ໂຄງການ NIPN ຂັ້ນເເຂວງ

ເເຂວງ ສາລະວັນ

©UNICEF/UNI830097/Phiennachit

ພາບລວມ ເເຂວງ ສາລະວັນ
ທີ່ຕັ້ງ:
ພາກໄຕ້ຂອງປະເທດລາວ
ເນື້ອທີ່ທັງໝົດ:
10,691 km²
ປະຊາກອນ (2024):
416,942
ເມືອງເອກຂອງເເຂວງ:
ເມືອງ ສາລະວັນ
ປະຊາກອນອາຍຸລຸ່ມ 5 ປີ:
36,455
ສະຖານທີ່ໃຫ້ບໍລິການ:
81

ຂໍ້ມູນໂຄງການ NIPN ເເຂວງສາລະວັນ

ຫ້ອງການປະສານງານໂຄງການ NIPN ແຂວງສາລະວັນ ຕັ້ງຢູ່ທີ່ ຂະເເໜງຮ່ວມມືສາກົນ, ພະແນກການເງິນ. ຫົວໜ້າກອງເລຂາແມ່ນ ທ່ານ ວັນນະສິດ ພວງມາລາ. ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່ໄດ້ທີ່:

ອີເມລ: nipn.salavan@gmail.com
ໂທລະສັບ: 020 59 870 692

ທ່ານສາມາດເບິ່ງໂຄງປະກອບການຈັດຕັ້ງສະບັບສົມບູນຂອງໂຄງການ NIPN ແຂວງສາລະວັນ ໄດ້ໃນເອກະສານຂໍ້ຕົກລົງຢ່າງເປັນທາງການໄດ້ທີ່ນີ້: ດາວໂຫຼດ.

ສະຖານະພາບ ທາງດ້ານໂພຊະນາການ

ຂະເເໜງສາທາລະນະສຸກ

ຂະເເໜງສຶກສາ

ຂະເເໜງກະສິກຳ

ການຈັດຕັ້ງປະຕິບັດໂຄງການ NIPN ໃນຂັ້ນເເຂວງ

ທີ່ NIPN ແຂວງສາລະວັນ, ພວກເຮົາເຮັດວຽກເຊື່ອມສານລະຫວ່າງ ໂພຊະນາການ, ຂໍ້ມູນ, ແລະ ນະໂຍບາຍ, ເພື່ອສະໜັບສະໜູນການຕັດສິນໃຈທີ່ດີຂຶ້ນ ໂດຍຜ່ານການຮ່ວມມື, ການສ້າງຄວາມອາດສາມາດ, ແລະ ການນຳໃຊ້ຫຼັກຖານຈາກຂໍ້ມູນ.

Capacity building workshop

ການສ້າງຄວາມອາດສາມາດ

ພວກເຮົາສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການຂັ້ນແຂວງ ດ້ວຍທັກສະທີ່ຈຳເປັນ ເພື່ອຍົກສູງຂີດຄວາມສາມາດໃນຂົງເຂດວຽກງານທີ່ສຳຄັນເຊັ່ນ:

  • ການສ້າງ ແລະ ຈັດຕັ້ງປະຕິບັດໂຄງການດ້ານໂພຊະນາການ
  • ການວິເຄາະຂໍ້ມູນ, ການແປຜົນຂໍ້ມູນ, ເເລະການສະເເດງຜົນຂໍ້ມູນ
  • ການລາຍງານໂດຍອີງໃສ່ຫຼັກຖານເພື່ອການຕັດສິນໃຈໃນລະດັບທ້ອງຖິ່ນ
ຜົນໄດ້ຮັບ: ບົດລາຍງານທີ່ສາມາດນຳໄປປະຕິບັດໄດ້ ເພື່ອເປັນບ່ອນອີງໃນການຕັດສິນໃຈທາງຍຸດທະສາດ
Stakeholders coordination meeting

ການປະສານງານ

ການສ້າງສະພາບແວດລ້ອມການເຮັດວຽກຮ່ວມກັນ, ໂດຍມີການປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບປະກັນການແກ້ໄຂບັນຫາໃຫ້ມີປະສິດທິພາບ.

  • ຈັດກອງປະຊຸມຮ່ວມລະຫວ່າງຂະເເໜງການທີ່ກ່ຽວຂ້ອງເປັນປະຈຳ
  • ຕິດຕາມຄວາມຄືບໜ້າການຈັດຕັ້ງປະຈິບັດໂຄງການ
  • ແກ້ໄຂບັນດາສິ່ງທ້າທາຍ ເເລະ ຂໍ້ຄົງຄ້າງຕ່າງໆໃນການຈັດຕັ້ງປະຕິບັດວຽກງານໂພຊະນາການ
ຜົນໄດ້ຮັບ: ບັນດາຂະເເໜງການປະສານງານກັນໄດ້ດີຂຶ້ນ ເເລະ ປັບປຸງການຈັດຕັ້ງປະຕິບັດໂຄງການໄດ້ດີຂຶ້ນ
Presenting policy report to decision makers

ການເຜີຍເເຜ່

ພວກເຮົາສ້າງຫຼັກຖານການຄົ້ນຄ້ວາທາງດ້ານໂພຊະນາການທີ່ໜ້າເຊື່ອຖື ແລະ ເຜີຍແຜ່ໃນຮູບແບບຕ່າງໆທີ່ນສາມາດນຳໄປໃຊ້ໄດ້ງ່າຍສຳລັບຜູ້ວາງນະໂຍບາຍ ແລະ ຜູ້ມີສ່ວນຮ່ວມ

  • ສ້າງບົດສະຫຼຸບຫຍໍ້ທາງດ້ານນະໂຍບາຍ ແລະ ການສັງລວມຫຼັກຖານ
  • ນຳສະເໜີຂໍ້ມູນໃຫ້ເເກ່ຜູ້ວາງນະໂຍບາຍ
  • ສ້າງເວທີສົນທະນາຍຸດທະສາດດ້ານໂພຊະນາການ ແລະ ກອງປະຊຸມຝຶກອົບຮົມເພື່ອການຮຽນຮູ້.
ຜົນໄດ້ຮັບ: ການກຳນົດນະໂຍບາຍທີ່ອີງໃສ່ຫຼັກຖານເພື່ອເປົ້າໝາຍດ້ານໂພຊະນາການ ແລະ ການພັດທະນາ.

ຄູ່ຮ່ວມງານຂອງພວກເຮົາ

ຂໍ້ມູນ 3Ws Mapping

3Ws ແມ່ນຫຍັງ?

  • Who: ໝາຍເຖິງອົງການຜູ້ໃຫ້ທຶນເຊັ່ນ: UNICEF, WFP, WHO ເເລະ ອື່ນໆ
  • Where: ເມືອງເປົ້າໝາຍໃນແຂວງສາລະວັນ — ເຊັ່ນ: ເມືອງສາລະວັນ, ຕຸ້ມລານ, ວາປີ, ເລົ່າງາມ ...
  • What: ມາດຕະການທາງດ້ານໂພຊະນາການທີ່ກໍາລັງດໍາເນີນການຈັດຕັ້ງປະຕິບັດ, ເຊັ່ນ:ການສົ່ງເສີມລ້ຽງລູກດ້ວຍນົມເເມ່, ການສົ່ງເສີມອາຫານທ່ຽງໃນໂຮງຮຽນ ເເລະ ອື່ນໆ
ແຜນທີ່ຂອງເເຂວງ

ແຂວງສາລະວັນ

ກົດເລືອກເມືອງໃດໜຶ່ງໃນແຜນທີ່ ເພື່ອເບິ່ງໂຄງການ ແລະ ກິດຈະກຳຕ່າງໆ.

ດາວໂຫຼດຂໍ້ມູນດິບ

ຊື່ໄຟລ ຂະໜາດ ດາວໂຫຼດ

ກຳລັງໂຫຼດໄຟລ...