> ອຸດົມໄຊ > ເເຂວງອຸດົມໄຊຈັດກອງປະຊຸມຝຶກອົບຮົມການວິເຄາະສະພາບໂພຊະນາການ ແລະ ການປັບປຸງຂໍ້ມູນ ພາຍໃຕ້ໂຄງການ NIPN.
ເເຂວງອຸດົມໄຊຈັດກອງປະຊຸມຝຶກອົບຮົມການວິເຄາະສະພາບໂພຊະນາການ ແລະ ການປັບປຸງຂໍ້ມູນ ພາຍໃຕ້ໂຄງການ NIPN.
ອຸດົມໄຊ | ຕຸລາ 12, 2026

ແຂວງອຸດົມໄຊ ໄດ້ຈັດພິທີຝຶກອົບຮົມ ໃນຫົວຂໍ້: ການວິເຄາະສະພາບໂພຊະນາການ ແລະ ການປັບປຸງຂໍ້ມູນ ຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ຂຶ້ນຢ່າງເປັນທາງການໃຫ້ເເກ່ບັນດາຂະແໜງການທີ່ກ່ຽວຂ້ອງ ຂັ້ນເເຂວງ ແຂວງອຸດົມໄຊ ໃນຄັ້ງວັນທີ 07 ຫາ 09 ຕຸລາ 2026 ເປັນເວລາ 3 ວັນເຕັມ. ເຊິ່ງມີຜູ້ເຂົ້າຮ່ວມຈາກສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ – ສັງຄົມ, ກະຊວງການເງິນ ແລະ ມີບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ຂອງແຂວງອຸດົມໄຊ.

ພິທີເປີດການຝຶກອົບຮົມດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ສົມລິດ ລັດສະເກດ ຮອງຫົວໜ້າພະແນກການເງິນ ແຂວງອຸດົມໄຊ. ປະທານໄດ້ກ່າວເນັ້ນໜັກວ່າ ວຽກງານການສ້າງຄວາມອາດສາມາດ ແມ່ນໜຶ່ງໃນບູລິມະສິດທີ່ສຳຄັນທີ່ສຸດຂອງໂຄງການ NIPN ໂດຍສະເພາະແມ່ນ ການສ້າງຄວາມອາດສາມາດທາງດ້ານສະຖິຕິ ແລະ ການວິເຄາະຂໍ້ມູນ, ຊຶ່ງໃນໄລຍະຜ່ານມາ ພວກເຮົາກໍ່ໄດ້ຈັດການຝຶກອົບຮົມຂຶ້ນຢ່າງເປັນປົກກະຕິມາໂດຍຕະຫຼອດ, ທັງຝຶກຢູ່ໃນຂັ້ນສູນກາງ ແລະ ຢູ່ໃນຂັ້ນທ້ອງຖິ່ນ. ໂດຍການຝຶກອົບຮົມຂອງພວກເຮົາ ແມ່ນຈະເນັ້ນໃສ່ໃນການນຳໃຊ້ຂໍ້ມູນຕົວຈິງ ເຂົ້າໃນດ້ານວິທີການວິເຄາະຂໍ້ມູນ ແລະ ການອະທິບາຍຜົນຈາກການວິເຄາະຂໍ້ມູນ.

ການຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງ ເພື່ອເສີມສ້າງ, ຍົກລະດັບຄວາມສາມາດໃຫ້ແກ່ພາກລັດ ໃນການວິເຄາະ ແລະ ປັບປຸງຂໍ້ມູນສະພາບໂພຊະນາການລະດັບຊາດ ແລະ ຂັ້ນທ້າງຖິ່ນ ຜ່ານການແລກປ່ຽນບົດຮຽນປະສົບການ, ຂໍ້ມູນ ແລະ ຫຼັກຖານໃໝ່ ພ້ອມທັງວິເຄາະບັນຫາ, ສິ່ງທ້າທາຍທີ່ສໍາຄັນ ແລະ ກໍານົດແນວທາງແກ້ໄຂໂດຍອີງໃສ່ຫຼັກຖານ ແລະ ປັບປຸງຖານຂໍ້ມູນໂພຊະນາການຂັ້ນທ້ອງຖິ່ນ, ເວບໄຊ໌ NIPN ແລະ ກະດານຂ່າວ ໂດຍນໍາໃຊ້ຂໍ້ມູນຫຼັກຖານທີ່ໄດ້ຮັບການປັບປຸງຫຼ້າສຸດ, ພ້ອມທັງນໍາສະເໜີການວິເຄາະເບື້ອງຕົ້ນ ແລະ ກໍານົດບູລິມະສິດ, ແຜນດໍາເນີນງານໃນຕໍ່ໜ້າ.

ເຊີ່ງກອງປະຊຸມໃນຄັ້ງນີ້ຈັດຂື້ນໂດຍ ພະແນກການເງິນແຂວງອຸດົມໄຊ (ຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ) ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການ UNICEF.

ພາຍຫຼັງສຳເລັດການຝຶກອົບຮົມເປັນເວລາ 3 ວັນ, ຄະນະປະທານຍັງໄດ້ເນັ້ນໜັກຕື່ມຕໍ່ການຝຶກອົບຮົມໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ແລະ ມີຜົນສໍາເລັດຢ່າງຈົບງາມ, ໂດຍສະເພາະ ແຕ່ລະທ່ານນັກສໍາມະນາກອນໄດ້ມີການແລກປ່ຽນຄວາມຄິດ-ຄວາມເຫັນຕໍ່ການຝຶກອົບຮົມ ອັນໄດ້ຢັ້ງຢືນເຖິງຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງຂອງແຕ່ລະທ່ານ ຊຶ່ງລ້ວນແລ້ວແຕ່ມີຄວາມໝາຍຄວາມສຳຄັນຕໍ່ການສ້າງຄວາມອາສາມາດຂອງແຕ່ລະທ່ານໃນຄັ້ງນີ້. ສິ່ງທີ່ສຳຄັນແມ່ນຫລັງຈາກການຝຶກອົບຮົມແລ້ວ ໃຫ້ແຕ່ລະທ່ານຈົ່ງພ້ອມກັນສືບຕໍ່ຝຶກຝົນ ແລະ ໝັ່ນຮຽນຮູ້ເພີ່ມຕື່ມ ເພື່ອໃຫ້ສາມາດນຳເອົາເນື້ອໃນຈິດໃຈຂອງການຝຶກອົບຮົມໄປຕໍ່ຍອດໃນວຽກງານຕົວຈິງ.

ຕິດຕໍ່ສອບຖາມ

ໜ່ວຍງານວິເຄາະຂໍ້ມູນ
ກົມນະໂຍບາຍເສດຖະກິດ ເເລະ ການເງິນ

ໂທລະສັບ: +856 21 254826
ອີເມລ: contact.cdrlaos@gmail.com

ຂ່າວທີ່ກ່ຽວຂ້ອງ