> ອຸດົມໄຊ > ເເຂວງອຸດົມໄຊ ເຂົ້າຮ່ວມກອງປະຊຸມສຳມະນາ ການສ້າງເຄື່ອງມືເຜີຍແຜ່ດ້ານໂພຊະນາການ ພາຍໃຕ້ໂຄງການ NIPN
ເເຂວງອຸດົມໄຊ ເຂົ້າຮ່ວມກອງປະຊຸມສຳມະນາ ການສ້າງເຄື່ອງມືເຜີຍແຜ່ດ້ານໂພຊະນາການ ພາຍໃຕ້ໂຄງການ NIPN
ອຸດົມໄຊ | ຕຸລາ 23, 2026

ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ (NIPN) ໄດ້ຈັດກອງປະຊຸມສໍາມະນາ ໃນຫົວຂໍ້: ການສ້າງເຄື່ອງມືເຜີຍແຜ່ດ້ານໂພຊະນາການ ຂຶ້ນຢ່າງເປັນທາງການໃຫ້ເເກ່ທີມງານໂຄງການ ໃນຂັ້ນເເຂວງ ລະຫວ່າງວັນທີ 19 ຫາ 20 ກັນຍາ 2026 ເປັນເວລາ 2 ວັນເຕັມ ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາຂະເເໜງການທີ່ກ່ຽວຂ້ອງຂອງຫົກເເຂວງເປົ້າໝາຍຄື: ຜົ້ງສາລີ, ອຸດົມໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ເເລະ ເຊກອງ.

ພິທີເປີດກອງປະຊຸມສໍາມະນາ ໄດ້ຮັບກຽດເປັນປະທານໂດຍ ທ່ານ ລາດສະວົງ ບູນສີພົນ ຮອງຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ – ສັງຄົມ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ທ່ານ ນາງ ຄາຣີນາ ໂລເປຊ ຫົວໜ້າແຜນງານດ້ານໂພຊະນາການ, ອົງການຢູນີເຊບ (UNICEF). ມີຜູ້ແທນເຂົ້າຮ່ວມລວມທັງໝົດ 49 ທ່ານ, ຍິງ 20 ທ່ານ.

ກອງປະຊຸມສໍາມະນາໃນຄັ້ງນີ້ ມີຈຸດປະສົງ ເພື່ອປຶກສາຫາລືກໍານົດຮູບແບບການສືສານທີ່ເໝາະສົມ ພ້ອມທັງສ້າງໂປຣໄຟລ໌ໂພຊະນາການ, ສ້າງອິນໂຟກຣາບຟິກ (Infographic) ແລະ ການສ້າງສະໄລດ໌ ນໍາສະເໜີ (Powerpoint) ກ່ຽວກັບປະເດັນສໍາຄັນດ້ານໂພຊະນາການ. ເຊີ່ງກອງປະຊຸມໃນຄັ້ງນີ້ຈັດຂື້ນໂດຍສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ – ສັງຄົມ ຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການ UNICEF.

ພາຍຫຼັງສຳເລັດກອງປະຊຸມສໍາມະນາເປັນເວລາ 2 ວັນ ບັນດາທີມງານຄູຝຶກ ແລະ ທີມງານຂັ້ນແຂວງ ແມ່ນຈະຕ້ອງໄດ້ນໍາເອົາບົດຮຽນ ແລະ ຟາຍເອກະສານຕ່າງ ມາຄົ້ນຄວ້າໃຫ້ເລີກເຊີ່ງ ແລະ ສືບຕໍ່ປັບປຸງບົດໃຫ້ມີຄວາມສົມບູນ ເຂົ້າໃນວຽກງານໂພຊະນາການ ໃຫ້ພະແນກການທີ່ກ່ຽວຂ້ອງຂັ້ນແຂວງໃຫ້ຮັບຮູ້ ແລະ ເຂົ້າໃຈ ແລະ ສ້າງພະນັກງານໃຫ້ມີຄວາມເຂັ້ມແຂງຂື້ນເທື່ອລະກ້າວຢ່າງທົ່ວເຖີງ.

ຕິດຕໍ່ສອບຖາມ

ໜ່ວຍງານວິເຄາະຂໍ້ມູນ
ກົມນະໂຍບາຍເສດຖະກິດ ເເລະ ການເງິນ

ໂທລະສັບ: +856 21 254826
ອີເມລ: contact.cdrlaos@gmail.com

ຂ່າວທີ່ກ່ຽວຂ້ອງ