ທັດສະນະສືກສາ ແລກປຽນເພື່ອເປັນພາຍໃຕ້ໂຄງການລາວ/338
ທັດສະນາສຶກສາແລກປ່ຽນ ກິດຈະກຳເຊື່ອມສານເພື່ອປ່ຽນແປງພຶດຕິກຳທາງສັງຄົມ SBCC ໃນວຽກງານການສົ່ງເສີມດ້ານໂພຊະນາການໃຫ້ແກ່ຊຸມຊົນ ລະຫວ່າງ ພະແນກສາທາລະນະສຸກແຂວງຄຳມ່ວນ ແລະ ພະແນກ ສາທາລະນະສຸກ ແຂວງອັດຕະປື ໃນລະຫວ່າງວັນທີ 12-15 ພຶດສະພາ 2026 ເປັນເວລາ 3 ເຕັມ ວຽກງານດ້ານ ໂພຊະນາການຂັ້ນແຂວງຄໍາມ່ວນ ແລະ ແຂວງອັດຕະປື ມີບັນດາທ່ານໃນກອງເລຂາໂພຊະນາການ ຂັ້ນແຂວງ ແລະ ເມືອງ 4 ເມືອງ ພ້ອມຄະນະກອງເລຂາ, ຜູ້ຕາງໜ້າອົງການລັກເດັບ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ. ໂດຍການເປັນປະທານ ດຣ ສົມຈິດ ອໍ່າພີລາວົງ ຮອງພະແນກສາທາລະສຸກແຂວງ ແລະ ປະທ່ານຮວມ ທ່ານ ດຣ ພູສະຫວັນ ບຸບຜາພັນ.
ພ້ອມດວ້ຍບັນດາ ວິຊາການ ພະແນກກະສີກຳ ແລະ ສີງແວດລ້ອມແຂວງ,ພະແນກສືກສາ ແລະ ກິລາແຂວງ, ໄດ້ມີຄໍາເຫັນໃນໂອກາດກ່າວເປີດກກອງປະຊຸມວ່າ: ກອງປະຊຸມໃນຄັ້ງນີ້, ແມ່ນ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ແຜນປະຕິບັດວຽກງານດ້ານໂພຊະນາການ 2 ແຂວງ ເປັນຕົ້ນ: ຜົນສໍາເລັດທີ່ພົ້ນເດັ່ນ, ສິ່ງທ້າທາຍ, ໃນການສື່ສານດ້ານໂພຊະນາການ ການປຽນແປງພຶດກຳການການຢູ່ຂອງຊູມຊົນ ແລະ ການຈັດຕັ້ງຜັນຂະຫຍາຍຄໍາໝັ້ນໝາຍ ທີ່ຄະນະກຳມະການໂພຊະນາການຂັ້ນແຂວງ ໄດ້ເຊັນຮັບຮອງເອົາໃນກອງປະຊຸມດ້ານໂພຊະນາການແຫ່ງຊາດ ໃນເດືອນມີນາ 2024, ພ້ອມທັງການຜັນຂະຫຍາຍຖະແຫຼງການຂອງກອງປະຊຸມສຸດຍອດການພັດທະນາດ້ານຊັບສິນມະນຸດ, ນອກນັ້ນ ຍັງຈະໄດ້ວາງແຜນການປີສຸດທ້າຍຂອງການປະຕິບັດແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ ຈົ່ງໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນການຄົ້ນຄວ້າ, ວິເຄາະວິໄຈ ບັນຫາຕັ້ງຂຶ້ນຢ່າງເລິກເຊິ່ງ, ພ້ອມທັງປະກອບຄຳຄິດເຫັນ, ແລກປ່ຽນ, ປຶກສາຫາລື, ຖອດຖອນເອົາບົດຮຽນ ເພື່ອຊອກຫາທາງອອກ, ໃຫ້ຄຳຕອບແກ້ໄຂບັນຫາຢ່າງຮອບດ້ານ, ເພາະກອງປະຊຸມຄັ້ງນີ້ ຈະເຮັດໃຫ້ພວກເຮົາສາມາດວາງທິດທາງສູ້ຊົນ ໃນຕໍ່ໜ້າຢ່າງເປັນຮູບປະທຳ, ສອດຄ່ອງກັບເງື່ອນໄຂ ແລະ ທັນກັບສະພາບຕົວຈິງ ລວມທັງເພີ່ມທະວີການປະສານງານທີ່ກົມກຽວກັບສອງແຂວງ ການພົວພັນຮ່ວມມືທີ່ມີປະສິດທິຜົນ ໃນບັນດາຂະແໜງການຂັ້ນທ້ອງຖິ່ນ, ທັງພາກລັດ, ເອກະຊົນ, ສັງຄົມ ພ້ອມທັງຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນ ເພື່ອຮີບຮ້ອນຈັດຕັ້ງປະຕິບັດ ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ເພື່ອເຮັດໃຫ້ສະພາບການຂາດໂພຊະນາການ ໄດ້ຮັບການປັບປຸງ ແລະ ແກ້ໄຂໃຫ້ນັບມື້ນັບດີຂຶ້ນ, ຮັບປະກັນໃຫ້ປະຊາຊົນບັນດາເຜົ່າ ໄດ້ມີຄຸນນະພາບຊີວິດດີຂຶ້ນ.
ພາຍຫຼັງສຳເລັດທັດສະນະສືກສາ ແລກປຽນ 3 ເຕັມວັນ,ໂດຍມີຄະນະກອງເລຂາໂພຊະນາການສອງແຂວງແໄດ້ພົບປະແລກປຽນບົດຮຽນ ເພື່ອຈະນຳໄປຖອນຖອດເຂົ້າໃນວຽກງານຕົວຈີງ ຈຳນວນ 40 ທ່ານ ແລະ ວີຊາການ 8 ທ່ານ ຕ່າງໜ້າຂະແໜງການ ການເງີນ , ສືກສາແຂວງ , ສາທາແຂວງ , ກະສີກໍາແຂວງ ເພື່ອຮັບຮອງຄວາມສາມາດ ໃນດ້ານການວິເຄາະຂໍ້ມູນດ້ານໂພຊະນາການ, ເຊິ່ງເປັນການສ້າງພື້ນຖານທີ່ສໍາຄັນໃຫ້ແກ່ການຖ່າຍທອດຄວາມຮູ້ໃນອະນາຄົດ, ໃນບັນດາຄະນະກອງເລຂາດ້ານໂພຊະນາການ ແຂວງຕ່າງໆ ຄັ້ງນີ້.



