ໃນໜ້ານີ້, ຈະຊ່ວຍໃຫ້ທ່ານສາມາດເຂົ້າເຖງບັນດາບົດລາຍງານລະດັບສາກົນ ກ່ຽວກັບສຸຂະພາບ ແລະ ໂພຊະນາການ, ເຊິ່ງກວມມີຂໍ້ມູນທີ່ຫຼາກຫຼາຍ ລວມທັງບັນດາບົດຄົ້ນຄວ້າ ແລະ ຄູ່ມືຫຼ້າສຸດ ກ່ຽວກັບໂພຊະນາການ, ວິທີການບໍລິໂພກອຫານທີ່ດີຕໍ່ສຸຂະພາບ, ແລະ ຂໍ້ມູນອື່ນໆສຳລັບບັນດາຂະແໜງການ.

ໂພຊະນາການສາກົນ
ພາວະການຂາດສານອາຫານ ສ້າງກຳແພງຕໍ່ວິວັດທະນາການຂອງມະນຸດ. ຫຼາຍກວ່າ 60 ປະເທດໃນທົ່ວໂລກ ພວກເຮົານຳໃຊ້ວິທີການທີ່ບໍ່ເສຍໂອກາດ ເພື່ອເພີ່ມທະວີຜົນໄດ້ຮັບ ໂດຍປາສະຈາກການເພີ່ມທະວີດ້ານຄວາມຊັບຊ້ອນ ແລະ ງົບປະມານ.
ເບິ່ງຂໍ້ມູນລາຍລະອຽດເພີ່ມເຕີມໄດ້ທີ່: https://www.nutritionintl.org/

ອົງການອາຫານ ແລະ ການກະສິກຳ
ໂພຊະນການທີ່ດີແມ່ນການປ້ອງກັນພະຍາດດ່ານທຳອິດຂອງພວກເຮົາ ແລະ ເປັນແຫຼ່ງທີ່ໃຫ້ພະລັງງານໃນການດຳລົງຊີວິດ ແລະ ການເຄື່ອນໄຫວຢ່າງຫ້າວຫັນ. ບັນຫາໂພຊະນາການເປັນສາເຫດມາຈາກ ການບໍລິໂພກອາຫານທີ່ບໍ່ພຽງພໍ ເຊິ່ງເກີດຈາກຫຼາຍປັດໄຈ, ແລະ ເມື່ອໃດທີ່ມີຜົນກະທົບຕໍ່ໄວໜຸ່ມ, ຈະເຮັດໃຫ້ການດຳລົງຊີວິດ ແລະ ຄວາມສາມາດໃນການຮຽນຮູ້ຂອງພວກເຂົາມີປະສິດທິພາບຫຼຸດລົງ, ເຊິ່ງຈະສົ່ງຜົນກະທົບຕໍ່ອະນາຄົດຂອງພວກເຂົາ.
ເບິ່ງຂໍ້ມູນລາຍລະອຽດເພີາມເຕີມໄດ້ທີ່: https://www.fao.org/nutrition/en/

ອົງການອາຫານໂລກ
ການທີ່ຈະລົບລ້າງໄພອຶດຫິວ ແຕ່ສະບຽງອາຫານມີບໍ່ພຽງພໍ. ໂພຊະນາການທີ່ຖືກຕ້ອງ ໃນເວລາທີ່ເໝາະສົມ ສາມາດຊ່ວຍຮັກສາ ແລະ ປ່ຽນແປງຊີວິດໄດ້, ແລະ ສ້າງຄວາມເຂັ້ມແຂງ ແລະ ຄວາມຈະເລີນຮຸ່ງເຮືອງໃຫ້ແກ່ຊຸມຊົນ ແລະ ປະເທດຊາດໄດ້. ຍ້ອນແນວນີ້, ໃນນາມອົງການຈັດຕັ້ງຊັ້ນນໍາທີ່ໃຫ້ການຊ່ວຍເຫຼືອທາງດ້ານອາຫານ ໃຫ້ແກ່ຜູ້ຄົນທີ່ມີຜົນກະທົບທີ່ສຸດ, ອົງການອາຫານໂລກ (WFP) ຈິ່ງໃຫ້ບູລິມະສິດຕໍ່ວຽກງານໂພຊະນາການເປັນອົງປະກອບຫຼັກຂອງວຽກງານພວກເຂົາ.
ລາຍລະອຽດຂໍ້ມູນເພີ່ມເຕີມ: https://www.wfp.org/nutrition

ອົງການອະນາໄມໂລກ
ອົງການອະນາໄມໂລກນຳໃຊ້ກຳລັງແຮງໃນການເຕົ້າໂຮມ ເພື່ອຊ່ວຍກໍານົດ ແລະ ໂຄສະນາເຜີຍແຜ່ບັນດາບູລິມະສິດ ແລະ ນະໂຍບາຍທີ່ຂັບເຄື່ອນໂພຊະນາການກ້າວໄປຂ້າງໜ້າໃນທົ່ວໂລກ; ພັດທະນາຄໍາແນະນໍາທີ່ມີ ຫຼັກຖານ ໂດຍອີງໃສ່ກອບວຽກງານແບບວິທະຍາສາດ ແລະ ຈັນຍາບັນທີ່ເຂັ້ມແຂງ; ສະໜັບສະໜູນການຮັບຮອງເອົາຄູ່ມືແນະນໍາ ແລະ ການຈັດຕັ້ງປະຕິບັດວຽກງານໂພຊະນາການທີ່ມີປະສິດທີພາບ; ຕິດຕາມ ແລະ ປະເມີນຜົນ ການດໍາເນີນບັນດານະໂຍບາຍ ແລະ ແຜນງານ ແລະ ຜົນໄດ້ຮັບດ້ານໂພຊະນາການ.
ລາຍລະອຽດຂໍ້ມູນເພີ່ມຕື່ມ: https://www.who.int/health-topics/nutrition

ອົງການສະຫະປະຊາຊາດສຳລັບເດັກ
ອົງການສະຫະປະຊາຊາດສຳລັບເດັກ (UNICEF) ເຮັດວຽກຢູ່ຫຼາຍກວ່າ 190 ປະເທດ ແລະ ຢູ່ເຂດທີ່ສາມາດເຂົ້າເຖິງເດັກນ້ອຍ ແລະ ໄວໜຸ່ມທີ່ດ້ອຍໂອກາດ, ແລະ ເພື່ອປົກປ້ອງສິດທິຂອງເດັກນ້ອຍທຸກຄົນ.
ເບິ່ງຂໍ້ມູນລາຍລະອຽດເພີ່ມເຕີມໄດ້ທີ່: https://www.unicef.org/nutrition