ພະແນກສາທາລະນະສຸກ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດວຽກງານໂພຊະນາການຂອງຄະນະກໍາມະການຂັ້ນແຂວງ ດ້ານໂພຊະນາການ ປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ຂື້ນໃນລະຫວ່າງວັນທີ 7 ຫາ 8 ເມສາ 2026 ທີ່: ຫ້ອງປະຊຸມສາທາລະນະສຸກເມືອງງາ ແຂວງອຸດົມໄຊ ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາຄະນະກໍາມະການຂັ້ນແຂວງ ດ້ານໂພຊະນາການ, ອົງການອາຫານໂລກ, ຜູ້ປະສານງານ, ກອງເລຂາຂັ້ນແຂວງ, ຂັ້ນເມືອງ 04 ເມືອງຄື: ເມືອງຫຼາ, ເມືອງງາ, ເມືອງແບງ ແລະ ເມືອງປາກແບງ, ເຊີ່ງມີຜູ້ເຂົ້າຮ່ວມລວມທັງໝົດ 48 ທ່ານ, ຍິງ 16 ທ່ານ.
ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ວຽງໄຊ ຄໍາພະຈັນ ກໍາມະການປະຈໍາພັກເມືອງ, ປະທານອົງການປົກຄອງເມືອງ ເມືອງງາ ແລະ ທ່ານ ດຣ ພຸດແສງ ເທື້ອມບູນມີ ຮອງຫົວໜ້າພະແນກສາທາລະສຸກແຂວງອຸດົມໄຊ, ຄະນະຊີ້ນໍາວຽກງານໂພຊະນາການຂັ້ນແຂວງ.

ກອງປະຊຸມໃນຄັ້ງນີ້ ມີຈຸດປະສົງເພື່ອເພື່ອລາຍງານ ຄວາມຄືບໜ້າການຈັດຕັ້ງປະຕິບັດແຜນງານແຫ່ງຊາດດ້ານໂພຊະນາການ ປະຈໍາປີ 2025 ແລະ ທິດທາງແຜນການປີ 2026, ເພື່ອທົບທວນຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຂັ້ນແຂວງ ດ້ານໂພຊະນາການ ເລກທີ 0146/ຄປຂ, ອຸດົມໄຊ, ວັນທີ 09 ກຸມພາ 2026 (ສະບັບປັບປຸງ), ເພື່ອລາຍງານ, ປຶກສາຫາລື, ການກະກຽມງົບປະມານ 2026 ແລະ ສົນທະນາ (ສະເໜີການນໍາເອົາງົບປະມານ ໂພຊະນາການ ເຂົ້າໃນຮ່າງແຜນງົບປະມານ ຂອງຂະແໜງການ) ບັນຫາ, ສິ່ງທ້າທາຍ ແລະ ວິທີແກ້ໄຂ ຂອງແຕ່ລະແໜງການ ໃນປີຜ່ນມາ; ເພື່ອສ້າງຄວາມເຂົ້າໃຈເປັນເອກະພາບໃນການຮ່ວມກັນວາງແຜນ ແລະ ການລາຍງານລະຫວ່າງກອງເລຂາຄະນະ ກໍາມະການດ້ານໂພຊະນາການ ຂັ້ນແຂວງ ແລະ ຂັ້ນເມືອງ, ໂດຍແນ່ໃສ່ການຄຸ້ມຄອງການຈັດຕັ້ງປະຕິບັດ ແລະ ຜົນໄດ້ຮັບ ຕາມຄາດໝາຍຂອງ NPAN ໃນລະດັບຊາດ ແລະ ເພື່ອພັດທະນາທັກສະການຕິດຕາມ ແລະ ການສະໜັບສະໜູນ NNC-S ແລະ ຜຸ້ປະສານງານແຕ່ລະຂະແໜງການໂດຍຜ່ານການເປັນຜູ້ອໍານວຍຄວາມສະດວກ ແລະ ຂະບວນການເພື່ອສອນເພື່ອນ.
ຕອນທ້າຍຂອງກອງປະຊຸມ ຜູ້ແທນກອງປະຊຸມຍັງໄດ້ຕົກລົງເຫັນດີເປັນເອກະພາບກັນ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານໂພຊະນາການໃນຕໍ່ໜ້າດັ່ງນີ້:
- ໃຫ້ຂັ້ນເມືອງສ້າງແຜນກິດຈະກໍາ ແລະ ງົບປະມານວຽກງານໂພຊະນາການປະຈໍາປີ 2026 ສົ່ງໃຫ້ກອງເລຂາຂັ້ນແຂວງ ແມ່ນກໍານົດເອົາອາທິດທີ 1 ຂອງເດືອນ 5 ປີ 2026;
- ໃຫ້ກອງເລຂາຂັ້ນເມືອງສະຫຼູບລາຍງານວຽກງານໂພຊະນາການ ເປັນປະຈໍາໄຕມາດ ແລະ ແຜນການຈັດຕັ້ງປະຕິບັດ ປີ 2026 ໃຫ້ກອງເລຂາຂັ້ນແຂວງ ເພື່ອສະຫຼູບສັງລວມ ສົ່ງໃຫ້ໂພຊະນາການຂັ້ນສູນກາງໃຫ້ທັນເວລາທີ່ກໍານົດ;
- ໃຫ້ກອງເລຂາຂັ້ນແຂວງ, ຂັ້ນເມືອງ ປະສານງານກັນ ແລະ ຈັດກອງປະຊຸມຮ່ວມກັນ ຂອງທຸກໆໄຕມາດ;
- ຈັດກອງປະຊຸມກອງເລຂາຄະນະກໍາມະການຂັ້ນແຂວງ, ຂັ້ນເມືອງໃຫ້ໄດ້ 2 ຄັ້ງ/ປີ;
- ຄູ່ຮ່ວມງານຫຼາຍຂະແໜງການຕ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານໂພຊະນາການໃຫ້ໄປຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນຕາມທີ່ໄດ້ກໍານົດໄວ້.
ກອງປະຊຸມດັ່ງກ່າວ ໄດ້ດໍາເນີນໄປເປັນເວລາ 2 ວັນເຕັມ ແລະ ໄດ້ປິດລົງໃນຕອນແລງ ເວລາ 16 ໂມງ 30 ນາທີ ຂອງວັນທີ 08 ເມສາ 2026 ດ້ວຍຜົນສໍາເລັດຢ່າງຈົບງາມ.


