ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ (NIPN) ໄດ້ຈັດພິທີເປີດຊຸດຝຶກອົບຮົມ ເພື່ອເປັນຄູຝຶກ (TOT) ໃນຫົວຂໍ້: “ການວິເຄາະຂໍ້ມູນໂພຊະນາການ ເພື່ອການສ້າງນະໂຍບາຍ” ຂຶ້ນຢ່າງເປັນທາງການໃຫ້ເເກ່ທີມງານໂຄງການ ໃນຂັ້ນເເຂວງ ລະຫວ່າງວັນທີ 3 ຫາ 7 ພະຈິກ 2025 ເປັນເວລາ 5 ເຕັມ ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາຂະເເໜງການທີ່ກ່ຽວຂ້ອງຂອງຫົກເເຂວງເປົ້າໝາຍຄື: ຜົ້ງສາລີ, ອຸດົມໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ເເລະ ເຊກອງ.

ພິທີເປີດການຝຶກອົບຮົມດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ ນາງ ແສງໄພວັນ ແສງອາພອນ ຮອງຫົວໜ້າກົມນະໂຍບາຍເສດຖະກິດ ເເລະ ການເງິນ, ຕາງໜ້າຄະນະຮັບຜິດຊອບໂຄງການ NIPN. ທ່ານໄດ້ກ່າວເນັ້ນໜັກວ່າ ວຽກງານການສ້າງຄວາມອາດສາມາດ ໂດຍສະເພາະທາງດ້ານສະຖິຕິ ແລະ ການວິເຄາະຂໍ້ມູນ ໃຫ້ເເກ່ຂັ້ນເເຂວງ ແມ່ນບູລິມະສິດສຳຄັນທີ່ສຸດຂອງໂຄງການ NIPN.
ການຝຶກອົບຮ…


