> ຜົ້ງສາລີ > ເເຂວງຜົ້ງສາລີເຂົ້າຮ່ວມການຝຶກອົບຮົມເພື່ອເປັນຄູຝຶກພາຍໃຕ້ໂຄງການ NIPN
ເເຂວງຜົ້ງສາລີເຂົ້າຮ່ວມການຝຶກອົບຮົມເພື່ອເປັນຄູຝຶກພາຍໃຕ້ໂຄງການ NIPN
ຜົ້ງສາລີ | 07/11/2025

ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ (NIPN) ໄດ້ຈັດພິທີເປີດຊຸດຝຶກອົບຮົມ ເພື່ອເປັນຄູຝຶກ (TOT) ໃນຫົວຂໍ້: “ການວິເຄາະຂໍ້ມູນໂພຊະນາການ ເພື່ອການສ້າງນະໂຍບາຍ” ຂຶ້ນຢ່າງເປັນທາງການໃຫ້ເເກ່ທີມງານໂຄງການ ໃນຂັ້ນເເຂວງ ລະຫວ່າງວັນທີ 3 ຫາ 7 ພະຈິກ 2025 ເປັນເວລາ 5 ເຕັມ ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາຂະເເໜງການທີ່ກ່ຽວຂ້ອງຂອງຫົກເເຂວງເປົ້າໝາຍຄື: ຜົ້ງສາລີ, ອຸດົມໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ເເລະ ເຊກອງ.
ພິທີເປີດການຝຶກອົບຮົມດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ ນາງ ແສງໄພວັນ ແສງອາພອນ ຮອງຫົວໜ້າກົມນະໂຍບາຍເສດຖະກິດ ເເລະ ການເງິນ, ຕາງໜ້າຄະນະຮັບຜິດຊອບໂຄງການ NIPN. ທ່ານໄດ້ກ່າວເນັ້ນໜັກວ່າ ວຽກງານການສ້າງຄວາມອາດສາມາດ ໂດຍສະເພາະທາງດ້ານສະຖິຕິ ແລະ ການວິເຄາະຂໍ້ມູນ ໃຫ້ເເກ່ຂັ້ນເເຂວງ ແມ່ນບູລິມະສິດສຳຄັນທີ່ສຸດຂອງໂຄງການ NIPN.


ການຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງຜູ້ເຂົ້າຮ່ວມໃຫ້ກາຍເປັນຄູຝຶກ, ເພື່ອນຳເອົາຄວາມຮູ້ທີ່ໄດ້ໄປຜັນຂະຫຍາຍ ແລະ ຖ່າຍທອດຕໍ່ໃຫ້ຂະແໜງການໃນເເຂວງຂອງຕົນເອງ, ເຊິ່ງສອດຄ່ອງກັບແຜນຄວາມຍືນຍົງຂອງໂຄງການ.
ພາຍຫຼັງສຳເລັດການຝຶກອົບຮົມເປັນເວລາ 5 ວັນ, ໄດ້ມີພິທີມອບໃບຢັ້ງຢືນການເປັນຄູຝຶກໃຫ້ແກ່ຜູ້ເຂົ້າຮ່ວມທຸກໆທ່ານ ເພື່ອຮັບຮອງຄວາມສາມາດໃນການເປັນຄູຝຶກ (TOT) ດ້ານການວິເຄາະຂໍ້ມູນດ້ານໂພຊະນາການ, ເຊິ່ງເປັນການສ້າງພື້ນຖານທີ່ສໍາຄັນໃຫ້ແກ່ການຖ່າຍທອດຄວາມຮູ້ໃນອະນາຄົດ, ເຊິ່ງໃນມໍ່ໆນີ້ຈະມີການຝຶກອົບຮົມພາຍໃນບັນດາແຂວງຕ່າງໆ ໂດຍຈະດຳເນີນການຝຶກອົບຮົມໂດຍບັນດາຄູຝຶກທີ່ເຂົ້າຮ່ວມໃນຄັ້ງ

ຕິດຕໍ່ສອບຖາມ

ໜ່ວຍງານວິເຄາະຂໍ້ມູນ
ກົມນະໂຍບາຍເສດຖະກິດ ເເລະ ການເງິນ

ໂທລະສັບ: +856 21 254826
ອີເມລ: contact.cdrlaos@gmail.com

ຂ່າວທີ່ກ່ຽວຂ້ອງ