເໜີໃຫ້ບັນດາແຂວງສືບຕໍ່ສ້າງແຜນກິດຈະກໍາໃຫ້ສໍາເລັດ.
- ຄວນປັບປຸງລະບົບອອນໄລນ໌ໃຫ້ເຂັ້ມແຂງຂຶ້ນຕື່ມ.
- ສະເໜີໃຫ້ເອົາປະເດັນຕ່າງໆຂອງຂັ້ນແຂວງ ເຂົ້າໃນແຜນຄວາມຍືນຍົງຂອງ
ສະແດງຄວາມຂອບໃຈຕໍ່ ການປະກອບຄໍາເຫັນ ແລະ ສະລະເວລາເຂົ້າຮ່ວມກອງປະຊຸມ, ພ້ອມທັງ EU ແລະ UNICEF ໃນການສະໜັບສະໜູນກອງປະຊຸມຄັ້ງນີ້.


