> ກິດຈະກຳ, ຂ່າວການເຄື່ອນໄຫວ > ສະຫຼຸບຫຍໍ້ກອງປະຊຸມຮ່ວມ ການຮັບຮອງຫົວຂໍ້ຄົ້ນຄ້ວາປີ 2025 ໂຄງການ NIPN
ສະຫຼຸບຫຍໍ້ກອງປະຊຸມຮ່ວມ ການຮັບຮອງຫົວຂໍ້ຄົ້ນຄ້ວາປີ 2025 ໂຄງການ NIPN
ກິດຈະກຳ, ຂ່າວການເຄື່ອນໄຫວ | 10/11/2025

ກອງປະຊຸມຮ່ວມການຮັບຮອງຫົວຂໍ້ຄົ້ນຄ້ວາປີ 2025 ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດສຳລັບໂພຊະນາການ (NIPN) ປີ 2025 ໄດ້ຈັດຂຶ້ນໃນວັນທີ 31 ຕຸລາ 2025 ທີ່ໂຮງແຮມ ອາມາຣີ ໂດຍການເປັນປະທານຂອງ ທ່ານ ອຸສະຫວັນ ທ່ຽງເທບວົງສາ, ຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ (ສຄນສ), ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ).

ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມ 32 ຄົນ ລວມທັງ ທີມງານໜ່ວຍງານວິເຄາະນະໂຍບາຍ (PAU) ແລະ ທີມງານໜ່ວຍງານວິເຄາະຂໍ້ມູນ (DAU) ຈາກກະຊວງທີ່ກ່ຽວຂ້ອງເຊັ່ນ: ກະຊວງການເງິນ, ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕະຫຼອດເຖິງ UNICEF ແລະ ຄູ່ຮ່ວມພັດທະນາ (WFP, Save the Children, Plan International, SNV, WVI-Laos, Lao-LUX Development and Care International). ກອງປະຊຸມດັ່ງກ່າວຈັດຂຶ້ນໂດຍ ສຄນສ-ສວສສຊ, ໂດຍການຮ່ວມມືລະຫວ່າງ NIPN PAU, DAU, ແລະ UNICEF.

ທ່ານປະທານໄດ້ເນັ້ນເຖິງຄວາມສຳຄັນຂອງ NIPN ໃນການເສີມສ້າງດ້ານການຄົ້ນຄວ້າ, ການສ້າງຫຼັກຖານ ເພື່ອແຈ້ງຂໍ້ມູນໃຫ້ຜູ້ວາງນະໂຍບາຍ ແລະ ການວາງແຜນ. ທ່ານຍັງໄດ້ເນັ້ນໜັກເຖິງຄວາມຈໍາເປັນໃນການດຳເນີນການຄົ້ນຄວ້າເພື່ອກຳນົດຊ່ອງຫວ່າງ ແລະ ສ້າງຂໍ້ສະເໜີແນະດ້ານນະໂຍບາຍທີ່ສາມາດນໍາໄປປະຕິບັດໄດ້ ເພື່ອແກ້ໄຂບັນຫາພາວະການຂາດສານອາຫານໃນ ສປປ ລາວ.

ຫົວຂໍ້ຕໍ່ໄປນີ້ແມ່ນໄດ້ນຳສະເໜີໃນກອງປະຊຸມມີດັ່ງຕໍ່ໄປນີ້:

  • ສະຖານະພາບໂພຊະນາການໂດຍອີງໃສ່ຜົນໄດ້ຮັບຂອງການສໍາຫຼວດດັດຊະນີໝາຍສັງຄົມລາວ (LSIS III)
  • ຜົນໄດ້ຮັບທີ່ສຳຄັນຂອງການວິເຄາະສະພາບນະໂຍບາຍດ້ານໂພຊະນາການຂອງຫຼາຍຂະແໜງການ
  • ວິທີການສ້າງຄຳຖາມການຄົ້ນຄວ້າ
  • ຄຳຖາມການຄົ້ນຄວ້າທີ່ສະເໜີສຳລັບ NIPN PAU ແລະ DAU

ຫູັງຈາກນັ້ນ ຜູ້ເຂົ້າຮ່ວມໄດ້ດໍາເນີນກິດຈະກໍາກຸ່ມໃນການສ້າງຄໍາຖາມຄົ້ນຄ້ວາເພີ່ມ. ຜົນໄດ້ຮັບຂອງກິດຈະຫໍາກຸ່ມຈະໄດ້ຖືກສັງລວມ ແລະ ສະຫຼຸບໂດຍທີມງານ NIPN.

ໃນການກ່າວປິດກອງປະຊຸມ, ທ່ານປະທານພິຈາລະນາວ່າຫົວຂໍ້ການຄົ້ນຄວ້າທີ່ນໍາສະເໜີທັງໝົດນັ້ນມີຄວາມສອດຄ່ອງ ແລະ ຄວນເປັນບູລີມະສິດສໍາລັບການການຈັດຕັ້ງປະຕິບັດໃນປີ 2025-2026 ໂດຍຮ່ວມມືກັບຂອງແຜ່ງຊາດ ແລະ ບັນດາຄູ່ຮ່ວມພັດທະນາອື່ນໆ.

ຕິດຕໍ່ສອບຖາມ

ໜ່ວຍງານວິເຄາະຂໍ້ມູນ
ກົມນະໂຍບາຍເສດຖະກິດ ເເລະ ການເງິນ

ໂທລະສັບ: +856 21 254826
ອີເມລ: contact.cdrlaos@gmail.com

ຂ່າວທີ່ກ່ຽວຂ້ອງ