ໂຄງການ NIPN ຂັ້ນເເຂວງ
ເເຂວງ ຜົ້ງສາລີ
ພາບລວມ ເເຂວງ ຜົ້ງສາລີ
ທີ່ຕັ້ງ:
ພາກເໜືອຂອງປະເທດລາວ
ເນື້ອທີ່ທັງໝົດ:
16,270 km²
ປະຊາກອນ (2024):
197,989
ເມືອງເອກຂອງເເຂວງ:
ເມືອງ ບຸນເໜືອ
ປະຊາກອນອາຍຸລຸ່ມ 5 ປີ:
20,647
ສະຖານທີ່ໃຫ້ບໍລິການ:
60
ຂໍ້ມູນໂຄງການ NIPN ເເຂວງຜົ້ງສາລີ
ຫ້ອງການປະສານງານໂຄງການ NIPN ແຂວງຜົ້ງສາລີ ຕັ້ງຢູ່ທີ່ ຂະເເໜງຮ່ວມມືສາກົນ, ພະແນກການເງິນ. ຫົວໜ້າກອງເລຂາແມ່ນ ທ່ານ ທັນວາ ມະໄລສິນ. ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່ໄດ້ທີ່:
ອີເມລ: phongsalynipn@gmail.com
ໂທລະສັບ: 020 99996546
ທ່ານສາມາດເບິ່ງໂຄງປະກອບການຈັດຕັ້ງສະບັບສົມບູນຂອງໂຄງການ NIPN ແຂວງຜົ້ງສາລີ ໄດ້ໃນເອກະສານຂໍ້ຕົກລົງຢ່າງເປັນທາງການໄດ້ທີ່ນີ້: ດາວໂຫຼດ.
ສະຖານະພາບ ທາງດ້ານໂພຊະນາການ
ຂະເເໜງສາທາລະນະສຸກ
ຂະເເໜງສຶກສາ
ຂະເເໜງກະສິກຳ
ການຈັດຕັ້ງປະຕິບັດໂຄງການ NIPN ໃນຂັ້ນເເຂວງ
ທີ່ NIPN ແຂວງຜົ້ງສາລີ, ພວກເຮົາເຮັດວຽກເຊື່ອມສານລະຫວ່າງ ໂພຊະນາການ, ຂໍ້ມູນ, ແລະ ນະໂຍບາຍ, ເພື່ອສະໜັບສະໜູນການຕັດສິນໃຈທີ່ດີຂຶ້ນ ໂດຍຜ່ານການຮ່ວມມື, ການສ້າງຄວາມອາດສາມາດ, ແລະ ການນຳໃຊ້ຫຼັກຖານຈາກຂໍ້ມູນ.
ການສ້າງຄວາມອາດສາມາດ ເເລະ ຫຼັກຖານຈາກຂໍ້ມູນ
ພວກເຮົາສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການຂັ້ນແຂວງ ດ້ວຍທັກສະທີ່ຈຳເປັນ ເພື່ອຍົກສູງຂີດຄວາມສາມາດໃນຂົງເຂດວຽກງານທີ່ສຳຄັນເຊັ່ນ:
- ການສ້າງ ແລະ ຈັດຕັ້ງປະຕິບັດໂຄງການດ້ານໂພຊະນາການ
- ການວິເຄາະຂໍ້ມູນ, ການແປຜົນຂໍ້ມູນ, ເເລະການສະເເດງຜົນຂໍ້ມູນ
- ການລາຍງານໂດຍອີງໃສ່ຫຼັກຖານເພື່ອການຕັດສິນໃຈໃນລະດັບທ້ອງຖິ່ນ
ການປະສານງານ
ການສ້າງສະພາບແວດລ້ອມການເຮັດວຽກຮ່ວມກັນ, ໂດຍມີການປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບປະກັນການແກ້ໄຂບັນຫາໃຫ້ມີປະສິດທິພາບ.
- ຈັດກອງປະຊຸມຮ່ວມລະຫວ່າງຂະເເໜງການທີ່ກ່ຽວຂ້ອງເປັນປະຈຳ
- ຕິດຕາມຄວາມຄືບໜ້າການຈັດຕັ້ງປະຈິບັດໂຄງການ
- ແກ້ໄຂບັນດາສິ່ງທ້າທາຍ ເເລະ ຂໍ້ຄົງຄ້າງຕ່າງໆໃນການຈັດຕັ້ງປະຕິບັດວຽກງານໂພຊະນາການ
ການເຜີຍເເຜ່
ພວກເຮົາສ້າງຫຼັກຖານການຄົ້ນຄ້ວາທາງດ້ານໂພຊະນາການທີ່ໜ້າເຊື່ອຖື ແລະ ເຜີຍແຜ່ໃນຮູບແບບຕ່າງໆທີ່ນສາມາດນຳໄປໃຊ້ໄດ້ງ່າຍສຳລັບຜູ້ວາງນະໂຍບາຍ ແລະ ຜູ້ມີສ່ວນຮ່ວມ
- ສ້າງບົດສະຫຼຸບຫຍໍ້ທາງດ້ານນະໂຍບາຍ ແລະ ການສັງລວມຫຼັກຖານ
- ນຳສະເໜີຂໍ້ມູນໃຫ້ເເກ່ຜູ້ວາງນະໂຍບາຍ
- ສ້າງເວທີສົນທະນາຍຸດທະສາດດ້ານໂພຊະນາການ ແລະ ກອງປະຊຸມຝຶກອົບຮົມເພື່ອການຮຽນຮູ້.
ຄູ່ຮ່ວມງານຂອງພວກເຮົາ
ຂໍ້ມູນ 3Ws Mapping
3Ws ແມ່ນຫຍັງ?
- Who: ໝາຍເຖິງອົງການຜູ້ໃຫ້ທຶນເຊັ່ນ: UNICEF, WFP, WHO ເເລະ ອື່ນໆ
- Where: ເມືອງເປົ້າໝາຍໃນແຂວງຜົ້ງສາລີ — ເຊັ່ນ: ເມືອງຂວາ, ບຸນໃຕ້, ສຳພັນ, ໃໝ່ ...
- What: ມາດຕະການທາງດ້ານໂພຊະນາການທີ່ກໍາລັງດໍາເນີນການຈັດຕັ້ງປະຕິບັດ, ເຊັ່ນ:ການສົ່ງເສີມລ້ຽງລູກດ້ວຍນົມເເມ່, ການສົ່ງເສີມອາຫານທ່ຽງໃນໂຮງຮຽນ ເເລະ ອື່ນໆ
ບົດຄົ້ນຄວ້າ
ດາວໂຫຼດຂໍ້ມູນດິບ
| ຊື່ໄຟລ | ຂະໜາດ | ດາວໂຫຼດ |
|---|---|---|
|
ກຳລັງໂຫຼດໄຟລ... |
||










