ກອງປະຊຸມຝຶກອົບຮົມຮ່ວມກັບຂະເເໜງການຄັ້ງທີ 1 ປີ 2022

​ກ.ກ. 29, 2022

ໜ່ວຍງານວິເຄາະຂໍ້ມູນຂອງໂຄງການ NIPN– ສະຖາບັນຄົ້ນຄວ້າວິໄຈການພັດທະນາ (DRI), ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດຝຶກອົບຮົມເປັນເວລາ 3 ວັນ ເພື່ອທົບທວນຄືນບັນດາບົດຮຽນຕ່າງໆທີ່ໄດ້ຮັບການຝຶກອົບຮົມໃນຄັ້ງທີ່ຜ່ານໆມາ ເຊິ່ງການຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນນັບແຕ່ວັນທີ 26 ຫາ 28 ກໍລະກົດ 2022 ທີ່ ເມືອງວັງວຽງ, ແຂວງ ວຽງຈັນ, ສປປ ລາວ. ໂດຍການເປັນປະທານຂອງ ທ່ານ ປອ ທະນົງຊາຍ ສຸກຄຳທັດ, ຮອງຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ.

ການຝຶກອົບຮົມດັ່ງກ່າວແມ່ນມີຜູ້ເຂົ້າຮ່ວມທີ່ມາຈາກຈາກຫຼາຍຂະແໜງການ ຈຳນວນ 20 ກວ່າທ່ານ ເຊິ່ງລວມມີຕົວເເທນທີ່ມາຈາກ ກະຊວງສາທາລະນະສຸກ, ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດສັງຄົມ, ກະຊວງສຶກສາທິການ ແລະ ກິລາ, ກະຊວງກະສິກຳ ແລະ ປ່າໄມ້, ສູນສະຖິຕິແຫ່ງຊາດ ແລະ ສູນໂພຊະນາການ ເຂົ້າຮ່ວມ.  ການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເປັນການເປີດໂອກາດໃຫ້ແກ່ຜູ້ເຂົ້າຮ່ວມໄດ້ທົບທວນຄືນບົດຮຽນທີ່ໄດ້ຮຽນຮູ້ຈາກການຝຶກອົບຮົມໃນປີທີ່ຜ່ານມາ ເຊັ່ນ: ຄວາມຮູ້ເບື້ອງຕົ້ນທາງດ້ານສະຖິຕິ, ວິທີການດຳເນີນການຄົ້ນຄວ້າ, ການອອກແບບສຳຫຼວດໂພຊະນາການ ແລະ ອື່ນໆ…. ເພື່ອເປັນການກະກຽມພື້ນຖານໃຫ້ແກ່ການຝຶກອົບຮົມໃນຄັ້ງຕໍ່ໆໄປ.

Related posts