



ໃນວັນທີ 27-30 ເມສາ 2026 ຜ່ານມາ, ບັນດາຜູ້ແທນຈາກແຂວງອຸດົມໄຊ ໄດ້ເຂົ້າຮ່ວມການຝຶກອົບຮົມ ເພື່ອເປັນຄູຝຶກ (TOT) ໃນຫົວຂໍ້ “ການວິເຄາະຂໍ້ມູນ ແລະ ການວາງແຜນ” ທີ່ຈັດຂຶ້ນໂດຍໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN)
ການຝຶກອົບຮົມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມຈາກຫຼາຍຂະແໜງການ ຂອງແຂວງອຸດົມໄຊ ປະກອບມີ ຂະແໜງ ການເງິນ, ສຶກສາທິການ ແລະ ກິລາ, ກະສິກຳ ແລະ ສິ່ງແວດລ້ອມ ແລະ ສາທາລະນະສຸກ ເພື່ອຍົກລະດັບຄວາມຮູ້ ແລະ ສ້າງຄວາມອາດສາມາດໃນການນຳໃຊ້ຂໍ້ມູນ ມາປະກອບໃນການວາງແຜນພັດທະນາ. ໄດ້ໃຫ້ກຽດເປີດພິທີຈາກ ທ່ານ ປອ ສິດທິຣົດ ຣາຊະພົນ ຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ ເປັນປະທານ ໂດຍໄດ້ເນັ້ນເຖິງຄວາມສຳຄັນຂອງການສ້າງຄູຝຶກໃນຂັ້ນແຂວງ ເພື່ອໃຫ້ສາມາດນຳເອົາຄວາມຮູ້ ໄປຖ່າຍທອດຕໍ່ໃນຂັ້ນທ້ອງຖິ່ນໄດ້ຢ່າງມີປະສິດທິຜົນ.
ເນື້ອໃນການຝຶກອົບຮົມ ຄອບຄຸມຫຼາຍດ້ານ ປະກອບມີ ການວິເຄາະຂໍ້ມູນໂພຊະນາການ, ການນຳໃຊ້ຫຼັກຖານໃນການວາງແຜນ, ການຂຽນບົດລາຍງານ ແລະ ການຄຸ້ມຄອງຖານຂໍ້ມູນ ເພື່ອໃຫ້ຜູ້ເຂົ້າຮ່ວມ ສາມາດນຳໄປປັບໃຊ້ໃນວຽກງານຈິງໄດ້. ການຝຶກອົບຮົມຄັ້ງນີ້ ຍັງໄດ້ຮັບການສະໜອງສະໜູນຈາກອົງການ ຢູນິເຊບ (UNICEF) ທັງດ້ານງົບປະມານ ແລະ ວິຊາການ ຊຶ່ງເປັນການສົ່ງເສີມໃຫ້ການດຳເນີນງານບັນລຸຜົນສຳເລັດ ຜ່ານການຝຶກອົບຮົມ 4 ວັນ ຜູ້ເຂົ້າຮ່ວມ ໄດ້ມີການແລກປ່ຽນບົດຮຽນ ແລະ ສະສົມປະສົບການ ຢ່າງກວ້າງຂວາງ ຊຶ່ງຈະເປັນພື້ນຖານສຳຄັນ ໃນການນຳໄປພັດທະນາວຽກງານຂອງແຕ່ລະຂະແໜງການ ໃນອະນາຄົດ.ການຈັດການຝຶກຄັ້ງນີ້ ຖືວ່າເປັນກ້າວສຳຄັນ ໃນການພັດທະນາບຸກຄະລາກອນຂອງແຂວງອຸດົມໄຊ ໃຫ້ມີຄວາມພ້ອມ ແລະ ສາມາດຮອງຮັບວຽກງານດ້ານການວາງແຜນ ແລະ ການພັດທະນາ ໃນຍຸກໃໝ່ໄດ້ຢ່າງມີປະສິດທິຜົນ.


