> ຂ່າວການເຄື່ອນໄຫວ > ກອງປະຊຸມເຜີຍແຜ່ການຄົ້ນຄວ້າຂອງໂຄງການ NIPN ທີ່ວິທະຍາໄລວິທະຍາສາດສຸຂະພາບ ແຂວງສະຫວັນນະເຂດ
ກອງປະຊຸມເຜີຍແຜ່ການຄົ້ນຄວ້າຂອງໂຄງການ NIPN ທີ່ວິທະຍາໄລວິທະຍາສາດສຸຂະພາບ ແຂວງສະຫວັນນະເຂດ
ຂ່າວການເຄື່ອນໄຫວ | ທັນວາ 25, 2023

ໃນວັນທີ  13 ທັນວາ 2023 — ກອງປະຊຸມເຜີຍແຜ່ການຄົ້ນຄວ້າຂອງໂຄງການ NIPN ໄດ້ຖືກຈັດຕັ້ງໂດຍໜ່ວຍງານວິເຄາະຂໍ້ມູນທີ່ ວິທະຍາໄລວິທະຍາສາດສຸຂະພາບ ແຂວງສະຫວັນນະເຂດ. ກອງປະຊຸມດັ່ງກ່າວໃຫ້ກຽດເຂົ້າຮ່ວມເປັນປະທານໂດຍທ່ານ ນະຄອນຄຳ ແສງຈັນ, ຮອງຜູ້ອຳນວຍການວິທະຍາໄລວິທະຍາສາດສຸຂະພາບແຂວງສະຫວັນນະເຂດ ແລະ ທ່ານ ປອ ສິດທິຣົດ ຣາຊະພົນ, ຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ, ກຜທ.

ຈຸດປະສົງຂອງກອງປະຊຸມເຜີຍແຜ່ຄັ້ງນີ້ແມ່ນເພື່ອເສີມສ້າງຄວາມເຂົ້າໃຈໃຫ້ນັກສຶກສາ ກ່ຽວກັບ ໂພຊະນາການທີ່ຕິດພັນໃນຂົງເຂດການສຶກສາ ເພື່ອເນັ້ນຢ້ຳຄວາມສຳຄັນ ແລະ ຈຳເປັນຂອງຂໍ້ມູນດ້ານໂພຊະນາການ ແລະ ຍັງໄດ້ເຜີຍແຜ່ການເຂົ້າເຖິງແຫຼ່ງຂໍ້ມູນເພີ່ມເຕີມດ້ານໂພຊະນາການໃຫ້ແກ່ນັກສຶກສາອີກດ້ວຍ. ເວົ້າລວມແລ້ວ, ກອງປະຊຸມດັ່ງກ່າວມີເປົ້າໝາຍໃນການສ້າງຄວາມເຂົ້າໃຈກ່ຽວກັບວຽກງານ ແລະ ຜົນການຄົ້ນຄວ້າຂອງໂຄງການ NIPN ໃຫ້ແກ່ນັກສຶກສາ ແລະ ນັກວິຊາການ ເພື່ອໃຫ້ພວກເຂົາສາມາດປັບໃຊ້ຄວາມຮູ້ເຫຼົ່ານີ້ເຂົ້າໃນການຮຽນ-ການສອນ ແລະ ການຄົ້ນຄວ້າ.

ຕິດຕໍ່ສອບຖາມ

ໜ່ວຍງານວິເຄາະຂໍ້ມູນ
ກົມນະໂຍບາຍເສດຖະກິດ ເເລະ ການເງິນ

ໂທລະສັບ: +856 21 254826
ອີເມລ: contact.cdrlaos@gmail.com

ຂ່າວທີ່ກ່ຽວຂ້ອງ