ໂຄງການ NIPN ຂັ້ນເເຂວງ

ເເຂວງ ຄຳມ່ວນ

©UNICEF/UNI830097/Phiennachit

ພາບລວມ ເເຂວງ ຄຳມ່ວນ
ທີ່ຕັ້ງ:
ພາກກາງຂອງປະເທດລາວ
ເນື້ອທີ່ທັງໝົດ:
16,135 km²
ປະຊາກອນ (2024):
446,000
ເມືອງເອກຂອງເເຂວງ:
ເມືອງ ທ່າເເຂກ
ປະຊາກອນອາຍຸລຸ່ມ 5 ປີ:
43,624
ສະຖານທີ່ໃຫ້ບໍລິການ:
101

ຂໍ້ມູນໂຄງການ NIPN ເເຂວງຄຳມ່ວນ

ຫ້ອງການປະສານງານໂຄງການ NIPN ແຂວງຄຳມ່ວນ ຕັ້ງຢູ່ທີ່ ຂະເເໜງຮ່ວມມືສາກົນ, ພະແນກການເງິນ. ຫົວໜ້າກອງເລຂາແມ່ນ ທ່ານ ຫັດສະດົງ ສຸດທຳມະວົງ. ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່ໄດ້ທີ່:

ອີເມລ: khammouanenipn@gmail.com
ໂທລະສັບ: 020 55226973

ທ່ານສາມາດເບິ່ງໂຄງປະກອບການຈັດຕັ້ງສະບັບສົມບູນຂອງໂຄງການ NIPN ແຂວງຄຳມ່ວນ ໄດ້ໃນເອກະສານຂໍ້ຕົກລົງຢ່າງເປັນທາງການໄດ້ທີ່ນີ້: ດາວໂຫຼດ.

ສະຖານະພາບ ທາງດ້ານໂພຊະນາການ

ຂະເເໜງສາທາລະນະສຸກ

ຂະເເໜງສຶກສາ

ຂະເເໜງກະສິກຳ

ການຈັດຕັ້ງປະຕິບັດໂຄງການ NIPN ໃນຂັ້ນເເຂວງ

ທີ່ NIPN ແຂວງຄຳມ່ວນ, ພວກເຮົາເຮັດວຽກເຊື່ອມສານລະຫວ່າງ ໂພຊະນາການ, ຂໍ້ມູນ, ແລະ ນະໂຍບາຍ, ເພື່ອສະໜັບສະໜູນການຕັດສິນໃຈທີ່ດີຂຶ້ນ ໂດຍຜ່ານການຮ່ວມມື, ການສ້າງຄວາມອາດສາມາດ, ແລະ ການນຳໃຊ້ຫຼັກຖານຈາກຂໍ້ມູນ.

Capacity building workshop

ການສ້າງຄວາມອາດສາມາດ ເເລະ ຫຼັກຖານຈາກຂໍ້ມູນ

ພວກເຮົາສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການຂັ້ນແຂວງ ດ້ວຍທັກສະທີ່ຈຳເປັນ ເພື່ອຍົກສູງຂີດຄວາມສາມາດໃນຂົງເຂດວຽກງານທີ່ສຳຄັນເຊັ່ນ:

  • ການສ້າງ ແລະ ຈັດຕັ້ງປະຕິບັດໂຄງການດ້ານໂພຊະນາການ
  • ການວິເຄາະຂໍ້ມູນ, ການແປຜົນຂໍ້ມູນ, ເເລະການສະເເດງຜົນຂໍ້ມູນ
  • ການລາຍງານໂດຍອີງໃສ່ຫຼັກຖານເພື່ອການຕັດສິນໃຈໃນລະດັບທ້ອງຖິ່ນ
ຜົນໄດ້ຮັບ: ບົດລາຍງານທີ່ສາມາດນຳໄປປະຕິບັດໄດ້ ເພື່ອເປັນບ່ອນອີງໃນການຕັດສິນໃຈທາງຍຸດທະສາດ
Stakeholders coordination meeting

ການປະສານງານ

ການສ້າງສະພາບແວດລ້ອມການເຮັດວຽກຮ່ວມກັນ, ໂດຍມີການປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບປະກັນການແກ້ໄຂບັນຫາໃຫ້ມີປະສິດທິພາບ.

  • ຈັດກອງປະຊຸມຮ່ວມລະຫວ່າງຂະເເໜງການທີ່ກ່ຽວຂ້ອງເປັນປະຈຳ
  • ຕິດຕາມຄວາມຄືບໜ້າການຈັດຕັ້ງປະຈິບັດໂຄງການ
  • ແກ້ໄຂບັນດາສິ່ງທ້າທາຍ ເເລະ ຂໍ້ຄົງຄ້າງຕ່າງໆໃນການຈັດຕັ້ງປະຕິບັດວຽກງານໂພຊະນາການ
ຜົນໄດ້ຮັບ: ບັນດາຂະເເໜງການປະສານງານກັນໄດ້ດີຂຶ້ນ ເເລະ ປັບປຸງການຈັດຕັ້ງປະຕິບັດໂຄງການໄດ້ດີຂຶ້ນ
Presenting policy report to decision makers

ການເຜີຍເເຜ່

ພວກເຮົາສ້າງຫຼັກຖານການຄົ້ນຄ້ວາທາງດ້ານໂພຊະນາການທີ່ໜ້າເຊື່ອຖື ແລະ ເຜີຍແຜ່ໃນຮູບແບບຕ່າງໆທີ່ນສາມາດນຳໄປໃຊ້ໄດ້ງ່າຍສຳລັບຜູ້ວາງນະໂຍບາຍ ແລະ ຜູ້ມີສ່ວນຮ່ວມ

  • ສ້າງບົດສະຫຼຸບຫຍໍ້ທາງດ້ານນະໂຍບາຍ ແລະ ການສັງລວມຫຼັກຖານ
  • ນຳສະເໜີຂໍ້ມູນໃຫ້ເເກ່ຜູ້ວາງນະໂຍບາຍ
  • ສ້າງເວທີສົນທະນາຍຸດທະສາດດ້ານໂພຊະນາການ ແລະ ກອງປະຊຸມຝຶກອົບຮົມເພື່ອການຮຽນຮູ້.
ຜົນໄດ້ຮັບ: ການກຳນົດນະໂຍບາຍທີ່ອີງໃສ່ຫຼັກຖານເພື່ອເປົ້າໝາຍດ້ານໂພຊະນາການ ແລະ ການພັດທະນາ.

ຄູ່ຮ່ວມງານຂອງພວກເຮົາ

ຂໍ້ມູນ 3Ws Mapping

3Ws ແມ່ນຫຍັງ?

  • Who: ໝາຍເຖິງອົງການຜູ້ໃຫ້ທຶນເຊັ່ນ: UNICEF, WFP, WHO ເເລະ ອື່ນໆ
  • Where: ເມືອງເປົ້າໝາຍໃນແຂວງຄຳມ່ວນ — ເຊັ່ນ: ເມືອງນາກາຍ, ຄູນຄຳ, ຍົມມະລາດ, ຫີນບູນເເລະອື່ນໆ...
  • What: ມາດຕະການທາງດ້ານໂພຊະນາການທີ່ກໍາລັງດໍາເນີນການຈັດຕັ້ງປະຕິບັດ, ເຊັ່ນ:ການສົ່ງເສີມລ້ຽງລູກດ້ວຍນົມເເມ່, ການສົ່ງເສີມອາຫານທ່ຽງໃນໂຮງຮຽນ ເເລະ ອື່ນໆ
ແຜນທີ່ຂອງເເຂວງ

ແຂວງຄຳມ່ວນ

ກົດເລືອກເມືອງໃດໜຶ່ງໃນແຜນທີ່ ເພື່ອເບິ່ງໂຄງການ ແລະ ກິດຈະກຳຕ່າງໆ.

ບົດຄົ້ນຄວ້າ

ປັດໄຈການຂາດເເຄນອາຫານຂອງເດັກໃນ ສປປ ລາວ
ປັດໄຈການຂາດເເຄນອາຫານຂອງເດັກໃນ ສປປ ລາວ
ຄວາມເຂົ້າໃຈທີ່ດີຂຶ້ນກ່ຽວກັບປັດໄຈການຂາດເເຄນອາຫານຂອງເດັກ (CFP) ແມ່ນມີຄວາມຈຳເປັນເເລະ ສໍາຄັນຕໍ່ການປັບປຸງນະໂຍບາຍທີ່ເນັ້ນໃສ່ໂພຊະນາການ ແລະ ການຕັດສິນໃຈດ້ານເເຜນງານກ່ຽວກັບກັບ ໂພຊະນາການໃນ ສປປ ລາວ.
ຜົນກະທົບທາງດ້ານເສດຖະກິດ ຈາກພາວະການຂາດສານອາຫານຊໍາເຮື້ອ ຕໍ່ການສຶກສາ ຢູ່ ສປປ ລາວ
ຜົນກະທົບທາງດ້ານເສດຖະກິດ ຈາກພາວະການຂາດສານອາຫານຊໍາເຮື້ອ ຕໍ່ການສຶກສາ ຢູ່ ສປປ ລາວ
ເດັກນ້ອຍຜູ້ທີ່ມີປະສົບການໃນການຈະເລີນເຕີບໂຕທີ່ມີພາວະລວງສູງບໍ່ໄດ້ມາດຕະຖານ ໃນຊ່ວງໃດໜຶ່ງຈະ ມີຄວາມສ່ຽງສູງຕໍ່ການຮຽນຄ້າງຫ້ອງ ແລະ ມີໂອກາດທີ່ຈະປະລະການຮຽນຫຼາຍຂຶ້ນ. ການປະລະການຮຽນ …..
ຄວາມສໍາຄັນຂອງຄວາມຫຼາກຫຼາຍຂອງການຜະລິດສະບຽງອາຫານແບບກຸ້ມຕົນເອງ ແລະ ການຄໍ້າປະກັນ ສະບຽງອາຫານຂອງຄົວເຮືອນ ສໍາລັບຄວາມຫຼາກຫຼາຍດ້ານອາຫານຂອງແມ່ຍິງ ແລະ ເດັກນ້ອຍ
ຄວາມສໍາຄັນຂອງຄວາມຫຼາກຫຼາຍຂອງການຜະລິດສະບຽງອາຫານແບບກຸ້ມຕົນເອງ ແລະ ການຄໍ້າປະກັນ ສະບຽງອາຫານຂອງຄົວເຮືອນ ສໍາລັບຄວາມຫຼາກຫຼາຍດ້ານອາຫານຂອງແມ່ຍິງ ແລະ ເດັກນ້ອຍ
ບົດສະຫຼຸບຫຍໍ້ນະໂຍບາຍ: ສາຍພົວພັນລະຫວ່າງການນຳໃຊ້ນໍ້າສະອາດ,ສຸຂະພິບານ, ສຸຂະອະນາໄມ ແລະການຂາດສານອາຫານໃນເດັກນ້ອຍອາຍຸ 6 ຫາ 59 ເດືອນໃນ ສປປ ລາວ
ບົດສະຫຼຸບຫຍໍ້ນະໂຍບາຍ: ສາຍພົວພັນລະຫວ່າງການນຳໃຊ້ນໍ້າສະອາດ,ສຸຂະພິບານ, ສຸຂະອະນາໄມ ແລະການຂາດສານອາຫານໃນເດັກນ້ອຍອາຍຸ 6 ຫາ 59 ເດືອນໃນ ສປປ ລາວ

ດາວໂຫຼດຂໍ້ມູນດິບ

ຊື່ໄຟລ ຂະໜາດ ດາວໂຫຼດ

ກຳລັງໂຫຼດໄຟລ...