ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ (NIPN) ໄດ້ຈັດພິທີເປີດຊຸດຝຶກອົບຮົມ ໃນຫົວຂໍ້: ການວິເຄາະສະພາບໂພຊະນາການ ແລະ ການປັບປຸງຂໍ້ມູນ ຂຶ້ນຢ່າງເປັນທາງການໃຫ້ເເກ່ທີມງານໂຄງການ ໃນຂັ້ນເເຂວງ ລະຫວ່າງວັນທີ 23 ຫາ 25 ກັນຍາ 2026 ເປັນເວລາ 3 ວັນເຕັມ ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາຂະເເໜງການທີ່ກ່ຽວຂ້ອງຂອງຫົກເເຂວງເປົ້າໝາຍຄື: ຜົ້ງສາລີ, ອຸດົມໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ເເລະ ເຊກອງ.
ພິທີເປີດການຝຶກອົບຮົມດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ລາດຊະວົງ ບຸນສີພົນ ຮອງຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ; ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ທ່ານ ຮາລີ ວິນນະທານ ຫົວໜ້າແຜນງານຂໍ້ມູນໂພຊະາການ UNICEF ທ່ານໄດ້ກ່າວເນັ້ນໜັກວ່າ ວຽກງານການວິເຄາະສະພາບໂພຊະນາການ ແລະ ການປັບປຸງຂໍ້ມູນ ໃຫ້ເເກ່ຂັ້ນເເຂວງ ແມ່ນບູລິມະສິດສຳຄັນທີ່ສຸດຂອງໂຄງການ NIPN.




ການຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງ, ຄວາມອາດສາມາດທາງດ້ານວິຊາການ ແລະ ການວິເຄາະດ້ານໂພຊະນາການ, ການວິເຄາະການສະແດງຜົນຂໍ້ມູນບັນຫາກ່ຽວກັບໂພຊະນາການ ແລະ ການປັບປຸງຂໍ້ມູນຂອງເວບໄຊ໌ NIPN ແລະ ກະດານຂ່າວ ຂັ້ນແຂວງ, ເພື່ອຊຸກຍູ້ການຈັດຕັ້ງປະຕິບັດວຽກງານທາງດ້ານຂໍ້ມູນຂ່າວສານທາງດ້ານໂພຊະນາການໃນຂັ້ນສູນກາງ ແລະ ທ້ອງຖິ່ນ. ເຊີ່ງກອງປະຊຸມໃນຄັ້ງນີ້ຈັດຂື້ນໂດຍໜ່ວຍງານວິເຄາະນະໂຍບາຍ ຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການ UNICEF.
ພາຍຫຼັງສຳເລັດການຝຶກອົບຮົມເປັນເວລາ 3 ວັນ, ບັນດາທີມງານຄູຝຶກ ແລະ ທີມງານຂັ້ນແຂວງ ແມ່ນໄດ້ຕົກລົງເຫັນດີເປັນເອກະພາບກັນ ໃນມໍ່ໆນີ້ຈະມີການຝຶກອົບຮົມໃຫ້ບັນດາພະແນກການອ້ອມຂ້າງແຂວງ ພາຍໃນແຂວງຂອງຕົນເອງ ໂດຍຈະດຳເນີນການຝຶກອົບຮົມໂດຍບັນດາຄູຝຶກທີ່ເຂົ້າຮ່ວມຈາກຂັ້ນແຂວງໃນຄັ້ງນີ້.


